ກອງປະຊຸມສໍາມະນາວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: “ຄຸນສົມບັດ, ສິນທໍາປະ ຕິວັດອັນສູງສົ່ງ ຂອງປະທານໄກສອນ ພົມວິ ຫານ”


ກອງປະຊຸມສໍາມະນາວິທະຍາສາດ ລະດັບຊາດ ພາຍໃຕ້ຫົວຂໍ້: “ຄຸນສົມບັດ, ສິນທໍາປະຕິວັດ ອັນສູງສົ່ງ ຂອງປະທານໄກສອນ ພົມວິຫານ”

       ໃນວັນທີ 10 ທັນວາ 2020 ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ປະທານ ໄກສອນ ພົມວິຫານ, ສົມທົບກັບ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມສໍາມະນາລະດັບຊາດຂຶ້ນ, ພາຍໃຕ້ຫົວຂໍ້: “ຄຸນສົມບັດ, ສິນທໍາປະຕິວັດ ອັນສູງສົ່ງ ຂອງປະທານໄກສອນ ພົມວິຫານ” ໂດຍໃຫ້ກຽດເປັນປະທານຊີນໍາກອງປະຊຸມ ຂອງທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການການສູນກາງພັກ, ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ, ປະທານທິດສະດີສູນກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດປະທານ ໄກ ສອນ ພົມວິຫານ ແລະ ໃຫ້ກຽດເປັນຄະນະປະທານຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ, ທີ່ປຶກສາຄະນະບໍລິຫານງານສູນກາງພັກສະໄໝທີ X, ຜູ້ຊີ້ນໍາວຽກງານຄົ້ນຄວ້າແນວຄິດປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນສະພາທິດສະດີສູນກາງພັກ,ພະນັກງານການນໍາຫຼັກແຫຼ່ງຂັ້ນສູນກາງ ແລະ ກົມກອງອ້ອມຂ້າງ, ບັນດາທ່ານຄະນະຜູ້ຮັບຜິດຊອບການຄົ້ນຄວ້າແນວຄິດ ປະທານ ໄກ ສອນ ພົມວິຫານ ປະຈໍາຢູ່ແຕ່ລະຂົງເຂດ, ພະນັກງານ-ຄູອາຈານ ແລະ ນັກສຶກສາພາຍໃນ ສມປຊ ກໍເຂົ້າ ຮ່ວມທັງໝົດ 300 ກວ່າສະຫາຍ.

       ຈຸດປະສົງໃນການຈັດກອງປະຊຸມສໍາມະນາໃນຄັ້ງນີ້ແມ່ນ ເປັນກິດຈະກໍາໜຶ່ງຂອງ ສະພາທິດສະດີສູນກາງພັກ, ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ປະທານ ໄກສອນ ພົມວິຫານ ເພື່ອສະເຫຼີມສະຫຼອງວັນຄ້າຍວັນ ເກີດຂອງ ປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ທີ່ມະເຖິງໃນມໍ່ໆນີ້, ເຊິ່ງສະແດງໃຫ້ເຫັນຜົນງານອັນໃຫຍ່ ຫຼວງທີ່ ທ່ານ ໄດ້ປະກອບສ່ວນໃຫ້ແກ່ພາລະກິດປະຕິວັດຂອງຊາດ, ປະທານ ໄກສອນ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປວງຊົນລາວບັນດາເຜົ່າ, ເປັນຜູ້ນໍາສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ ແລະ ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ, ມີຄວາມອົງອາດກ້າຫານ, ມີນໍ້າໃຈຕໍ່ ສູ້ທີ່ເດັດດ່ຽວໜຽວແໜ້ນ ແລະ ເປັນຜູ້ນໍາທີ່ແສນເຄົາລົບຮັກຂອງພັກ-ລັດ ແລະ ຂອງປວງຊົນລາວ; ຊີວິດ ແລະ ພາ ລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງສະໜິດແໜ້ນກັບຂະບວນການວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວມີໄຊຂອງ ພັກ ແລະ ຂອງການປະຕິວັດ. ກອງປະຊຸມໄດ້ຮັບຟັງການບັນຍາຍຂອງບັນດານັກຄົ້ນຄວ້າໃນແຕ່ລະຫົວຂໍ້ດັ່ງລາຍລະອຽດລຸ່ມນີ້:
1. ຫົວຂໍ້: “ຄຸນສົມບັດ ສິທໍາປະຕິວັດອັນສູງສົ່ງ ຂອງປະທານໄກສອນ ພົມວິຫານ”
2. ຫົວຂໍ້: “ກົກເຄົ້າ, ທາດແທ້ ແລະ ຈຸດພິເສດ ຂອງຄຸນສົມບັດດ ສິນທໍາປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ”
3. ຫົວຂໍ້: “ປະທານ ໄກສອນ ພົມວິຫານ ນັກຮັກຊາດ ທີ່ຍິ່ງໃຫຍ່”
4. ຫົວຂໍ້: “ນໍ້າໃຈເສຍສະຫຼະອັນສູງສົ່ງ, ນັກປະຕິວັດທີ່ສຸດກົກສຸດປາຍ, ຮັບໃຊ້ປະຊາຊົນຢ່າງໝົດຈິດໝົດໃຈ”
5. ຫົວຂໍ້: “ປະຢັດມັດທະຍັດ, ດຸໝັ່ນຂະຫຍັນພຽນ ແລະ ຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ ແມ່ນແບບຢ່າງອັນດີເດັ່ນ ຂອງ ປະທານ ໄກສອນ ພົມວິຫານ”
6. ຫົວຂໍ້: “ທັດສະນະມະຫາຊົນເປັນບັນຫາກົກ ໃນຄຸນສົມບັດສິນທໍາປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ”
7. ຫົວຂໍ້: “ເຕົ້າໂຮມຄວາມສາມັກຄີປອງດອງຊາດເປັນໃຈກາງ ໃນຄຸນສົມບັດສິນທໍາປະຕິວັດ ຂອງປະທານໄກສອນ ພົມວິຫານ”
8. ຫົວຂໍ້: “ປະທານ ໄກສອນ ພົມວິຫານ ເປັນແວ່ນແຍງ ອັນໃສແຈ້ງແຫ່ງນໍ້າໃຈສາກົນອັນຜ່ອງໃສ”

       ໃນໂອກາດທີ່ມີ ຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນ ກາງພັກ, ເລຂາທິການການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານທິດສະດີສູນ ກາງພັກ, ຫົວໜ້າຄະນະຮັບຜິດຊອບການຄົ້ນຄວ້າແນວຄິດປະທານ ໄກສອນ ພົມວິຫານ ໄດ້ມີຄໍາເຫັນຕໍ່ກອງປະ ຊຸມ ເຊິ່ງທ່ານໄດ້ກ່າວວ່າ ກອງປະຊຸມສໍາມະນາວິທະຍາສາດລະດັບຊາດຄັ້ງນີ້ ແມ່ນມີຄວາມໝາຍ ຄວາມສາໍຄັນ ທາງດ້ານທິດສະດີ ແລະ ພຶດຕິກໍາ ແລະ ເປັນປະໂຫຍດໃຫຍ່ຫຼວງແທດຕົວຈິງຮັບໃຊ້ໃຫ້ແກ່ການສຶກສາອົບຮົມພະນັກງານ, ສະມາຊິກພັກ, ກໍາລັງປະກອບອາວຸດ ຕະຫຼອດຮອດປະຊາຊົນບັນດາເຜົ່າ. ທິດສະດີ ແລະ ພຶດຕິກໍາໄດ້ຊີ້ໃຫ້ພວກເຮົາເຫັນວ່າ ໃນເງື່ອນໄຂການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ທີ່ກໍາລັງດໍາເນີນຢູ່ໃນປັດຈຸບັນນີ້ ນອກຈາກມີດ້ານຕັ້ງໜ້າແລ້ວ ເສດຖະກິດຕະຫຼາດ ຍັງໄດ້ສົ່ງຜົນກະທົບດ້ານຫຍໍ້ທໍ້ບໍ່ໜ້ອຍຕໍ່ພະນັກງານ, ສະມາຊິກພັກ, ເປັນຕົ້ນແມ່ນເກີດມີພະຍາດລັດທິເອກະຊົນ ເຊິ່ງເປັນສາເຫດກໍ່ໃຫ້ເກີດຫຼາຍໆບັນ ຫາທີ່ເປັນການບັນທອນກໍາລັງແຮງສູ້ຮົບຂອງພັກ, ເຮັດໃຫ້ອິດທິພົນ ແລະ ຄວາມເຊື່ອໝັ້ນຂອງ ປະຊາຊົນ ຕໍ່ພັກ-ລັດ ຫຼຸດໜ້ອຍຖອຍລົງ; ພະຍາດຂາດລະບຽບວິໄນ, ຫ່າງເຫີນມະຫາຊົນ, ການເຊື່ອມຖອຍດ້ານຄຸນທາດການເມືອງ, ພະຍາດສໍ້ລາດບັງຫຼວງ, ຫຼິ້ນກິນຟູມເຟືອຍ, ແລ່ນນໍາຖານະຕໍາ ແໜ່ງ, ກຸ່ມກ້ອນຈຸ້ມເຈືອເຊື້ອສາຍ. ເຊິ່ງສາເຫດກໍແມ່ນຂາດການຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດ, ສິນທໍາປະຕິວັດ ຂອງພະນັກງານ, ສະມາຊິກພັກ. ຍ້ອນຄະນະພັກແຕ່ລະຂັ້ນ ຍັງບໍ່ທັນຖືສໍາຄັນວຽກງານສຶກສາອົບຮົມວຽກງານການເມືອງແນວຄິດ, ຂາດຄວາມເປັນແບບຢ່າງນໍາໜ້າ ທັງໝົດນັ້ນສ່ອງແສງໃຫ້ເຫັນວ່າ ບັນຫາຮີບດ່ວນ ຕ້ອງໄດ້ແກ້ໄຂຢ່າງເລິກເຊິ່ງເຖີງຖອງ, ເຮັດຢ່າງເປັນຂະບວນການກວ້າງຂວາງໃນການຄົ້ນຄວ້າ, ຮໍ່າຮຽນ ແລະ ປະຕິບັດຕາມຄຸນສົມບັດສິນທໍາປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ. ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ພະນັກ ງານ, ສະມາຊິກພັກ ພ້ອມກັນຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ເອົາໃຈໃສ່ຄົ້ນຄວ້ານໍາສະເໜີບົດດ້ວຍເນື້ອໃນທີ່ເລິກເຊິ່ງ, ຄົບຖ້ວນ ເພື່ອຊອກໃຫ້ເຫັນເຖິງເນື້ອແທ້ຄຸນສົມບັດ, ສິນທໍາປະຕິວັດ ຂອງເພິ່ນ ເພື່ອໃຫ້ກາຍເປັນຄັງສາງທິດສະດີ, ກາຍເປັນເນື້ອໃນພຶ້ນຖານທິດສະດີ ໃຫ້ຄົນຮຸ່ນຫຼັງໄດ້ສືບທອດ, ຮໍ່າຮຽນເອົາຄຸນງາມຄວາມດີ ແລະ ຄຸນສົມບັດສິນທໍາປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ ຄຽຄູ່ກັບການຝຶກຝົນຫຼໍ່ຫຼອມຕົນເອງຢ່າງບໍ່ຢຸດຢັ້ງ, ພ້ອມທັງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ ນໍາໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນການສຶກສາອົບຮົມພະນັກງານ, ລັດຖະກອນ ຢູ່ໃນຄວາມຮັບຜິດຊອບຂອງຕົນ ຢ່າງມີປະສິດທິຜົນ.

       ໃນຕອນທ້າຍພິທີ ທ່ານ ປອ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ປະທານສະຖາບັນວິທະຍາສາດສັງ ຄົມແຫ່ງຊາດ, ຮອງປະທານສະພາທິດສະດີສູນກາງ ໄດ້ໃຫ້ກຽດມີຄໍາເຫັນ ແລະ ກ່າວປິດກອງປະຊຸມ ເຊິ່ງທ່ານໄດ້ກ່າວວ່າກອງປະຊຸມຄັ້ງນີ້ ບັນດານັກວິທະຍາດ ໄດ້ນໍາສະເໜີຜົນຂອງການຄົ້ນຄວ້າດ້ວຍວິທະຍາສາດທີ່ສອດ ຄ່ອງ ເຊິ່ງສາມາດຍົກໃຫ້ເຫັນກົກເຄົ້າ, ທາດແທ້ຄຸນສົມບັດສິນທໍາປະຕິວັດອັນສູງສົ່ງ ຂອງປະທານ ໄກ ສອນ ພົມວິຫານ ແລະ ໄຈ້ແຍກບັນດາເນື້ອໃນພຶ້ນຖານທີ່ປະກອບເປັນຄຸນສົມບັດສິນທໍາປະຕິວັດ ຂອງປະທານ ໄກ ສອນ ພົມວິຫານ ຢ່າງອຸດົມສົມບູນ, ເລິກເຊິ່ງ, ແທດເຖິງ ແລະ ຮອບດ້ານ; ພ້ອມທັງຊີ້ໃຫ້ເຫັນຄຸນຄ່າຍຸກສະ ໄໝຂອງ ຄຸນສົມບັດສິນທໍາປະຕິວັດອັນສູງສົ່ງ ຂອງປະທານ ໄກສອນ ພົມວິຫານ ແລະ ສໍາຄັນໄປກວ່ານັ້ນບັນ ດາຜູ້ແທນເຂົ້າຮ່ວມກອງປະຊຸມ ກໍໄດ້ແລກປ່ຽນກັນປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ຢັ້ງຢືນໃຫ້ເຫັນເຖິງຄຸນສົມບັດ ສິນທໍາປະຕິວັດ ຂອງປະທານ ເຊິ່ງເປັນມໍລະດົກອັນລໍ້າຄ່າ ປະໄວ້ໄວ້ໃຫ້ປວງຊົນລາວທັງຊາດ ນອກ ຈາກນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມສໍາມະນາຄັ້ງນີ ພ້ອມກັນຮໍ່າຮຽນເອົາຄຸນສົມບັດ ສິນທໍາປະຕິວັດອັນສູງສົ່ງ ຂອງປະທານ ໄກສອນ ພົມວິຫານ ແລະ ໄປຜັນຂະຫຍາຍເຂົ້າສູ່ທຸກເປົ້າ ໝາຍ ດ້ວຍປະສິດທິພາບສູງສຸດ.