ພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານທາງດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ວຽກງານຊາຍແດນຢູ່ແຂວງຫົວພັນ

ພິທີເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານທາງດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ວຽກງານຊາຍແດນຢູ່ແຂວງຫົວພັນ

ໃນ​ວັນ​ທີ 09-11 ກຸມພາ 2021ທີ່ຜ່ານມາ ຄະນະໂຄສະນາອົບຮົມສູນກາງພັກໄດ້ສົມທົບກັບ ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດຝຶກອົບຮົມຂື້ນຢູ່ທີ່​ສະໂມສອນເຂດບ້ານສົມຫວັງ ໂດຍການເປັນປະທານ ທ່ານ ໄຊຍະແສງ ຊົງຢົງຢ່າ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງສົບເບົາ ເຂົ້າຮ່ວມມີ: ທ່ານ ຄຳເຄນ ຈັນທະວົງ ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ອໍາພອນ ຄໍາປັນຍາ ຄະນະປະຈໍາພັກເມືອງ, ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ. ຊຸດອົບຮົມຄັ້ງນີ້ ມີ​ຜູ້​ເຂົ້າຮ່ວມທັງໝົດ 45 ທ່ານ, ຍິງ 8 ທ່ານ ຊຶ່ງມາຈາກ 4 ບ້ານໃນເຂດບ້ານສົມຫວັງ. ​ ເຂົ້າຮ່ວມຝຶກອົບຮົມມີຄະນະພັກເມືອງ ຜູ້ຮັບຜິດຊອບເຂດບ້ານສົມຫວັງ 1 ທ່ານ, ​ມີເລຂາ, ຮອງ​ເລຂາ​ໜ່ວຍພັກບ້ານ 8 ສະ ຫາຍ, ນາຍບ້ານ 4 ສະຫາຍ, ຮອງນາຍບ້ານ 8 ສະຫາຍ, ແນວໂຮມບ້ານ 4​ສະຫາຍ, ປກສ ບ້ານ 4 ສະ ຫາຍ, ຫົວໜ້າຊາວໜຸ່ມ 4 ສະຫາຍ, ແມ່ຍິງ 6 ສະຫາຍ, ສະຫະພັນນັກຮົບເກົ່າ 4 ສະຫາຍ, ແພດປະຈໍາສຸກສາລາ 1 ສະຫາຍ, ຄູ 1 ສະຫາຍ.

ຈຸດປະສົງການຈັດ​ອົບຮົມ​ຄັ້ງ​ນີ້ ​ກໍເພື່ອເຮັດໃຫ້ເປົ້າໝາຍເຂົ້າຮ່ວມໃນການຝຶກອົບຮົມໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດໃຫ້ເລິກເຊິ່ງ. ການຝຶກອົບຮົມແມ່ນ​ນໍາ​ໃຊ້ 2 ​ເອກະສານ​ (ເອກະສານອົບຮົມຄວາມ​ຮູ້​ພື້ນຖານ​ດ້ານ​ກາ​ນ​ເມືອງ-ການ​ປົກຄອງ ​ແລະ ການ​ສ້າງ​ບ້ານ​ພັດທະນາ​; ເອກະສານອົບຮົມປະຊາຊົນທີ່ຢູ່ລຽບຕາມຊາຍແດນ). ພາຍຫຼັງສໍາ​ເລັດ​ການ​ອົບຮົມ ກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກອົບຮົມ.

ຫຼັງຈາກນັ້ນ ທ່ານ ໄຊຍະແສງ ຊົງຢົງຢ່າ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງສົບເບົາໄດ້ໃຫ້ກຽດໂອ້ລົມເຊິ່ງທ່ານໄດ້ກ່າວເໜັ້ນວ່າ: ການຝຶກອົບຮົມຄັ້ງນີ້ເປັນການສ້າງບາດກ້າວບຸກທະລຸທາງດ້ານຈິນຕະນາການ (ແນວຄິດ) ໃຫ້ແກ່ອົງການປົກຄອງບ້ານ ໂດຍສະເພາະແມ່ນ ເລຂາ, ຮອງເລຂາໜ່ວຍພັກບ້ານ, ນາຍບ້ານ ແລະ ປະຊາຊົນຜູ້ທີ່ເປັນຫຼັກແຫຼ່ງ ຮັບຮູ້ ແລະ ເຂົ້າໃຈ ຕໍ່ກັບແນວທາງນະໂຍບາຍຂອງພັກ-ລັດ, ລະບຽບການຕ່າງໆເພື່ອສາມາດນໍາໄປສຶກສາອົບຮົມພໍ່ແມ່ປະຊາຊົນພາຍໃນບ້ານຂອງຕົນເອງ ໃຫ້ຮັບຮູ້ ເຂົ້າໃຈ ແລະ ປະຕິບັດຢ່າງຖືກຕ້ອງ.

ຂ່າວ: ໃຈແກ້ວ ສີບຸນເຮືອງ