3 ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະ ນາອົບຮົມສູນກາງພັກ ຈັດຂະບວນການແຂ່ງ ຂັນກິລາ ເພື່ອສະເຫຼີມສະ ຫຼອງວັນຊາດ 2 ທັນວາ ຄົບຮອບ 45 ປີ, ວັນເກີດຂອງ ປະ ທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ການກະກຽມກອງປະຊຸມໃຫຍ່ຂອງ ບັນ ດາໜ່ວຍພັກກົມອ້ອມຂ້າງ ຄະນະໂຄສະນາອົບຮົມສູນກາງພັກ.


3 ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະນາອົບຮົມສູນກາງພັກ ຈັດຂະບວນການແຂ່ງຂັນກິລາ ເພື່ອສະ ເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 45 ປີ, ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ການກະກຽມກອງປະຊຸມໃຫຍ່ຂອງ ບັນດາໜ່ວຍພັກກົມອ້ອມຂ້າງ ຄະນະໂຄສະນາອົບຮົມສູນກາງພັກ.
ໃນຕອນບ່າຍຂອງວັນທີ 9 ທັນວາ 2020 ຜ່ານມາ, 3 ອົງການຈັດຕັ້ງມະຫາຊົນ ຂອງຄະນະໂຄສະນາອົບ ຮົມສູນກາງພັກ ໄດ້ພ້ອມກັນຈັດຂະບວນການແຂ່ງຂັນກິລາບານເຕະ ຍິງ-ຊາຍ ແລະ ກິລາມວນຊົນ ຂຶ້ນທີ່ເດີນບານຫຼັກ 9; ໂດຍໃຫ້ກຽດກ່າວເປີດພິທີໂດຍ ທ່ານ ວັນຕຸລາ ຣັກນຸດ ປະທານສະຫະພັນກໍາມະບານ ຄອສພ, ເຂົ້າຮ່ວມມີ: ຄະນະພັກ ຄອສພ, ເລຂາ, ຮອງເລຂາ ແລະ ສະມາຊິກຂອງ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນການຟົດຟື້ນ.

ໃນພິທີ ທ່ານ ນ. ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ໄດ້ຂຶ້ນກ່າວຈຸດປະ ສົງໃນການຈັດກິດຈະກໍາຄັ້ງນີ້ແມ່ນ ເພື່ອສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 45 ປີ, ວັນເກີດ ຂອງປະ ທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ການກະກຽມກອງປະຊຸມໃຫຍ່ຂອງ ບັນດາໜ່ວຍພັກກົມອ້ອມຂ້າງ ຄະນະໂຄສະນາອົບຮົມສູນກາງພັກ; ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ 3 ອົງການຈັດຕັ້ງມະຊົນ ຄອສພ; ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນ ດັ່ງກ່າວ ທ່ານ ວັນຕຸລາ ຣັກນຸດ ປະທານສະຫະພັນກໍາມະບານ ຄອສພ ໄດ້ມີຄໍາເຫັນ ແລະ ກ່າວເປີດພິທີຢ່າງເປັນທາງການ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍ, ຄວາມສໍາຄັນ ຂອງການຈັດຂະບວນການແຂ່ງຂັນກິລາໃນຄັ້ງນີ້ ເພື່ອເປັນການສ້າງສັນມິດຕະພາບ, ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ຂອງບັນດາສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ພາຍໃນ ຄອສພ, ພ້ອມນັ້ນ ທ່ານ ຍັງໄດ້ຮຽກຮ້ອງໃຫ້ນັກກິລາທຸກຄົນ ຕ້ອງມີນໍ້າໃຈນັກກິລາຮູ້ແພ້ ຮູ້ ຊະນະ ແລະ ໃຫ້ອາໄພເຊິ່ງກັນ ແລະ ກັນ, ຫຼິ້ນກິລາດ້ວຍຄວາມມ່ວນຊື່ນ ເພື່ອເຮັດໃຫ້ ການແຂ່ງຂັນກິລາຄັ້ງນີ້ເຕັມໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ແລະ ຟົດຟຶ້ນທີ່ສຸດ.