ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ກະຊວງຍຸຕິທຳ ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາ-ປາຖະກະຖາຄັ້ງທີ II.


ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ກະຊວງຍຸຕິທຳ ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາ-ປາຖະກະຖາຄັ້ງທີ II.
ໃນວັນທີ 1-5 ກຸມພາ 2021 ຜ່ານມາ, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ກະຊວງຍຸຕິທຳ ເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວຽກງານໂຄສະນາ-ປາຖະກະຖາຄັ້ງທີ II ຂຶ້ນຢູ່ທີ່ ຫ້ອງປະ ຊຸມຂອງກະຊວງຍຸຕິທໍາ; ໂດຍການເປັນປະທານຮ່ວມຂອງ ທ່ານ ໄພວີ ສີບົວລີພາ ກຳມະການສູນກາງພັກ, ເລ ຂາຄະນະບໍລິຫານງານພັກ ກະຊວງຍຸຕິທຳ ຮອງລັດຖະມົນຕິກະຊວງຍຸຕິທຳ ແລະ ທ່ານ ນ. ບົວລີ ບັນຊາລິດ ຄະ ນະພັກ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ຄູອາຈານພ້ອມດ້ວຍ ນັກສຳມະນາກອນຂອງກະຊວງຍຸຕິທຳທັງໝົດ 50 ສະຫາຍ, ຍິງ 23 ສະຫາຍ.

ຈຸດປະສົງໃນການເປີດຊຸດອົບຮົມວຽກງານໂຄສະນາ-ປາຖະກະຖາໃນຄັ້ງນີ້ ເພື່ອແນ່ໃສ່ບຸກທະລຸທາງດ້ານຈິນ ຕະນາການຂອງວຽກງານແນວຄິດ, ເພື່ອຍົກລະດັບຄວາມຮູ້ທາງດ້ານວິທີການໂຄສະນາດ້ວຍປາກ ໃຫ້ບັນດານັກສຳມະນາກອນຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ວຽກງານໂຄສະນາ-ປາຖະກະຖາ ແລະ ມີຄວາມເອກະພາບກັນ ໃນການຈັດຕັ້ງປະຕິບັດວຽກງານໂຄສະນາ-ປາຖະກະຖາ ໃຫ້ມີຄວາມເຂັ້ມແຂງ.
ເນື້ອໃນເອກະສານໃນການຝຶກອົບຮົມ ປະກອບມີທັງໝົດ 3 ບົດຄື:
1. ບັນຫາພື້ນຖານຂອງວຽກງານໂຄສະນາ.
2. ຝຶກຝົນຄວາມສາມາດໃນການຂຽນເອກະສານ.
3. ຄຸນລັກສະນະ, ສີລະປະໃນການປາກເວົ້າ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາ.
ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ໄພວີ ສີບົວລີພາ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກຮອງລັດຖະມົນຕິກະຊວງຍຸຕິທຳ ໄດ້ໃຫ້ກຽດໂອ້ລົມຕໍ່ຊຸດຝຶກອົບຮົມວ່າ ການຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາຄັ້ງນີ້ ແມ່ນມີຄວາມສຳຄັນ ແລະ ຈຳເປັນສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງກະຊວງຍຸຕິທຳ ເພື່ອເປັນການຍົກສູງຄວາມຮູ້ຄວາມສາມາດໃນການໂຄສະນາ-ປາຖະ ກະຖາ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃຫມ່ເປັນຕົ້ນແມ່ນ ສະມາຊິກພັກ, ພະນັກງານຕ້ອງມີຄວາມຮັບຮູ້ ແລະ ເຂົ້າ ໃຈຢ່າງເລີກເຊິ່ງຕໍ່ແນວທາງການເມືອງ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຄັ້ງໃຫ້ເປັນຂະບວນການອັນກ້ວາງຂວາງ ໂດຍການໂຄສະນາປຸກລະດົມຂະບວນການມະຫາຊົນເຂົ້າຮ່ວມຢ່າງກວ້າງຂວາງ ເຮັດໃຫ້ແນວທາງປ່ຽນແປງໃຫມ່ຂອງພັກເຮົາສືບຕໍ່ດຳເນີນໄປຢ່າງມີປະສິດທິຜົນ, ເລິກເຊິ່ງ, ຮອບດ້ານ ແລະ ມີຜົນສຳເລັດໃຫຍ່ຫຼວງກ່ວາເກົ່າ; ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະເທດຊາດ ແລະ ປະຊາຊົນ. ພ້ອມນັ້ນ ທ່ານຍັງໄດ້ຮຽກ ຮ້ອງ ໃຫ້ນັກສໍາມະນາກອນທຸກສະຫາຍ ຈົ່ງເພີ່ມຄວາມຮັບຜິດຊອບຂອງຕົນປະກອບສ່ວນເຂົ້າໃນການໂຄສະ ນາ-ປາຖະກະຖາ ບັນດາແນວທາງນະໂຍບາຍຂອງພັກ-ລັດ ໃຫ້ແກ່ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໄດ້ເຂົ້າໃຈຢ່າງເລິກເຊິ່ງ.
ໂດຍ: ຈິນດາວັນ ອິນສົມເພຍ.