ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ.


ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ.
ໃນຕອນບ່າຍຂອງວັນທີ 4 ກຸມພາ 2021 ຜ່ານມາ, ກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນທາງດ້ານວຽກງານເອເລັກໂຕຣນິກ (ໄອຊີທີ) ກັບ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ກະຊວງວິທະຍາສາດເຕັກໂນໂລຊີ, ເຊິ່ງນໍາໂດຍ ທ່ານ ວັນຕຸລາ ຣັກນຸດ ຫົວ ໜ້າກົມຂໍ້ມູນຂ່າວສານ, ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງທ່ານ ວິລະສັກ ອິນທະປະຖາ ຫົວໜ້າສະຖາ ບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ ພ້ອມດ້ວຍຄະນະ.
ໃນພິທີ ທ່ານ ວັນຕຸລາ ຣັກນຸດ ໄດ້ກ່າວຈຸດປະສົງ ແລະ ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຂອງຄະນະ ແລະ ພະນັກງານຂອງ ສະຖາບັນເຕັກໂນໂລຊີຄອມພິວເຕີ ແລະ ເອເລັກໂຕຣນິກ. ໃນການພົບປະແລກປ່ຽນບົດ ຮຽນໃນຄັ້ງນີ້ແນ່ໃສ່ ເພື່ອເຮັດໃຫ້ພະນັກງານວິຊາການທັງສອງຝ່າຍໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງເລິກເຊິ່ງກ່ຽວກັບວຽກງານໄອທີ ກໍຄືການພັດທະນາ, ການຄຸ້ມຄອງນໍາໃຊ້ເຄື່ອງມືເອເລັກໂຕຣນິກ ແລະ ເສີມສ້າງຄວາມຊໍານານ ໃນການນໍາໃຊ້, ການພັດທະນາລະບົບໂປຼແກຣມຕ່າງໆ ໃຫ້ສອດຄ່ອງກັບວຽກງານໃນປັດຈຸບັນ; ນອກນັ້ນ ຍັງເປັນການຍົກສູງຄວາມຮູ້ ຄວາມສາມາດໃນການພັດທະນາວຽກ ງານໄອທີ ເພື່ອສ້າງບາດກ້າວບຸກທະລຸໃນການນໍາໃຊ້ວິທະຍາສາດ ແລະ ນະວະຕະກໍາທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະ ແນ່ໃສ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່, ເວົ້າລວມ ເວົ້າສະເພາະກໍຄືຫັນວຽກງານໂຄສະນາອົບຮົມໃຫ້ມີຄວາມທັນສະໄໝຂຶ້ນເປັນກ້າວໆ ແລະ ແທດເໝາະກັບຍຸກປັດຈຸບັນ; ພ້ອມນັ້ນ ທ່ານ ວັນຕຸລາ ຣັກນຸດ ຍັງໄດ້ເໜັ້ນໜັກໃຫ້ພະນັກງານວິຊາການຜູ້ທີ່ເຂົ້າຮ່ວມຈົ່ງພ້ອມກັນສຶກສາຄົ້ນຄວ້າໃຫ້ເລິກເຊິ່ງເພື່ອນໍາມາໜູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງຕົນ; ຈາກນັ້ນ ທ່ານ ວິລະສັກ ອິນທະປະຖາ ຍັງໄດ້ສະເໜີກ່ຽວກັບການເຄື່ອນໄຫວໜ້າທີ່ວຽກ ງານຂອງສະຖາບັນໃນໄລຍະຜ່ານມາ ແລະ ແຜນພັດທະນາໃນຕໍ່ໜ້າຂອງສະຖາບັນໃຫ້ຊາບເຊັ່ນ: ໂຄງການຄົ້ນຄວ້າ ແລະ ພັດທະນາການສ້າງປຶ້ມແບບເອເລັກໂຕນິກ(E-Book), ຄົ້ນຄວ້າສ້າງໂປຼແກຣມຮັບ-ສົ່ງຂໍ້ມູນແບບທັນສະໄໝ (MIM), ທົດລອງສ້າງການບໍລິ ການຕິດຕັ້ງໂປຼແກຣມ ແລະ ສ້ອມແປງເຄື່ອງອຸປະກອນໄອທີ, ຄົ້ນຄວ້າ ແລະ ພັດທະນາ ເຮືອບິນບໍ່ມີຄົນຂັບ ແລະ ສ້າງລະບົບໂປຼແກຣມຖານຂໍ້ມູນຂອງບ້ານ ແລະ ອື່ນໆ.

ຫົວຂໍ້ໃນການພົບປະແລກປ່ຽນບົດຮຽນໃນຄັ້ງນີ້ປະກອບມີ 4 ຫົວຂໍ້ຄື:
1. ການນໍາໃຊ້ໂປຼແກຣມລົງທະບຽນແບບອອນລາຍ ເວລາປະຊຸມ.
2. ການພັດທະນາລະບົບບັນທຶກການເຂົ້າ-ອອກ ຂອງພະນັກງານ ຢູ່ສໍານັກງານ ດ້ວຍລະບົບ B10 metrics ທີ່ສາມາດສະແດງຜົນຜ່ານທາງມືຖື.
3. ການຄວບຄຸມເຄື່ອງສຽງໄລຍະໄກຜ່ານອິນເຕີເນັດ.
4. ການນໍາໃຊ້ລະບົບໂປຼແກຣມອ່ານເອກະສານ

ການພົບແລກປ່ຽນບົດຮຽນໃນຄັ້ງນີ້ ຖືວ່າໄດ້ຮັບບົດຮຽນທີ່ດີ ເພື່ອມາໝູນໃຊ້ເຂົ້າໃນການພັດທະນາລະບົບໄອທີຂອງ ຄອສພ ທັງເປັນການຍົກລະດັບຄວາມຮູ້ ຄວາມສາມາດໃຫ້ພະນັກງານ ກົມຂໍ້ມູນຂ່າວສານ ແລະ ໄດ້ຮຽນຮູ້ບົດຮຽນໃໝ່ໃນການນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃຫ້ນັບມື້ນັບມີຄວາມທັນສະໄໝ.