ກົມ​ໂຄ​ສະ​ນາ ຄອ​ສ​ພ ​ໄດ້ຈັດ​ພິ​ທີ​ເລື່ອນ​ສະ​ມາ​ຊິກ​ສ​ຳ​ຮອງ​ຂຶ້ນ​ສົມ​ບູນ

ກົມ​ໂຄ​ສະ​ນາ ຄອ​ສ​ພ ​ໄດ້ຈັດ​ພິ​ທີ​ເລື່ອນ​ສະ​ມາ​ຊິກ​ສ​ຳ​ຮອງ​ຂຶ້ນ​ສົມ​ບູນ

ຕອນ​ເຊົ້າ​ຂອງວັນ​ທີ 21 ມັງ​ກອນ 2021 ທີ່​ຜ່ານ​ມາ ກົມ​ໂຄ​ສະ​ນາ ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາ​ງ​ພັກ ໄດ້​ຈັດ​ພິ​ທີ່​ເລື່ອນ​ສະ​ມາ​ຊິກ​ພັກ​ສຳ​ຮອງຂຶ້ນ​ ເປັນ​ສະ​ມາ​ຊິ​ກ​ພັກ​ສົມ​ບູນ, ໂດຍ​ການໃຫ້​ກຽດ​ເປັນ​ປະ​ທານ​ຂອງ ທ່ານ ນາງ ບົວ​ລີ ບັນ​ຊາ​ລິດ ຄະ​ນະ​ພັກ, ເລ​ຂາ​ໜ່ວຍ​ພັກ ກົມ​ໂຄ​ສະ​ນາ; ມີ​ຜູ້​ຕ່າງ​ໜ້າ​ຈາກ​ບັນ​ດາ​ໜ່ວຍ​ພັກ​ອ້ອມ​ຂ້າງ ຄອ​ສ​ພ ແລະ ພະ​ນັກ​ງານ​ສະ​ມ​າ​ຊິກ​ພັກສົມ​ບູນ ແລະ ສຳ​ຮອງ​ ພາຍ​ໃນ​ໜ່ວຍພັກເຂົ້າ​ຮ່ວມ​ທັງ​ໝົດ 20 ກວ່າ​ສະ​ຫາຍ.

ໃນ​ພິ​ທີ່​ດັ່ງ​ກ່າວ ທ່ານ ນາງ ພວງ​ມາ​ລີ ອັກ​ຄະ​ມູນ​ຕີ ຮອງ​ເລ​ຂາ​ໜ່ວຍ​ພັກ ໄດ້​ຂຶ້ນ​ຜ່ານ​ມະ​ຕິ​ຕົກ​ລົງ​ສະ​ບັບ​ເລກ​ທີ 01/ຄ​ພ.ຄອ​ສ​ພ ລົງ​ວັນ​ທີ 07/ 01 / 2021 ວ່າ​ດ້ວຍ​ການ​ອະ​ນຸ​ມັດ​ເລື່ອ​ນ​ສະ​ມາ​ຊິກ​ພັກ​ສຳ​ຮອງ​ເປັນ​ສະ​ມາ​ຊິກ​ພັກ​ສົມ​ບູນ ຈຳ​ນວນ​ 04 ສະ​ຫາຍ ທີ່​ໄດ້​ຜ່ານ​ການ​ຝຶກ​ຝົນ​ຫຼໍ່​ຫຼອມ​ທາງ​ດ້ານ​ຄຸນທາດ​ການ​ເມືອງຄຸນ​ສົມ​ບັດ​ສິນ​ທ​ຳ​ປະ​ຕິ​ວັດ ​ເປັນ​ໄລ​ຍະ​ເວ​ລາ​ໜຶ່ງ​ປີ​ເຕັມ.

ຈາກ​ນັ້ນ ທ່ານ ນາງ ບົວ​ລີ ບັນ​ຊາ​ລິດ ກໍ່​ໄດ້​ມີ​ຄຳ​ເຫັນ​ໂອ​້ລົມ​ຕໍ່​ສະ​ມາ​ຊິກພັກ​ສົມ​ບູນ​ໃໝ່​ທັງ​ 4​ສະ​ຫາຍ​ໂດຍ​ເພີ​່ນ​ໄດ້​ກ່າວ​ວ່າ: ພວກ​​ສະ​ຫາຍທັງ 4 ​ແມ່ນ​ໄດ້​ມີ​ຄວາມ​ບຸກ​ບື່ນ​ຫ້າວ​ຫັນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ດ້ານ​ວິ​ຊາ​ສະ​ເພາະ ແລະ ບັນ​ດາ​ວຽກ​ງານ​ອື່ນໆ ​ທີ່​ການ​ຈັດ​ຕັ້ງ​ມອບ​ໃຫ້ຢ່າງ​ມີ​ຜົນສຳ​ເລັດ​. ສະ​ນັ້ນ ມັນ​ໄດ້​ພິ​ສູດ​ໃຫ້​ເຫັນ​ແຈ້ງວ່າ ພວກ​ສະ​ຫາຍ​ມີ​ຄວາມ​ບຸກ​ບືນ, ຝຶກ​ຝົນຫຼໍ່ຫຼອມ​ຕົນ​ເອງ​ໃຫ້​ກາຍ​ເປັນ​ສະ​ມາ​ຊິກ​ພັກ​ທີ່​ສາ​ມາ​ດ​ເຮັດ​ໜ້າ​ທີ່​ນຳ​ພາ​ໃນ​ຕໍ່​ໜ້າ, ຈຶ່ງ​ສາ​ມາດ​ນຳ​ສະ​ເໜີ​ໃຫ້​ເລື່ອນ​ເປັນ​ສະ​ມາ​ຊິກ​ສົມ​ບູນ​ຂອງ ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ຂໍ​ຮຽກ​ຮ້ອງໃຫ້​ສະ​ມາ​ຊິກ​ພັກ​ສົມ​ບູນ​ໃໝ່​ທັງ 4 ສະ​ຫາຍ​ຈົ່ງພ້ອ​ມ​ກັນ ຮັກ​ສາ​ມູນ​ເຊື້ອ​ທີ່​ເຮັດ​ໄດ້​ດີ​ທີ່​ຜ່ານ​ມາ ແລະ ຈົ່ງ​ຢື​ດ​ໝັ້ນ​ໃນ​ 7 ໜ້າ​ທີ່ ແລະ 11 ຂໍ້​ຫ້າມ​ທີ່​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ່​ຜ່ານ​ມາ​ໂດຍ​ສະ​ເພາະ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ X ແລະ  XI ຂອງ​ພັກ​ວາງ​ອອກ.  ​ພ້ອມ​ກັນ​ນັ້ນ ກໍ​ຈົ່ງ​ຕັ້ງ​ໜ້າ​ຝຶກ​ຝົນ​ຕົນ​ເອງ​ໃນ​ການ​ຊອກ​ຮູ້​ຮ່ຳ​ຮຽນ​ບັນ​ດາ​ມະ​ຕິ​ຄຳ​ສັ່ງ, ທິດ​ສະ​ດີ​ມາກ-ເລ​ນິນ, ແນວ​ຄິດ​ໄກ​ສອນ ພົມ​ວິ​ຫານ ແລະ ພາ​ສາ​ຕ່າງ​ປະ​ເທດ ໃຫ້​ເລີກ​ເຊິ່ງກວ້າງ​ຂວາງ​ຕື່ມ​ອີກ.

ໂດຍ: .ຜົນຸນ