ພິທີ ມອບ-ຮັບ ໜ້າທີ່ ເລຂາພັກແຂວງອຸດົມໄຊ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່

ພິທີ ມອບ-ຮັບ ໜ້າທີ່ ເລຂາພັກແຂວງອຸດົມໄຊ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່

ໃນວັນທີ16 ກຸມພາ 2021 ຢູ່ທີ່ຫ້ອງວ່າການປົກຄອງແຂວງ ອຸດົມໄຊ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ເລຂາພັກແຂວງ ອຸດົມໄຊ ລະຫວ່າງ ຜູ້ເກົ່າ-ຜູ້ໃໝ່ ຂຶ້ນໂດຍປະຕິບັດຕາມຄຳສັ່ງ ຂອງກົມການເມືອງສູນກາາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ,ເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊຜູ້ເກົ່າ ໄປຮັບໜ້າທີ່ໃຫ່ມຢູ່ ຄະນະໂຄສະນາອົບຮົມສູນກາງພັກ ແລະ ປະຕິບັດຕາມມະຕິຕົກລົງ ຂອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເປັນເລຂາຄະນະບໍລິຫານງານພັກແຂວງ ອຸດົມໄຊຜູ້ໃຫ່ມ ພ້ອມທັງເປັນຜູ້ຮັກສາການເຈົ້າແຂວງໆອຸດົມໄຊ.

ເຂົ້າຮ່ວມໃນພິທີດ່ັງກ່າວມີ ທ່ານ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນດາການນຳທຸກພາກສ່ວນຂອງແຂວງອຸດົມໄຊ. ໃນພິທີອັນສັກສິດດ່ັງກ່າວ ທ່ານ ນ ສີໄສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ໃຫ້ກຽດໂອ້ລົມເຊິ່ງທ່ານໄດ້ກ່າວເໜັ້ນວ່າ: ໃຫ້ບັນດາສະຫາຍມີຄວາມເປັນເອກະພາບ, ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ເອົາໃຈໃສ່ປະຕິບັດຫຼັກການລວມສູນ ປະຊາທິປະໄຕຢ່າງເຂັ້ມງວດຊຶ່ງເປັນຫຼັກການພື້ນຖານຂອງພັກ, ຍົກສູງຄວາມເປັນແບບຢ່າງນຳໜ້າ, ປັບປຸງກົງຈັກການຈັດຕັ້ງພັກໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ໜັກແໜ້ນ, ຄຸ້ມຄອງພະນັກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ, ຮັກສາຄວາມສາມັກຄີພາຍໃນພັກໃຫ້ມີຄວາມໜັກແໜ້ນເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວສະມາຊິກພັກ, ພະນັກງານ, ປະຊາຊົນບັນດາເຜົ່າ ແລະ ນຳພາແຂວງອຸດົມໄຊກ້າວໄປສູ່ຄວາມຈະເລີນຮັ່ງມີຕາມທິດທາງສັງຄົມນິຍົມຢ່າງແຂງແຮງ.