ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄຳມ່ວນຄັ້ງທີ X.


ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄຳມ່ວນຄັ້ງທີ X.
ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງຄຳມ່ວນ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 29-30 ພະຈິກ 2020 ນີ້, ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ເລຂາພັກແຂວງ, ຮັກສາການເຈົ້າແຂວງແຂວງຄຳມ່ວນ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາ ການນໍາຂອງແຂວງ, ພະນັກງານປະຕິ ວັດ-ອະວຸໂສບຳນານ, ບັນດານັກທຸລະກິດ, ຜູ້ປະກອບການ, ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນ, ສຳຮອງ ຈຳນວນ 335 ສະຫາຍ, ຍິງ 39 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ ທັງໝົດ 20.265 ສະຫາຍ, ຍິງ 5.237 ສະຫາຍ ເຂົ້າຮ່ວມ.


ໃນກອງປະຊຸມສະຫາຍ ວັນໄຊ ພອງສະຫວັນ ໄດ້ລາຍງານ ແລະ ຍົກໃຫ້ເຫັນຜົນງານ, ດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໃນໄລຍະ 5 ປີ ຜ່ານມາ ສາມາດຍາດໄດ້ຜົນສຳເລັດໃນຫລາຍດ້ານ, ຫລາຍຂົງ ເຂດວຽກງານ ເປັນຕົ້ນ, ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວໃນລະດັບ 6,69 %, ລວມຍອດຜະລິດ ຕະພັນພາຍ GDP ບັນລຸໄດ້ 37.571 ຕື້ກີບ, ປີ 2020 ລວມຍອດຜະລິດຕະພັນ ບັນລຸໄດ້ 8.476 ຕື້ກີບ ສະເລ່ຍລາຍຮັບ ບັນລຸ 2.199 ໂດລາ/ຄົນ/ປີ, ການລົງທຶນຂອງລັດ ແລະ ການລົງທຶນຂອງພາກເອກະຊົນພາຍໃນ-ຕ່າງປະເທດ ແລະ ການບໍລິການຕ່າງໆ ຫລາຍໂຄງ ການໄດ້ຮັບການຈັດຕັ້ງປະຕິບັດ, ບັນຫາທີ່ອຸດຕັນ ແລະ ເປັນຊ່ອງວ່າງໃນການລົງທຶນຂອງພາກເອກະຊົນ ໄດ້ຮັບການແກ້ໄຂ ມີຄວາມໂລ່ງລ່ຽນດີຂຶ້ນ; ການປະຕິບັດລາຍຮັບງົບປະມານມີບາງປີບັນລຸໄດ້ຕາມແຜນການ, ການຄຸ້ມຄອງລາຍຈ່າຍມີຄວາມເຂັ້ມງວດ-ຮັດກຸມ ແລະ ຖືກຕ້ອງ. ສຳລັບເງິນເດືອນສາມາດເບີກຈ່າຍທັນຕາມກຳນົດເວລາ, ທະນາ ຄານຂອງລັດ ແລະ ພາກເອກະຊົນ ໄດ້ເຄື່ອນ ໄຫວປຸກລະດົມເງິນຝາກ ແລະ ການປ່ອຍກູ້ ເພື່ອນຳໃຊ້ເຂົ້າໃນການຜະລິດ ແລະ ດຳເນີນທຸລະກິດ ຖືກ ຕ້ອງຕາມເປົ້າໝາຍ ແລະ ມີຄວາມຮັດກຸມຫລາຍກວ່າເກົ່າ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຈາກປີ 2015 ມີຄອບຄົວທຸກຍາກ 1.151 ຄອບຄົວ, ເທົ່າກັບ 1,53% ຂອງຈໍານວນຄອບຄົວທົ່ວແຂວງ ປັດຈຸບັນ ຫລຸດລົງຍັງ 684 ຄອບຄົວ, ເທົ່າກັບ 0,82 % ຂອງຈໍານວນຄອບຄົວທັງໝົດ, ຕາໜ່າງເສັ້ນທາງຄົມມະນາຄົມຂົນສົ່ງ ເວົ້າສະເພາະ ຂົວ-ທາງ ໄດ້ມີການກໍ່ສ້າງ-ສ້ອມແປງ ດ້ວຍງົບປະມານຂອງລັດ ແລະ ທຶນສົມທົບຂອງປະຊາຊົນ ໃນການສ້າງທາງເບຕົງພາຍໃນບ້ານ, ເຮັດໃຫ້ການສັນຈອນໄປ-ມາ ໄດ້ສະດວກ ເປັນປົກກະຕິ ແລະ ມີເສັ້ນທາງເຂົ້າ ເຖິງບ້ານ, ທຽວໄດ້ 2 ລະດູ ກວມ 83,45%.
ສ່ວນທິດທາງແຜນການໃນຕໍ່ໜ້າແຂວງຄຳມ່ວນ ຈະສຸມໃສ່ຊຸກຍູ້ການພັດທະນາເສດຖະກິດ ໃຫ້ມີການຂະ ຫຍາຍຕົວຕໍ່ເນື່ອງ ໃນລະດັບ 6-7%, GDP ໃຫ້ບັນລຸໄດ້ 57.435 ຕື້ກີບ, ລາຍຮັບສະເລ່ຍໃຫ້ໄດ້ 3.335 ໂດລາສະຫະລັດ/ຄົນ/ປີ, ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະ ຊາຊົນຢ່າງທົ່ວເຖິງ, ພ້ອມທັງ ຈະສຸມໃສ່ປັບປຸງບູລະນະການເຄື່ອນ ໄຫວບໍລິຫານລັດ ໃຫ້ມີຄຸນນະພາບ, ໂປ່ງໃສ, ມີປະສິດທິພາບ ຮັບປະກັນຄວາມຍຸຕິທຳ, ເປັນທຳໃນທົ່ວສັງຄົມ ແລະ ເອົາໃຈໃສ່ປັບປຸງ ເນື້ອໃນການເຄື່ອນໄຫວ ຂອງອົງການຈັດຕັ້ງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ ແລະ ບັນດາອົງການຈັດຕັ້ງການເມືອງ-ສັງຄົມຕ່າງໆ ທີ່ໄດ້ອະນຸມັດເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາບົດລາຍງານການເມືອງ ແລະ ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ເຊິ່ງເປັນເອກະສານສຳຄັນ ກ່ຽວກັບ ການສະຫລຸບຕີລາຄາການຈັດ ຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ໃນໄລຍະ 5 ປີຜ່ານມາ, ທັງກຳນົດທິດທາງໜ້າທີ່ການພັດທະນາເສດຖະກິດ-ສັງ ຄົມ 5 ປີຕໍ່ໜ້າ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຕົວຈິງໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້; ຄົ້ນຄວ້າປະກອບຄຳເຫັນເຂົ້າໃສ່ ບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານພັກແຂວງ ໃນໄລຍະ 5 ປີຜ່ານມາ. ພ້ອມນັ້ນ, ກອງປະຊຸມໄດ້ພ້ອມກັນໃຊ້ສິດປະ ຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ບົນພື້ນຖານຄວາມຖືກຕ້ອງສອດຄ່ອງກັບມາດຖານ- ເງື່ອນໄຂທີ່ກໍານົດໄວ້, ເຊິ່ງຜູ້ສະໝັກເລືອກຕັ້ງທັງໝົດມີ 35 ສະ ຫາຍ, ຍິງ 3 ສະຫາຍ, ຜົນຂອງການປ່ອນບັດ ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງຄຳມ່ວນ ສະໄໝທີ X ໄດ້ເປັນເອກະສັນກັນເລືອກເອົາຄະ ນະປະຈໍາພັກແຂວງ, ເລຂາ, ຮອງເລຂາ, ປະທານ, ຮອງປະທານກວດກາ, ຜູ້ແທນສົມບູນ ແລະ ຜູ້ແທນສຳຮອງ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.
ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ, ສະຫາຍ ຄໍາພັນ ພົມມະທັດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຊຶ່ງກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດໃໝ່ ພ້ອມເນັ້ນໃຫ້ບັນດາສະຫາຍສຸມໃສ່ເຄື່ອນໄຫວວຽກງານສຶກສາອົບຮົມດ້ານການເມືອງແນວຄິດ, ໃນການຜັນຂະຫຍາຍເນື້ອໃນຕົ້ນຕໍຂອງກອງປະຊຸມໃຫຍ່ຄັ້ງນີ້ ໂດຍສະເພາະໃນການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕິດພັນກັບການຈັດສັນເຂດຈຸດສຸມ ການພັດທະນາຂຸດຄົ້ນເສີມຂະຫຍາຍທ່າແຮງບົ່ມຊ້ອນ ກຳລັງແຮງ ແລະ ເງື່ອນໄຂຕົວຈິງທີ່ມີຢູ່ໃນແຕ່ລະພື້ນທີ່-ແຕ່ລະເຂດ, ການແກ້ໄຂປະກົດການຫຍໍ້ທໍ້ ແລະ ບັນຫາສຳຄັນອື່ນໆ ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາ ຊິກພັກທຸກສະຫາຍ ຈົ່ງເຊີດຊູຄວາມເປັນແບບຢ່າງນໍາໜ້າໃນທຸກດ້ານ ທຸກວຽກງານ ແລະ ນໍາພາມະຫາຊົນປະຕິບັດມະ ຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ.