ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ເຂົ້າຮ່ວມພິທີເປີດປ້າຍສິລາຈາ ລຶກອະນຸ ສອນສະຖານບ່ອນດຳເນີນກອງປະ ຊຸມໃຫຍ່ສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ.


ທ່ານ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ເຂົ້າຮ່ວມພິທີເປີດປ້າຍສິລາຈາລຶກອະນຸສອນສະຖານບ່ອນດຳເນີນກອງປະຊຸມໃຫຍ່ສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ.
ໃນວັນທີ 7 ທັນວາ 2020 ທີ່ດ່ານນໍ້າໂສຍ ເມືອງວຽງໄຊ ແຂວງຫົວພັນ, ທ່ານ ປອ ຄຳພັນ ພົມມະທັດ ກຳມະ ການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນ ດາສະຫາຍການນຳພັກ-ລັດ, ອະດີດການນຳພັກ-ລັດ ພ້ອມດ້ວຍ ບັນດາກ້ອນກຳລັງປກສ-ປກຊ, ຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນແຂວງຫົວພັນ ໄດ້ພ້ອມພຽງກັນເຂົ້າຮ່ວມພິທີເປີດປ້າຍສິລາຈາລຶກອະນຸສອນສະຖານ ບ່ອນດໍາເນີນກອງປະຊຸມໃຫຍ່ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ 1955.
ໃນພິທີສະຫາຍ ຄອນປະພັນ ເລືອງສີຈັນທອງ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງຫົວພັນ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງອະນຸສອນສະຖານ ໄດ້ເລີ່ມດຳເນີນການກໍ່ສ້າງງຕັ້ງແຕ່ວັນທີ 25 ກັນຍາ 2020, ມາຮອດປັດຈຸບັນ ໄດ້ສຳເລັດບັນດາກິດຈະການຕ່າງໆໂດຍມີຖານຕັ້ງປ້າຍສີລາຈາລຶກ ເຮັດດ້ວຍເບຕົງເສີມເຫລັກ ຂະໜາດ 5 ຄູນ 5 ແມັດ; ບໍລິເວນອ້ອມຮອບຕີນ ຖານຕັ້ງປູດ້ວຍຫຍ້າ ຂະໜາດ 10 ຄູນ 10 ແມັດ; ຫີນທີ່ເອົາມາສ້າງ ເປັນສິລາຈາລຶກ (ຫີນມາໂບ) ເປັນຫີນທີ່ໄດ້ຄັດເລືອກ ຈາກທໍາມະຊາດທ້ອງຖິ່ນ, ຫີນປ້າຍສິລາຈາລຶກ ເປັນຮູບຊົງສີ່ຫລ່ຽມ ກວ້າງ ແລະ ຫນາ ມີຂະໜາດ 1,7 ແມັດ, ສູງ 2,9 ແມັດ; ມີກາພັກ ທາດ້ວຍສີແດງ ແລະ ຕົວໜັງສື ທາດ້ວຍສີຄຳ. ນອກຈາກນັ້ນ ໂຄງການຍັງໄດ້ກໍ່ສ້າງເດີ່ນອາເນກປະສົງ, ມີການຖົມດິນໃໝ່, ປັບເດີ່ນໃຫ້ຮາບພຽງ ຂະໜາດ 30 ຄູນ 30 ແມັດ, ປູດ້ວຍດິນບ໋ອກຂະໜາດ 40 ຄູນ 40 ຊັງຕີແມັດ ແລະ ກໍ່ສ້າງຮ່ອງລະບາຍນໍ້າອ້ອມຮອບ ເດີ່ນອະເນກປະສົງ; ປັບເດີ່ນສໍາລັບຈອດລົດ ມີເນື້ອທີ 225 ຕາແມັດ ປູດ້ວຍຫີນຝຸ່ນ ແລະ ກໍ່ຂອບອ້ອມເດີ່ນຈອດລົດ; ການກໍ່ສ້າງຫ້ອງນໍ້າສາທາລະນະ ຂະໜາດ 3,5 ຄູນ 9,6 ແມັດ ມີທັງໝົດ 8 ຫ້ອງ, ລວມມູນຄ່າກໍ່ສ້າງທັງໝົດ 1 ຕື້ກວ່າກີບ ໂດຍນໍາໃຊ້ງົບປະມານກອງທຶນພັກ ແລະ ມີການສົມທົບທຶນຊ່ວຍເຫລືອຈາກ ບໍລິສັດ ທີ່ປຶກສາດ້ານການລົງທຶນ ແລະ ກໍ່ສ້າງເຂື່ອນໄຟຟ້າ ຈຳກັດຜູ້ດຽວ ຈຳ ນວນ 500 ລ້ານກີບ. ສ່ວນການກໍ່ສ້າງໄລຍະທີ 2 ຈະດໍາເນີນການກໍ່ສ້າງ ຫໍມູນເຊື້ອ ແລະ ວັດຖຸພັນ, ຫ້ອງປະ ຊຸມ(ຈຳລອງ) ແລະ ອື່ນໆ ໂດຍນໍາໃຊ້ຮ່ວງເງິນຂອງແຂວງ ແລະ ການລະດົມທຶນຈາກ ຫົວໜ່ວຍທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ.

ໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ, ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫົວພັນ ໄດ້ກ່າວເປີດພິທີ ພ້ອມທັງຫວນຄືນ ປະຫວັດຄວາມເປັນມາຂອງ ພັກປະຊາຊົນປະຕິວັດລາວ ໂດຍມີເນື້ອໃນບາງຕອນສຳຄັນວ່າ: ພັກປະຊາຊົນ ປະຕິວັດລາວ ນັບແຕ່ໄດ້ຮັບ ການສ້າງຕັ້ງຂຶ້ນ ກໍໄດ້ສືບທອດອຸດົມການ ອັນຍິ່ງໃຫຍ່ຂອງພັກ ກອມມູນິດອິນດູຈີນ, ກຳນົດທາດແທ້, ອຸດົມການ ແລະ ແນວທາງການເມືອງ ຂອງຕົນອອກຢ່າງຈະແຈ້ງ ແລະ ຖືກຕ້ອງກັບລັກສະນະຈຸດພິເສດຂອງປະເທດເຮົາສາມາດນໍາພາທົ່ວປວງຊົນລາວຍາດເອົາເອກະ ລາດ ມາໃຫ້ປະເທດຊາດ ແລະ ປະຊາຊົນໄດ້ຢ່າງສົມບູນ ໃນວັນທີ 2 ທັນວາ 1975. ໂຄງການກໍ່ສ້າງດັ່ງກ່າວ ມີຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນປະເທດ ແລະ ອົງການປົກຄອງ ແຂວງຫົວພັນ ເປັນເຈົ້າການ ໃນການຄົ້ນຄວ້າ ແລະ ດຳເນີນການກໍ່ສ້າງ ຊຶ່ງພາຍຫລັງການກໍ່ສ້າງສຳເລັດ ຈະມີ ການວາງແຜນລະອຽດ ເພື່ອປົກປັກຮັກສາອະນຸລັກໄວ້ ແລະ ດຳເນີນການໂຄສະນາ ເສີມຂະຫຍາຍຢ່າງແຂງ ແຮງ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ, ຄົ້ນຄວ້າຮໍ່າຮຽນ ຂອງພະນັກງານ ການນໍາລຸ້ນສືບທອດ, ລູກ-ຫລານຂອງປະຊາຊົນບັນດາເຜົ່າ, ເປັນບ່ອນຄົ້ນຄວ້າຮໍ່າຮຽນເອົາມູນເຊື້ອປະຕິ ວັດ ອົງອາດກ້າຫານບໍ່ຍອມຈໍານົນ ຂອງວິລະບູລຸດຂອງພວກເຮົາ.