ພິທີປາຖະກະຖາວັນຊາດ 2 ທັນວາ ຄົບຮອບ 45 ປີ ແລະ ວັນຄ້າຍວັນເກີດປະທານໄກສອນພົມວິຫານຄົບຮອບ 100ປີ ຢູ່ສູນກາງແນວລາວສ້າງຊາດ.

ພິທີປາຖະກະຖາວັນຊາດ 2 ທັນວາ ຄົບຮອບ 45ປີ ແລະ ວັນຄ້າຍວັນເກີດປະທານໄກສອນພົມວິຫານຄົບຮອບ 100ປີ ຢູ່ສູນກາງແນວລາວສ້າງຊາດ.

    ໃນວັນທີ 20 ພະຈິກ 2020 ຢູ່ທີ່ຫ້ອງປະຊຸມໃຫຍ່ສູນກາງແນວລາວສ້າງຊາດ ໄດ້ຈັດພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ໂອກາດວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ (13/12/1920-13/12/2020) ໂດຍໃຫ້ກຽດຂຶ້ນປາຖະກະຖາໂດຍທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ຄຳໃບ ດຳລັດ ຄະນະປະຈຳສູນກາງແນວສ້າງຊາດ, ຄະນະພັກ, ຄະນະພຣະສົງຈາກອົງການພຸດທະສາສະໜາສຳພັນລາວ, ພະນັກງານວິຊາການພາຍໃນສູນກາງແນວລາວສ້າງຊາດທັງໝົດມີຈຳນວນ 157 ທ່ານ, ຍິງ 52 ເຂົ້າຮ່ວມຮັບຟັງ. ການຈັດປາຖະກະຖາໃນ ຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບປະຫວັດສາດການ ກຳເນີດ ແລະ ການເຕີບໃຫຍ່ ຂະຫຍາຍຕົວ ຂອງພັກຂອງຊາດ, ພາລະກິດປະຕິວັດຂອງປະທານໄກສອນ ພົມວິຫານຜູ້ນຳແສນເຄົາລົບຮັກຂອງປວງຊົນລາວ, ທັງເປັນການຍົກສູງຄວາມສາມາດການນຳພາ ແລະ ລັກສະນະນຳໜ້າຂອງພັກ, ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງພັກ ໃຫ້ຍືນຍົງຕະຫຼອດໄປ.

    ໃນພິທີ ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການກໍາເນີດ ແລະ ການເຕີບໃຫຍ່ ຂະຫຍາຍຕົວຂອງຊາດລາວ ຕະຫຼອດໄລຍະ 45 ປີໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທີ່ພັກປະຊາຊົນປະຕິວັດລາວໄດ້ເຮັດການປະຕິວັດຊາດປະຊາທິປະໄຕ, ນຳພາປົກປັກຮັກສາ ແລະ ສ້າງສາລະບອບໃໝ່, ເວລາໃດກໍຢຶດໝັ້ນລັດທິມາກ-ເລນິນເປັນພື້ນຖານແນວຄິດທິດສະດີ ແລະ ຢຶດຖືຫຼັກໝັ້ນຂອງຊົນຊັ້ນກຳມະກອນຢ່າງສະເໝີຕົ້ນສະເໝີປາຍ, ສົມທົບແໝ້ນລະຫວ່າງລັດທິຮັກຊາດອັນແທ້ຈິງກັບລັດທິສາກົນອັນຜ່ອງໃສ, ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນເປັນຫຼັກ, ເຕົ້າໂຮມຄວາມສາມັກຄີເປັນ ປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳ ໜ້າ, ຮັກສາໄດ້ຄຸນທາດການ ເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫຼອດມາ. ຍ້ອນມູນເຊື້ອອັນດີງາມຂອງພັກຂອງຊາດລາວເຮົານັ້ນຈື່ງເຮັດໃຫ້ສປປ ລາວ ເຮົາສາມາດປະກາດເອກະລາດສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂື້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ລັດປະຊາທິປະໄຕ ປະຊາຊົນ ແມ່ນລັດທິເກີດຈາກການຕ ໍ່ສູ້ເສຍສະຫຼະອັນໃຫຍ່ຫຼວງຂອງປະຊາຊົນລາວບັນດາເຜົ່າ, ລັດທິມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.ວັນທີ 2 ທັນວາ ແມ່ນວັນທີ່ມີຄວາມຫມາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ເປັນພັນໆປີຂອງຊາດລາວເຮົາ; ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ; ແມ່ນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອຶ່ນໆ ໃນເວທີສາກົນ. ແລະ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄຫມໃຫມ່ແຫ່ງການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ.

    ຕອນທ້າຍທ່ານຍັງກ່າວຢ້ຳອີກວ່າ: ປະ​ທານໄກ​ສອນ ພົມ​ວິ​ຫານ ແມ່ນ​ນັກ​ຮັກ​ຊາດຜູ້​ຍິ່ງ​ໃຫ​ຍ່, ແມ່ນ​ລູກ​ຜູ້​ປະ​ເສີດ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ, ແມ່ນ​ນັກ​ປະ​ຕິ​ວັດ​ຜູ້​ດີ​ເລີດ, ເພິ່ນ​ເປັນ​ຜູ້​ນຳ​ສູງ​ສຸດ​ຂອງ​ການ​ປະ​ຕິ​ວັດ​ລາວ ທີ່​ມີ​ຄວາມ​ປີ​ຊາ​ສາ​ມາດ, ມີ​ຄວາມ​ສະຫຼາດຫຼັກ​ແຫຼມ, ມີ​ໄຫວ​ພິບ​ອັນ​ແຫຼມ​ຄົມ ແລະ ມີ​ນ້ຳ​ໃຈ​ຕໍ່​ສູ້​ເດັດ​ດ່ຽວ​ໜຽວ​ແໜ້ນ, ເປັນ​ຜູ້​ນຳ​ທີ່​ແສນ​ເຄົາ​ລົບ​ຮັກ​ຂອງ​ ພັກ, ​ລັດ ແລະ ​ປະ​ຊາ​ຊົນ ແລະ ເປັນ​ວິ​ລະ​ບູ​ລຸດ​ຂອງ​ຊາດ​ລາວ​ເຮົາ.ພວກເຮົາຄວນຮຽນຮູ້ເອົາເປັນແບບຢ່າງໂດຍສະເພາະແມ່ນມູນເຊື້ອປະຕິວັດ, ຄຸນທາດການເມືອງ, ແບບແຜນວິທີເຮັດວຽກ, ຄຸນສົມບັດສິນທໍາ ແລະ ການດໍາລົງຊີວິດຂອງປະທານ ໄກສອນ ພົມວິຫານ ໄດ້ເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ພົນລະເມືອງລາວທຸກໆຄົນ. ພວກເຮົາຈົ່ງຮ່ໍາຮຽນເອົາແບບແຜນການເຄື່ອນໄຫວນໍາພາ ແລະ ການດໍາລົງຊີວິດຂອງ ປະທານ ໄກສອນ ພົມວິຫານ ນໍາໄປປະຕິບັດ, ຖືອັນນັ້ນເປັນໄມ້ຫຼາວັດແທກດ້ານຄຸນສົມບັດ, ທັດສະນະທ່າທີຂອງພະນັກງານ ທັງເປັນການເພີ່ມພູນຄູນສ້າງມູນເຊື້ອອັນຈົບງາມຂອງບັນພະບູລຸດ ກໍ່ຄື ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ.