ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກລົງຢ້ຽມຢາມໂຄງການທາງລົດໄຟລາວ-ຈີນ.

ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກລົງຢ້ຽມຢາມໂຄງການທາງລົດໄຟລາວ-ຈີນ.

    ພາຍຫຼັງສຳເລັດການຝຶກອົບຮົມວຽກງານປາຖະກະຖາຢູ່ກະຊວງ ຍທຂ ຕິດພັນກັບຜົນສຳເລັດດັ່ງກ່າວກະຊວງ ຍທຂ ຮ່ວມກັບ ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກໄດ້ຮ່ວມກັນຈັດໄປທັດສະນະສຶກສາໂຄງການທາງລົດໄຟລາວ-ຈີນ ໃນວັນທີ 24 ກຸມພາ 2021 ນຳໂດຍທ່ານ ນ. ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄສະນາ,ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ລົງຢ້ຽມຢາມທັດສະນະສຶກສາໂຄງການທາງລົດໄຟລາວ-ຈີນ ຢູ່ທີ່ສະຖານີໂດຍສານລົດໄຟລາວ-ຈີນນະຄອນຫຼວງວຽງຈັນ(ຫຼັກ 15).

    ໃນການຢ້ຽມຢາມໃນຄັ້ງນີ້ ທ່ານ ຊ່ຽວ ຊຽນເຫວີນ(XIAO QIAN WEN), ຜູ້ອຳນວຍການໃຫຍ່ບໍລິສັດລົດໄຟລາວ-ຈີນຈໍາກັດ ພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບ ແລະ ນຳພາຄະນະພວກເຮົາຢ້ຽມຊົມຂີ່ລົດໄຟຈາກສະຖານີໂດຍສານລົດໄຟລາວ-ຈີນນະຄອນຫຼວງວຽງຈັນ(ຫຼັກ 15) ໄປຍັງສະໝາມເຊື່ອມຕໍ່ທາງລົດໄຟ ເຂດບ້ານສົງເປື່ອຍ ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.

    ຫຼັງຈາກນັ້ນໄດ້ຮ່ວມພົບປະສອງຝ່າຍເຊິ່ງຝ່າຍຈີນໄດ້ສະເໜີຄວາມເປັນມາ ແລະ ຄວາມສຳຄັນໃນການກໍ່ສ້າງລົດໄຟລາວ-ຈີນ, ວຽກງານການປະກອບລົດໄຟ, ໂຄງຮ່າງສະຖານີໂດຍສານ, ສະຖານີເຄື່ອງຂົນສົ່ງ, ການອອກແບບໃຫ້ມີສັນຍະລັກມິດຕະພາບລາວຈີນ, ວຽກງານການພັດທະນາຊຸມຊົນ ແລະ ການບໍລິຫານສິ່ງແວດລ້ອມ. ນອກຈາກນີ້ຄະນະບໍລິຫານເສັ້ນທາງລົດໄຟລາວ-ຈີນຍັງກ່າວເໜັ້ນອີກວ່າ: ການຂົນສົ່ງແມ່ນມີຄວາມສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດ-ສັງຄົມ, ຖ້າມີການຂົນສົ່ງທີ່ມີປະສິດທິພາບສູງ ກໍຈະປະກອບສ່ວນເຮັດໃຫ້ເສດຖະກິດ ມີຄວາມເຕີບໂຕໄວ. ປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ “ການຄົມມະນາຄົມຂົນສົ່ງເປັນປາຍແຫຼມຂອງເສດຖະກິດແຫ່ງຊາດ”. ດ່ັງສຸພາສິດຈີນໄດ້ກ່າວວ່າ “ຢາກຮັ່ງມີໃຫ້ສ້າງທາງກ່ອນ, ຖ້າຢາກລວຍໃຫ້ສ້າງທາງລົດໄຟ ເມື່ອມີສຽງດັ່ງຂື້ນ ເງິນຄຳກໍໄຫລມາເທມາ” . ລົດໄຟເຮັດໃຫ້ລະບົບຂົນສົ່ງມີຄວາມປອດໄພສູງ, ມີຜົນກະທົບຕໍ່ສິງແວດລ້ອມຕ່ຳ, ຫລຸດຜ່ອນຄວາມແອອັດໃນການສັນຈອນທາງຖະໜົນ, ຄ່າຂົນສົ່ງຖືກກວ່າ,​ໄລຍະທາງການຂົນສົ່ງສັ້ນກວ່າ, ຂົນສົ່ງໄດ້ຈຳນວນຫຼາຍ ແລະ ຕົງຕໍ່ເວລາ. ເຫັນໄດ້ວ່າມີຫຼາຍປະເທດນິຍົມຊົມໃຊ້ການພັດທະນາລະບົບການພັດທະນາການຂົນສົ່ງເພື່ອເປັນການຊຸກຍູ້ການພັດທະນາເສດຖະກິດ.

    ອີງໃສ່ການພັດທະນາເສດຖະກິດ-ສັງຄົມຂອງ ສ ປປ ລາວ ການພົວພັນຮ່ວມມືພາກພື້ນ ແລະ ສາກົນ ທີ່ນັບມື້ນັບຂະຫຍາຍຕົວນັ້ນ, ສູນກາງພັກ ແລະ ລັດຖະບານແຫ່ງ ສ ປປ ລາວ ໄດ້ມີນະໂຍບາຍຫັນປະເທດຈາກບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດກັບປະເທດໃກ້ຄຽງ, ອັນນີ້ແມ່ນຍຸດທະສາດທີ່ເຫັນກ້ວາງມອງໄກຂອງພັກ ແລະ ລັດ, ທັງສອດຄ່ອງກັບວິວັດທະນາການແຫ່ງການພັດທະນາຂອງສັງຄົມມະນຸດ.

    ໂຄງການລົດໄຟລາວ-ຈີນເລີ່ມລົງມືກໍ່ສ້າງໃນວັນທີ 25 ທັນວາ 2016, ຄວາມຍາວທັ້ງຫມົດ 422.4 ກິໂລແມັດ, ສະເລ່ຍຄວາມໄວ 160-200 km/h, ໄລຍະເວລາກໍ່ສ້າງ 5 ປີ ຄາດວ່າທ້າຍປີ 2021 ຈະໄດ້ນຳໃຊ້ຢ່າງເປັນທາງການ, ມູນຄ່າຂອງໂຄງການ 37.4 ຕື້ຢວນ ຫຼືປະມານ 6000 ລ້ານໂດລາສະຫະລັດ, ຝ່າຍລາວຖືຮຸ້ນ 30%, ຝ່າຍຈີນຖືຮຸ້ນ 70%, ກຳນົດເອົາ 40% ຂອງມູນຄ່າການລົງທຶນ ເປັນເງິນຕົ້ນທຶນ, ສ່ວນອີກ 60% ແມ່ນກູ້ຢືມຈາກທະນາຄານຂາເຂົ້າ-ຂາອອກ ສປ ຈີນ ດ້ວຍດອກເບ້ຍນະໂຍບາຍ; ໃນມູນຄ່າ 5,986 ລ້ານໂດລາສະຫະລັດນັ້ນ, ລັດຖະບານລາວລົງທຶນ 730 ລ້ານໂດລາສະຫະລັດ ຫຼື ເທົ່າກັບ 12% ຂອງມູນຄ່າໂຄງການ, ຊຶ່ງລັດຖະບານລາວອອກເງິນຕົວຈິງ 250 ລ້ານໂດລາສະຫະລັດ ໃນໄລຍະເວລາ 5 ປີ (ປີລະ 50 ລ້ານໂດລາສະຫະລັດ) ແລະ ອີກຈໍານວນ 480 ລ້ານໂດລາສະຫະລັດ ແມ່ນລັດຖະບານຈີນໃຫ້ການກູ້ຢືມແບບພິເສດ.

ຫຼັງຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ສຳເລັດ ສປປ ລາວ ຈະໄດ້ຮັບຜົນປະໂຫຍດ ຄື:

  • ຈະ​ມີພື້ນຖານໂຄງລ່າງທາງດ້ານເສດຖະກິດທີ່ໝັ້ນຄົງ;
  • ຈະ​ບັນລຸຍຸດທະສາດການ​ຮ່ວມ​ມື ​ແລະ ການ​ເຊື່ອມ​ຈອດ ລະຫວ່າງ ສປປ ລາວ ກັບ ປະ​ເທດ​ອາ​ຊຽນ ​ແລ​ະ ສປ ຈີນ;
  • ທາງ​ລົດ​ໄຟ​ຈະ​ເປັນ​​ເຄື່ອງມື​ສຳຄັນ​ໃນ​ການ​ດຶງ​ດູດ​ເອົາ​ນັກ​ລົງທຶນ​ຈາກຕ່າງປະ​ເທດ, ຈະ​ມີ​ທ່າ​ແຮງ​ສົ່ງ​ເສີມ​ການ​ພົວພັນ​ຮ່ວມ​ມື​ຄ້າຂາຍ, ແລກປ່ຽນສິນຄ້າ, ການໄປມາຫາສູ່, ການທ່ອງທ່ຽວ, ການລົງທຶນກັບປະ​ເທດ​ອາ​ຊຽນ ​ແລະ ສປ ຈີນ;
  • ປະກອບສ່ວນອັນສຳຄັນເຂົ້າໃນວຽກງານຫຼຸດຜ່ອນຄວາມທຸກຍາກ;
  • ຈະກາຍເປັນຊັບສິນ ແລະ ​ເປັນ​ມໍລະດົກອັນລໍ້າຄ່າໃຫ້ແກ່ປະເທດຊາດພວກເຮົາ.

    ໃນຕອນທ້າຍໃນການທັດສະນະສຶກສາໃນຄັ້ງນີ້ ທ່ານ ນ. ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄສະນາ,ຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະແດງຄວາມຊົມເຊີຍຕໍ່ບໍລິສັດທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍປະການ ໃນການປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ, ເພື່ອເຮັດໃຫ້ໂຄງການສໍາເລັດໄດ້ໃນເດືອນທັນວາ 2021 ຕາມແຜນການທີ່ກໍານົດໄວ້ ແລະ ໄດ້ກ່າວຕື່ມວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແມ່ນໂຄງການຮ່ວມມືຂອງສອງລັດຖະບານ ເຊິ່ງເປັນໂຄງການທີ່ມີຄວາມສໍາຄັນ​ເປັນ​ພິ​ເສດເປັນສັນຍະລັກແຫ່ງການຮ່ວມມືລາວ-ຈີນໄລຍະໃໝ່ທີ່ມີ​ຄວາມ​ໝາຍ​ທາງ​ດ້ານປະຫວັດສາດ ແລະ ຍຸດທະສາດຂອງທັງສອງປະເທດ.