Kaspersky ເປີດເຜີຍສະຖິຕິ ປີ 2020 ພົບໄຟລ໌ອັນຕະລາຍເກີດໃໝ່ ສະເລ່ຍມື້ລະ 360,000 ໄຟລ໌ ເພີ່ມຂຶ້ນ 5.2% ຈາກປີກ່ອນ.

ສາລະໜ້າຮູ້ທາງດ້ານໄອທີ
Kaspersky ເປີດເຜີຍສະຖິຕິ ປີ 2020 ພົບໄຟລ໌ອັນຕະລາຍເກີດໃໝ່ ສະເລ່ຍມື້ລະ 360,000 ໄຟລ໌ ເພີ່ມຂຶ້ນ 5.2% ຈາກປີກ່ອນ.
ໃນປີ 2020, Kaspersky ກວດພົບໄຟລ໌ອັນຕະລາຍເກີດໃໝ່ສະເລ່ຍແລ້ວ ມື້ລະ 360,000 ໄຟລ໌ ຊຶ່ງເພີ່ມຂຶ້ນ 5.2% ເມື່ອທຽບກັບປີທີ່ຜ່ານມາ ສາເຫດແມ່ນໜ້າຈະມາຈາກ ການເຕີບໃຫຍ່ ແລະ ຂະຫຍາຍໂຕຢ່າງຫຼວງຫຼາຍຂອງ ໂທຈັນ (Trojan ໄຟລ໌ທີ່ເປັນອັນຕະລາຍໄດ້ຫຼາຍຢ່າງ ລວມທັງການລຶບ ຫຼື ລັກຂໍ້ມູນພ້ອມ) ແລະ ແບັກດໍ (Backdoor ໂທຈັນປະເພດໜຶ່ງທີ່ຜູ້ບໍ່ຫວັງດີ ສາມາດເຂົ້າມາຄວບຄຸມເຄື່ອງຄອມພິວເຕີຂອງເຫຍື່ອ) ເພີ່ມຂຶ້ນ 40.5% ແລະ 23% ຕາມລຳດັບ ແລະ ນີ້ແມ່ນແນວໂນ້ມ ທີ່ບອກໃນລາຍງານ Kaspersky Security Bulletin: Statistics of the Year Report
ລະບົບກວດຈັບຂອງ Kaspersky ກວດພົບໄຟລ໌ອັນຕະລາຍ ສະເລ່ຍແລ້ວ 360,000 ໄຟລ໌ ທີ່ເປັນໄຟລ໌ ໃໝ່ທຸກມື້ ໃນລະຫວ່າງ 12 ເດືອນ ທີ່ຜ່ານມາ ຊຶ່ງຫຼາຍກວ່າປີກ່ອນ 18,000 ໄຟລ໌ (ເພີ່ມຂຶ້ນ 5.2%) ແລະ ເພີ່ມຈາກປີ 2018 ຄື 346,000 ໄຟລ໌. ໃນບັນດາໄຟລ໌ອັນຕະລາຍເຫຼົ່ານີ້ 60.2% ເປັນໂທຈັນທົ່ວໄປ ທີ່ບໍ່ເຈາະຈົງປະເພດ ແລະ ພົບວ່າ ມີໂທຈັນເພີ່ມຂຶ້ນ 40.5% ເມື່ອທຽບກັບປີກ່ອນ ແລະ ຍັງພົບແບັກດໍ ເພີ່ມຂຶ້ນເຊັ່ນກັນ ລວມທັງ Worm (ໂປຣແກຣມອັນຕະລາຍ ທີ່ສໍາເນົາຕົວເອງເທິງລະບົບ) ຖືກຂຽນດ້ວຍພາສາ VisualBasic Script ແລະ ເປັນສ່ວນຫນຶ່ງຂອງຄອບຄົວມັນແວ Dinihou.
ສ່ວນໄຟລ໌ທີ່ພົບວ່າ ເລີ່ມຫຼຸດນ້ອຍລົງ ໄດ້ແກ່ແອັດແວ (adware ໂປຣແກຣມສະແດງແຕ່ໂຄສະນາຂຶ້ນມາ) ຫຼຸດລົງ 35% ເມື່ອທຽບກັບປີ 2019.
ໄຟລ໌ອັນຕະລາຍສ່ວນຫຼາຍ (89.80%) ແຜ່ກະຈາຍຜ່ານ Windows PE files ໄຟລ໌ໃນຮູບແບບສະເພາະລະບົບປະຕິບັດການ Windows ຂະນະດຽວກັນ ຈໍານວນມັນແວໃໝ່ ທີ່ກ່ຽວຂ້ອງກັບລະບົບປະຕິບັດການ Android ຫຼຸດລົງ 13.7% ເນື່ອງຈາກຕອນນີ້ ສ່ວນຫຼາຍເຮັດວຽກຢູ່ບ້ານ ໃຊ້ຄອມພິວເຕີ ແລະ ໂນດບຸກ ເປັນສ່ວນຫຼາຍ ຜູ້ບໍ່ຫວັງດີທາງໄຊເບີ ຈຶ່ງປ່ຽນເປົ້າໝາຍມາທີ່ເຄື່ອງຄອມພິວເຕີເຫຼົ່ານີ້ຫຼາຍຂຶ້ນ ພົບ Script ໃໝ່ ເພີ່ມຂຶ້ນ 27% ສົ່ງແນບມາກັບອີເມວ ຫຼື ຜ່ານທາງເວັບໄຊ ທີ່ຕິດມັນແວ ຊຶ່ງອາດຈະສະທ້ອນໃຫ້ເຫັນ ການນໍາໃຊ້ເວລາຫຼາຍຂຶ້ນເທິງອິນເຕີເນັດ ແລະ ຜູ້ບໍ່ຫວັງດີພະຍາຍາມ ທີ່ຈະຫາທາງນໍາໃຊ້ປະໂຫຍດຈາກຈຸດນີ້.
ຜູ້ຊ່ຽວຊານດ້ານຄວາມປອດໄພ ຂອງ Kaspersky ກ່າວວ່າ “ປີທີ່ຜ່ານມາລະບົບກວດຈັບຂອງເຮົາພົບ Objectອັນຕະລາຍ ເພີ່ມຂຶ້ນຈາກປີ 2019 ຢ່າງຫຼວງຫຼາຍ ຈາກການແຜ່ລະບາດຂອງພະຍາດ ຜູ້ໃຊ້ຈາກທົ່ວໂລກໃຊ້ເວລາກັບອຸປະກອນຕ່າງໆ ໃນໂລກອອນລາຍຫຼາຍຂຶ້ນ ເປັນເລື່ອງຍາກທີ່ຈະເຈາະຈົງວ່າ ຜູ້ບໍ່ປະສົງດີປະຕິບັດການກັນຫຼາຍຂຶ້ນ ຫຼື Solution ຂອງເຮົາກວດຈັບໄຟລ໌ອັນຕະລາຍໄດ້ຫຼາຍຂຶ້ນຕາມຂະໜາດ ແລະ ຈໍານວນຂອງກິດຈະກຳ ຫຼື ອາດຈະທັງສອງສາເຫດກໍ່ເປັນໄປໄດ້ ບໍ່ວ່າຈະຢ່າງໃດກໍ່ຕາມ ອັດຕາການເພີ່ມຈຳນວນຂອງໄຟລ໌ອັນຕະລາຍກໍ່ຫຼາຍຈົນຕ້ອງໄດ້ຕິດຕາມເຝົ້າລະວັງໃນປີນີ້ ແລະ ມີແນວໂນ້ມວ່າຈະເປັນແບບນີ້ໃນປີ 2021 ຕໍ່ໄປ ເພາະເຮົາສ່ວນໃຫຍ່ກໍ່ຍັງຕ້ອງເຮັດວຽກຢູ່ບ້ານ ໃນລະຫວ່າງທີ່ມີມາດຕະການເຝົ້າລະວັງການແຜ່ລະບາດຕ່າງໆ ໃນແຕ່ລະປະເທດ ຖ້າເຮົາຮູ້ ແລະ ປະຕິບັດຕາມມາດຕະການຄວາມປອດໄພເບື້ອງຕົ້ນ ຈະຊ່ວຍຫຼຸດຜ່ອນຄວາມສ່ຽງໄດ້ຢ່າງຫຼວງຫຼາຍ”
Kaspersky ມີຄຳແນະນຳ ເພື່ອຄວາມປອດໄພ ດັ່ງຕໍ່ໄປນີ້:
• ລະມັດລະວັງໃນການເປີດໄຟລ໌ ຫຼື ບໍ່ຄວນເປີດໄຟລ໌ ທີ່ໜ້າສົງໄສ ຫຼື ໄຟລ໌ແນບ ທີ່ສົ່ງມາແບບບໍ່ຮູ້ແຫຼ່ງທີ່ມາ, ກວດສອບຄວາມຖືກຕ້ອງຂອງ URL, ຊື່ບໍລິສັດ, ຕົວສະກົດ ກ່ອນທີ່ຈະດາວໂຫຼດ, ເວັບໄຊປອມກໍ່ອາດຈະເບິ່ງຄືກັບເວັບໄຊຂອງແທ້ ແຕ່ກໍ່ຈະມີຈຸດໃຫ້ຈັບໄດ້ຖ້າເຮົາມີການສັງເກດທີ່ພຽງພໍ.
• ບໍ່ຄວນດາວໂຫຼດແອັບພິເຄຊັ່ນຈາກແຫຼ່ງທີ່ບໍ່ໜ້າໄວ້ວາງໃຈ ມາຕິດຕັ້ງໃນເຄື່ອງ.
• ບໍ່ຄວນກົດລິ້ງທີ່ບໍ່ຮູ້ທີ່ມາ ຫຼື ໂຄສະນາອອນລາຍທີ່ນ່າສົງໄສ.
• ຕັ້ງຫັດຜ່ານທີ່ຄາດເດົາໄດ້ຍາກ ແລະ ມີຄວາມເປັນເອກະລັກສະເພາະ ແລະ ຄວນມີອັກສອນໂຕນ້ອຍໂຕໃຫຍ່,ໂຕເລກ ເຄື່ອງໝາຍວັກຕອນ ແລະ ໃຊ້ການກວດສອບຄວາມຖືກຕ້ອງແບບ two-factor authentication.
• ອັບເດດລະບົບປະຕິບັດການ, ຊອບແວ ແລະ ແອັບພິເຄຊັ່ນຕ່າງໆ ຢ່າງສະໝໍ່າສະເໝີ ເພາະບາງອັນໄດ້ແກ້ໄຂຊ່ອງໂຫວ່ເລື່ອງຄວາມປອດໄພມາແລ້ວ.
• ບໍ່ຕ້ອງສົນໃຈຂໍ້ຄວາມທີ່ຂຶ້ນມາ ໃຫ້ປິດລະບົບຄວາມປອດໄພຂອງ office software ຫຼື ຊອບແວປ້ອງກັນໄວຣັສ.
• ຕິດຕັ້ງ Solution ຄວາມປອດໄພທີ່ເຂັ້ມແຂງ, ສະຖຽນ ເໝາະສົມກັບລະບົບ ແລະ ອຸປະກອນທີ່ໃຊ້ງານ ເຊັ່ນ:Kaspersky Internet Security ຫຼື Kaspersky Security Cloud ເພາະແຈ້ງເຕືອນໄດ້ວ່າເວັບໄຊໃດມີອັນຕະລາຍ, ມີຄວາມສ່ຽງ ບໍ່ຄວນເປີດເຂົ້າໄປ, ຫຼຸດຄວາມສ່ຽງການຕິດມັນແວໄດ້.
ສາມາດເບິ່ງລາຍງານສະຖິຕິກ່ຽວກັບໄພຄຸກຄາມທາງໄຊເບີຂອງປີເພີ່ມເຕີມໄດ້ທີ່https://securelist.com/kaspersky-security-bulletin-2020-statistics/99804/
ລາຍງານສະຖິຕິນີ້ເປັນສ່ວນຫນຶ່ງຂອງ Kaspersky Security Bulletin 2020 ສາມາດສຶກສາເພີ່ມການຄາດກະໄພຄຸກຄາມທາງໄຊເບີປີ 2021 ໄດ້ https://securelist.com/ksb-2020/
ເອກະສານອ້າງອີງ:
1. https://www.techtalkthai.com/guest-post-kaspersky-statistics-of-the-year-2020/