ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ (ຄຄອຊ) ສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2020 ແລະ ວາງທິດທາງແຜນການ ປະຈໍາປີ 2021 ຜ່ານຫ້ອງປະຊຸມທາງໄກ.


ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ (ຄຄອຊ) ສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2020 ແລະ ວາງທິດທາງແຜນການ ປະຈໍາປີ 2021 ຜ່ານຫ້ອງປະຊຸມທາງໄກ.
ໃນຕອນເຊົ້າຂອງວັນທີ 22 ທັນວາ 2020; ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມທາງໄກຢູ່ຊັ້ນ 4 ຄະນະໂຄສະນາອົບຮົມສູນກາງພັກ, ກ່ຽວກັບກອງປະຊຸມ ຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ (ຄຄອຊ) ເພື່ອຮັບຟັງການສະຫລຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2020 ແລະ ວາງທິດທາງແຜນການ ປະຈໍາປີ 2021 ຂຶ້ນທີ່ ກະຊວງແຜນ ການ ແລະ ການລົງທຶນ. ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີ ກະຊວງແຜນການ ແລະ ການລົງທຶນ. ເຂົ້າຮ່ວມມີ: ລັດຖະມົນຕີດ ຮອງລັດຖະມົນຕີ, ທຸກພາກສ່ວນໃນຄະນະກໍາມະການ ຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ພ້ອມທັງໄດ້ມີການເຂົ້າຮ່ວມຜ່ານລະບົບຫ້ອງປະຊຸມທາງ ໄກຂອງບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ຈາກບັນດາກະຊວງ-ອົງການ ແຂວງ, ນະຄອນຫຼວງ ເປັນຄັ້ງທໍາອິດທີ່ມີການເປີດກວ້າງທົ່ວປະເທດ ແລະ ເຂົ້າຮ່ວມທັງໝົດ 200 ທ່ານ.

ໃນພິທີ ທ່ານ ແກ້ວວີສຸກ ໂສລະພົມ, ຫົວໜ້າສູນອິນເຕີເນັດແຫ່ງຊາດ, ຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງ ອິນເຕີເນັດແຫ່ງຊາດ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2020 ແລະ ທິດທາງແຜນການປະຈໍາປີ 2021, ໃນໄລຍະຜ່ານມາ ຄະນະກໍາມະການ ຄຸ້ມຄອງອິນເຕີເນັດ ແຫ່ງຊາດໄດ້ເຄື່ອນໄຫວວຽກງານຄຸ້ມຄອງອິນເຕີເນັດ ໃນ ສປປ ລາວ ຢ່າງຕັ້ງໜ້າ ເຊິ່ງເປັນໄລຍະທີ່ໃນທົ່ວໂລກໄດ້ປະເຊີນໜ້າກັບການລະບາດຂອງພະຍາດ ໂຄວິດ-19 ສປປ ລາວ ກໍເປັນປະເທດໜຶ່ງທີ່ໄດ້ຖືກຜົນກະທົບ ຢ່າງຮ້າຍແຮງໂດຍສະເພາະແມ່ນທາງດ້ານເສດຖະກິດ, ການພົວພັນຂອງຄົນໃນສັງຄົມ ແລະ ການດໍາລົງຊີວິດໃນຮູບແບບປົກກະຕິໃໝ່ ຫລື New Normal, ເປັນຕົ້ນແມ່ນ: ການຮຽນ-ການສອນທາງອອນລາຍ, ການດຳເນີນທຸ ລະກຳທາງອອນລາຍຕ່າງໆ, ການສັ່ງຊື້ເຄື່ອງ-ອາຫານການກິນຜ່ານລະບົບອອນລາຍ ແລະ ການຈ່າຍເງິນຜ່ານ ລະບົບເອເລັກໂຕຣນິກ ໂດຍການສະແກນ QR Code ມີຫລາຍຂຶ້ນ ເຊິ່ງແນ່ໃສ່ຫລີກລ່ຽງ ການສຳຜັດກັບຄົນອື່ນ ແລະ ການສຳຜັດເງິນສົດ; ພ້ອມນີ້ ຄຄອຊ ໄດ້ຊີ້ນຳຂະແໜງການກ່ຽວຂ້ອງ ແລະ ບັນດາບໍລິສັດ, ຜູ້ໃຫ້ບໍລິການ ດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ຊ່ວຍເຫຼືອຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ 19 ເປັນຕົ້ນ ໄດ້ສ້າງ ແລະ ສະ ໜອງ ເວັບໄຊສທາງການ covid19.gov.la ແລະ ແອັບຕິດຕາມ LaoKYC ເພື່ອເປັນຊ່ອງທາງ ໃນການເຜີຍແຜ່ຂໍ້ມູນທາງການ, ໄດ້ຕິດຕັ້ງສາຍດ່ວນ 165, 166 ເພື່ອໃຫ້ປະຊາຊົນໂທເຂົ້າມາສອບຖາມຂໍ້ມູນ. ນອກນີ້, ຍັງໄດ້ຊີ້ນຳໃຫ້ຫລຸດຄ່າ ບໍລິການອິນເຕີເນັດ, ຫລຸດຄ່າໂທລະສັບ, ແຈກດາຕາອິນເຕີເນັດໃຫ້ແກ່ສັງຄົມ ແລະ ໄດ້ສົ່ງຂໍ້ຄວາມສັ້ນ SMS ກ່ຽວກັບສະພາບ ພະຍາດໂຄວິດ-19 ຜ່ານໂທລະສັບມືຖື ໃຫ້ແກ່ສັງຄົມທຸກວັນ ແລະ ອື່ນໆ; ໃນໄລຍະຜ່ານມາ ຄຄອຊ ໄດ້ເນັ້ນໜັກ ວຽກງານການຕິດຕາມ, ກວດກາ ແລະ ຕອບຕ້ານບັນດາຫາງສຽງສັງຄົມ ເທິງສື່ສັງຄົມອອນລາຍ, ວຽກງານການແກ້ໄຂການພະນັນອອນລາຍ, ການແກ້ໄຂການຂາຍຫວຍເຖື່ອນ, ການກວດກາການນໍາໃຊ້ຄື້ນຄວາມຖີ່ຂ້າມແດນຕາມຊາຍແດນ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຕາມ ຮ້ານອິນເຕີເນັດຄາເຟຕ່າງໆ. ຈາກນັ້ນ ຍັງໄດ້ຮັບຟັງການປະກອບຄໍາຄິດ ຄໍາເຫັນຂອງບັນດາພາກສ່ວນກ່ຽວຂ້ອງກ່ຽວກັບ ວຽກງານເສດຖະກິດດິຈີຕອນແຫ່ງຊາດ, ວຽກງານການຫັນເປັນທັນສະໄໝ, ວຽກງານຂຶ້ນທະບຽນໝາຍເລກໂທລະສັບ ແລະອື່ນໆ.
ໃນຕອນທ້າຍກອງປະຊຸມ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ມີຄໍາເຫັນ ແລະ ໃຫ້ທິດຊີນີ້າຕໍ່ກອງປະຊຸມ, ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນໃນການປະກອບຄໍາຄິດ ຄໍາເຫັນໃສ່ບົດສະຫຼຸບຂອງ ຄຄອຊ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນອຸດົມສົມບູນ ແລະ ມີ ຄວາມໝາຍເລິກເຊິ່ງກວ່າເກົ່າ; ສໍາລັບທິດທາງແຜນການໃນຕໍ່ໜ້າຂອງ ຄຄອຊ ຈະສືບຕໍ່ຊີ້ນຳ-ນໍາພາການສ້າງ, ປັບປຸງ ແລະ ການຈັດຕັ້ງປະຕິບັດບັນດານິຕິກຳກ່ຽວກັບວຽກງານຄຸ້ມຄອງໄອຊີທີ ແລະ ດີຈີຕອນ, ສື່ສັງຄົມອອນລາຍ ເພື່ອໃຫ້ກວມເອົາຊ່ອງທາງ ແລະ ວິທີການໃໝ່ ທີ່ເກີດຂຶ້ນ ແລະ ຖືກນຳໃຊ້ຫລາຍໃນສັງຄົມ ເປັນແຕ່ລະໄລຍະ; ສືບຕໍ່ວຽກງານການພັດທະນາ ເສດຖະກິດດີຈີຕອນຂອງ ສປປ ລາວ ໂດຍການຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ແລະ ແຜນພັດ ທະນາ ເສດຖະກິດດິຈິຕອນ ຂອງ ລັດຖະບານ, ຊຸກຍູ້ສົ່ງເສີມ ການຫັນເປັນດິຈິຕອນ ແລະ ການນໍາໃຊ້ເຕັກໂນໂລຊີດີຈີຕອນ ເຂົ້າໃນຂະແໜງອຸດສາຫະກໍາ, ກະສິກໍາ, ການບໍລິການ ແລະ ບັນດາ ຈຸນລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ, ປັບໂຄງປະກອບສ້າງຂອງເສດຖະກິດ ແລະ ສ້າງໃຫ້ມີສະພາບແວດລ້ອມ ໃນການສ້າງບັນ ດາ Start-up, ສ້າງ ແລະ ສົ່ງເສີມ ໃຫ້ມີການການຄ້າເອເລັກໂຕຣນິກ ແລະ ການບໍລິການທີ່ປິ່ນອ້ອມ; ສືບຕໍ່ວຽກງານ ການຄຸ້ມຄອງ ແລະ ແກ້ໄຂການພະນັນ ອອນລາຍ, ການຂາຍຫວຍເຖື່ອນ, ກວດກາການນໍາໃຊ້ ຄື້ນຄວາມຖີ່ ແລະ ອິນເຕີເນັດຄາເຟ ທີ່ໃຫ້ບໍລິ ການ ບໍ່ຖືກຕ້ອງກັບລະບຽບ ກົດໝາຍ, ວຽກງານການ ຂຶ້ນທະບຽນ ຊິມໂທລະສັບ; ສືບຕໍ່ການສ້າງ ລັດຖະບານເອເລັກໂຕຣນິກ, ສືບຕໍ່ວຽກງານການ ພັດທະນາ-ຄຸ້ມຄອງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ແບບລວມສູນ ແລະ ມີສ່ວນຮ່ວມຂອງ ທຸກພາກສ່ວນ ຮອງຮັບການຫັນເປັນດິຈິຕອນ, ການພັດທະນາເສດຖະກິດດິຈິຕອນ ແລະ ການກ້າວເຂົ້າສູ່ ຍຸກອຸດສາຫະກຳ 4.0 ໃນອະນາຄົດ ແລະ ບັນຫາສຳຄັນອື່ນໆ.