ພິທີມອບ-ຮັບໜ້າທີ່ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

    ໃນຕອນບ່າຍວັນທີ 03 ກຸມພາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີມອບ-ຮັບໜ້າທີ່ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາສະຫາຍການນຳຂັ້ນສູງອ້ອມຂ້າງສູນກາງ, ຄະນະນຳມາຈາກນະຄອນຫຼວງ, ການນຳຈາກແຂວງອຸດົມໄຊ ແລະ ຄະນະພັກ ຄະນະນຳຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍພະນັກງານທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນ​ພິທີ​ດັ່ງກ່າວ ທ່ານ ນ. ວິໄລວັນ ເພັງສະຫວັດ ຫົວໜ້າກົມຈັດຕັ້ງພະນັກງານ, ຄະນະຈັດຕັ້ງສູນກາງພັກ​ ຂື້ນຜ່ານຄຳສັ່ງ ແລະ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ຄະນະໂຄສະນາອົບຮົມສູນກາງພັກ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ເຊິ່ງມີລາຍຊື່ດັ່ງນີ້:

ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຜູ້ເກົ່າ) ມອບ-ຮັບໜ້າທີ່ໃຫ້ແກ່ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ມາເປັນຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ(ຜູ້ໃໝ່).

ຈາກນັ້ນ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຜູ້ເກົ່າ) ຂື້ນລາຍງານການເຄື່ອນໄຫວຊີ້ນຳ-ນຳພາວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ, ຜົນງານທີ່ຍາດມາໄດ້ ແລະ ຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ.

ຫຼັງຈາກນັ້ນ ສະຫາຍ ບຸນທອງ ຈິດມະນີ ຕາງໜ້າໃຫ້ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ  ໄດ້ໃຫ້ກຽດມີຄຳເຫັນໂອ້ລົມເຊິ່ງກ່ອນອຶ່ນສະຫາຍໄດ້ສະແດງຄວາມຍ້ອງຍໍໍຊົມເຊີຍຕໍ່ຜົນງານອັນພົ້ນເດັ່ນໃນການຊີ້ນຳ-ນຳພາວຽກງານໂຄສະນາອົບຮົມໃນຕະຫຼອດໄລຍະຜ່ານມາ ແລະ ຮຽກຮ້ອງມາຍັງບັນດາສະຫາຍການນຳທຸກຂັ້ນຂອງ ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າໃຈຢ່າງເລິກເຊິ່ງວ່າກົມການເມືອງສູນກາງພັກ ຕົກລົງຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານການນຳຂັ້ນຍຸດທະສາດ ຫຼື ພະນັກງານການນຳຂັ້ນສູງຄືແນວນີ້ ແມ່ນຄວາມຈຳເປັນຂອງໜ້າທີ່ວຽກງານ, ຄວາມຕ້ອງການສຳລັບພັກແນ່ໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນໃຫ້ສອດຄ່ອງກັບໜ້າທີ່ວຽກງານ ແລະ ສອດຄ່ອງກັບລະດັບຄວາມຮູ້ຄວາມສາມາດຂອງພະນັກງານແຕ່ລະຄົນ ບໍ່ວ່າພະນັກງານຂັ້ນໃດ, ຈະແມ່ນພະນັກງານການນຳຂັ້ນສູງ, ກາງ ແລະ ພະນັກງານລັດຖະກອນທົ່ວໄປໃນເມື່ອມີຄວາມຮຽກຮ້ອງຕ້ອງການແລ້ວກໍຕ້ອງໄດ້ປະຕິບັດຕາມການມອບໝາຍຂອງການຈັດຕັ້ງ.

ສະນັ້ນ, ໃນເມື່ອມີການສັບປ່ຽນຜູ້ເປັນແກນນຳຫຼັກແຫຼ່ງຄືແນວນີ້ສະເໜີໃຫ້ ບັນດາສະຫາຍເອົາໃຈໃສ່ບາງບັນຫາຄື: ໃຫ້ບັນດາສະຫາຍສຶກສາອົບຮົມນຳພາແນວຄິດຂອງພະນັກງານສະມາຊິກພັກຢູ່ແຕ່ລະກົມ, ພະແນກການເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງຕໍ່ການສັບປ່ຽນດັ່ງກ່າວ; ໃຫ້ພວກສະຫາຍສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມໂດຍສະເພາະຄວາມສາມັກຄີພາຍໃນໃຫ້ມີຄວາມໜັກແໝ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫຼັກແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ ແລະ ສະມາຊິກພັກ; ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍເລ່ຫຼ່ຽມ ແລະ ຖ້ອຍທຳນອງໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກພາຍໃນພັກຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍປະເທດເຮົາ. ພ້ອມກັນຕັດສິນໃຈແກ້ໄຂບັນຫາທີ່ຍັງອ່ອນ ແລະ ຄົງຄ້າງ ເພື່ອພ້ອມກັນສືບຕໍ່ນໍາພາພະນັກງານ ແລະ ສະມາຊິກພັກ ໃນອົງການຂອງຕົນ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ປະດິດສ້າງການຫັນປ່ຽນທີ່ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານເຂົ້າໃນວຽກງານຕົວຈິງ ແລະ ພ້ອມນັ້ນ ກໍຕ້ອງປັບປຸງເນື້ອໃນ, ຮູບການ, ວິທີການຂອງວຽກງານໂຄສະນາອົບຮົມໃຫ້ສອດຄ່ອງ, ຕິດແທດກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງໜ້າທີ່ການເມືອງ, ແທດກັບແຕ່ລະເປົ້າໝາຍ, ມີຄຸນນະພາບ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ,ປັບປຸງລະບົບກົນໄກປະສານງານ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ກັບຄະນະພັກຂອງກະຊວງ, ອົງການຕ່າງໆ ຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ກົມກຽວ ແລະ ວ່ອງໄວ ເພື່ອກໍາສະພາບການຫັນປ່ຽນ ຂອງສະພາບການ ແລະ ດ້ານແນວຄິດຈິດຕະສາດ ຂອງພະນັກງານ, ສະມາຊິກພັກ. ນອກຈາກນັ້ນທ່ານຍັງກ່າວຢຳ້ອີກວ່າ: ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ມີຄວາມເຊື່ອໝັ້ນວ່າ ບັນດາສະຫາຍທີ່ຖືກຍົກຍ້າຍປ່ຽນແທນຈະສືບຕໍ່ຊີ້ນຳ-ນຳພາພະນັກງານໃຫ້ກ້າວຂື້ນຢ່າງໜັກແໜ້ນ, ຍູ້ແຮງຂະບວນການຮອບດ້ານໃຫ້ມີການຫັນປ່ຽນຢ່າງແຂງແຮງ ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ເກີດຜົນເປັນຈິງ ແລະ ກຽມຄວາມພ້ອມເປີດກອງປະຊຸມໃຫຍ່ອົງຄະນະພັກຄັ້ງທີ V ຂອງຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະມາເຖິງໃນມໍ່ໆນີ້.

ຕອນທ້າຍພິທີ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຂື້ນຮັບໜ້າທີ່ ແລະ ຮັບຄຳໂອ້ລົມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຊິ່ງກ່ອນອຶ່ນທ່ານໄດ້ຕີລາຄາສູງຕໍ່ການນຳພັກ-ລັດ ທີ່ໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຊົມເຊີຍຜົນງານທີ່ ຄອສພ ຍາດມາໄດ້ໃນໄລຍະຜ່ານມາ ແລະ ຈະສືບຕໍ່ຜັນຂະຫຍາຍຜົນສຳເລັດດ່ັງກ່າວ ແລະ ທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຊີ້ນຳ-ນຳພາວຽກໂຄສະນາອົບຮົມໃຫ້ມີບາດກ້າວອັນໃໝ່, ເອົາໃຈໃສ່ປັບປຸງແບບແຜນວິທີນໍາພາ-ວິທີເຮັດວຽກ ແລະ ເປັນເສນາທິການໃຫ້ຂັ້ນເທິງໃຫ້ມີຜົນສໍາເລັດ, ນໍາເອົາແນວທາງຂອງພັກ-ລັດ ໄປຜັນຂະຫຍາຍໃຫ້ດີ, ໃຫ້ໄວ, ໃຫ້ຫຼາຍ, ໃຫ້ຖືກຕ້ອງຕາມກົດໝາຍ, ສືບຕໍ່ປະຕິບັດພາລະບົດບາດ, ສິດ, ໜ້າທີ່ໃຫ້ໜັກແໜ້ນ ເອົາໃຈໃສ່ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ເສີມຂະຫຍາຍຈຸດດີ ມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນໃຫ້ເປັນປຶກແຜ່ນ.