ຄະນະໂຄສະນາອົບຮົມສູນກາງພັກຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ

ຄະນະໂຄສະນາອົບຮົມສູນກາງພັກຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສະມາຊິກພັກສົມບູນ

    ໃນວັນທີ 20 ມັງກອນ 2020 ນີ້, ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງຂື້ນເປັນສົມບູນ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີບັນດາສະຫາຍເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ ແລະ  ສະມາຊິກພັກຂອງໜ່ວຍພັກກົມຈັດຕັ້ງພະນັກງານ, ໜ່ວຍກົມຂໍ້ມູນຂ່າວສານ, ໜ່ວຍຫ້ອງການ ແລະ ໜ່ວຍວາລະສານອະລຸນໃໝ່ ເຂົ້າຮ່ວມ.

    ໃນພິທີ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຕາງໜ້າເລຂາໜ່ວຍພັກຂື້ນມີຄຳເຫັນວ່າ:ໃນພິທີເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນໃນຄັ້ງນີ້ແມ່ນການສືບຕໍ່ສ້າງພະນັກງານສືບທອດຜູ້ທີ່ມີຕາມມາດຖານເງື່ອນໄຂຄົບຖ້ວນ ແລະ ເປັນແບບຢ່າງໃນການຝຶກຝົນຫຼໍ່ຫຼອມຕົນເອງມີຄວາມບຸກບືນ ສູ້ຊົນຢ່າງຕັ້ງໜ້າ, ມີຄວາມຫ້າວຫັນແນໃສ່ເພີ່ມກຳລັງແຮງເຂົ້າໃນຖັນແຖວສະມາຊິກພັກ-ພະນັກງານ ໂດຍສະເພາະແມ່ນກຳລັງແຮງຫນຸ່ມນ້ອຍສືບທອດ ທີ່ມີຄວາມຮູ້ຄວາມສາມາດ ມີຄວາມໜັກແໜ້ນທາງດ້ານການເມືອງ ຈາກ ການຢັ້ງຢືນຂອງຄະນະພັກຂັ້ນເທິງເຫັນວ່າ ສະມາຊິກພັກໃໝ່ ຈຳນວນ 6 ສະຫາຍນີ້ລ້ວນແລ້ວເປັນບຸກຄົນມີຄຸນທາດການເມືອງດີ, ມີຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນວິທີເຮັດວຽກ ທີ່ປອດໃສຂາວສະອາດ.

    ໃນຕອນທ້າຍພິທີ ສະຫາຍ ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ມີຄຳເຫັນໂອ້ລົມເຊິ່ງກ່ອນອຶ່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາສະມາຊິກພັກໃໝ່ ທັງຊີ້ໃຫ້ເຫັນວ່າ: ພັກປະຊາຊົນປະຕິວັດລາວແມ່ນອົງການເສນາທິການທາງການເມືອງ, ເປັນການຈັດຕັ້ງສູງສຸດທີ່ເປັນຕົວແທນໃຫ້ແກ່ສິດຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າ ແລະ ນັກຮຽນຮູ້ປັນຍາຊົນ, ເປັນແກ່ນນໍາໃນການຈັດຕັ້ງນໍາພາທີ່ເປັນເອກະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມ ຂອງທຸກການຈັດຕັ້ງໃນລະບົບການເມືອງ, ແນ່ໃສ່ປະຕິບັດສິດເປັນເຈົ້າ, ປົກປ້ອງສິດຜົນປະໂຫຍດອັນຊອບທໍາ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງປວງຊົນລາວທັງຊາດ ແລະ ເໜັ້ນໜັກໃຫ້ບັນດາສະມາຊິກພັກໃໝ່ນີ້ຈົ່ງຮັກສາມູນເຊື້ອຄວາມເປັນແບບຢ່າງນຳໜ້າຮອບດ້ານຂອງພັກປະຊາຊົນປະຕິລາວຢ່າງໜັກແໝ້ນ.