ນັກສຶກສາປະລິນຍາຕີຮຸ່ນທີ 23 ຊຸດທີ VII ສາຂາໂຄສະນາອົບຮົມ ເຂົ້າຝຶກພາກປະຕິບັດຕົວຈິງຢູ່ກົມຂໍ້ມູນຂ່າວສານ

ນັກສຶກສາປະລິນຍາຕີຮຸ່ນທີ 23 ຊຸດທີ VII ສາຂາໂຄສະນາອົບຮົມ ເຂົ້າຝຶກພາກປະຕິບັດຕົວຈິງຢູ່ກົມຂໍ້ມູນຂ່າວສານ

ໃນຕອນເຊົ້າວັນທີ 22 ມັງກອນ 2021 ທີ່ຫ້ອງອິນເຕີເນັດ ກົມຂໍ້ມູນຂ່າວສານຈັດພິທີຝຶກພາກປະຕິບັດຕົວຈິງໃຫ້ນັກສຶກສາປະລິນຍາຕີຮຸ່ນທີ 23 ຊຸດທີ VII ສາຂາໂຄສະນາອົບຮົມເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ, ຕ່າງໜ້າຄູອາຈານມາຈາກ ສມປຊ  ແລະ ພະນັກງານວິຊາການຄູອາຈານພາຍໃນກົມຂໍ້ມູນຂ່າວສານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍອາຈານ ແລະ ນັກສຶກສາທີ່ມາຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດທີ່ໄດ້ຮຽນຮູ້ທັກສະຕ່າງໆກ່ຽວກັບວຽກງານຂໍ້ມູນຂ່າວສານ; ໃນພາກປະຕິບັດຕົວຈິງຄັ້ງນີ້ກໍແມ່ນວຽກໜື່ງໃນແຜນການຮຽນການສອນຕາມຫຼັກສູດຂອງ ສມປຊ ຫຼັງຈາກທີ່ໄດ້ຮຽນທິດສະດີແລ້ວນັກສຶກສາຈະໄດ້ທົດລອງປະຕິບັດຕົວຈິງ; ໃນການລົງເຮັດວຽກຕົວຈິງຄັ້ງນີ້ໄດ້ເປີດໂອກາດໃຫ້ນັກສຶກສາຖາມຄຳຖາມຂໍ້ຂ້ອງໃຈເພື່ອເປັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ທ່ານໃຫ້ຮູ້ຕື່ມວ່າວຽກງານໄອທີເປັນວຽກງານສຳຄັນ ແລະ ສາມາດໝູນໃຊ້ເຂົ້າໃນວຽກງານວິຊາສະເພາະເພື່ອປ່ຽນແປງລະບົບການເຮັດວຽກໃຫ້ມີຄວາມວ່ອງໄວຂື້ນ ເວົ້າລວມ ເວົ້າສະເພາະກໍແມ່ນການສະໜອງບັນດາຂໍ້ມູນທີ່ຈຳເປັນໃຫ້ແກ່ວຽກງານການເມືອງແນວຄິດ.