ພະນັກງານວິຊາການກົມຂໍ້ມູນຂ່າວສານ ຄອສພ ເຂົ້າຮ່ວມຊຸດຝຶກອົບຮົມວຽກງານໄອທີຢູ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ພະນັກງານວິຊາການກົມຂໍ້ມູນຂ່າວສານ ຄອສພ ເຂົ້າຮ່ວມຊຸດຝຶກອົບຮົມວຽກງານໄອທີຢູ່ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

    ໃນວັນທີ 8 ຫາ 11 ກຸມພາ 2021 ທີ່ຫ້ອງຝຶກອົບຮົມກະຊວງວິທະຍາສາດ ແລະ ເຕັກໂນໂລຊີໄດ້ຈັດພິທີຝຶກອົບຮົມກ່ຽວກັບວຽກງານເວັບໄຊ ແລະ ການນຳໃຊ້ໂປຼແກມຕ່າງໆ ໂດຍໃຫ້ກຽດເປັນປະທານຂອງທ່ານ ວິລະສັກ ອິນທະປະຖາ ຫົວໜ້າສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຼນິກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າຮ່ວມມີ: ນັກຝຶກອົບຮົມມາຈາກແຂວງວຽງຈັນ, ນະຄອນຫຼວງວຽງຈັນ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ນັກສຶກສາຝຶກງານຂອງສະຖາບັນ.

    ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ແມ່ນເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການນຳໃຊ້ລະບົບໄອທີເຂົ້າໃນການປະຕິບັດໜ້າທີ່ວຽກງານທັງ ເປັນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານໃຫ້ມີທັກສະໃນການນຳໃຊ້ລະບົບໄອທີເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະໃຫ້ນັບມື້ນັບສູງຂື້ນເພື່ອປັບປຸງ ແລະ ພັດທະນາວຽກງານຂອງຕົນໃຫ້ມີຄວາມທັນສະໄໝສາມາດເຊື່ອມໂຍງກັບພາຍນອກໄດ້. ໂປຼແກຼມທີ່ນຳມາຝຶກອົບຮົມປະກອບມີ:

  1. ໂປຼແກຼມຖານຂໍ້ມູນບ້ານ
  2. ໂປຼແກຼມສ້າງເວັບໄຊ
  3. ໂປຼແກຼມເກັບກຳເອກະສານ ເຂົ້າ-ອອກ
  4. ໂປຼແກຼມເກັບກຳຂໍ້ມູນສະຖິຕິພັກ
  5. ໂປຼແກຼມນັບຄະແນນສຽງເລືອກຕັ້ງ ແລະ ການສ້າງຟອມນັບຄະແນນສຽງ

    ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 3 ວັນ ການຝຶກອົບຮົມກໍໄດ້ສຳເລັດ ເຊິ່ງໃນພິທີ ທ່ານ ວິລະສັກ ອິນທະປະຖາ ຫົວໜ້າສະຖາບັນເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຼນິກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ໃຫ້ກຽດໂອ້ລົມຕໍ່ຊຸດຝຶກອົບຮົມວ່າການຝືກອົບຮົມໃນຄັ້ງນີ້ເຊິ່ງທ່ານໄດ້ກ່າວເໜັ້ນຢ້ຳວ່າ ເປັນບົດຮຽນທີ່ດີ ເພື່ອມາໝູນໃຊ້ເຂົ້າກັບວຽກງານ ໄອທີ ທັງເປັນການຍົກລະດັບຄວາມຮູ້ ຄວາມສາມາດໃຫ້ພະນັກງານໄດ້ຮຽນຮູ້ບົດຮຽນໃໝ່ໃນການນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃຫ້ນັບມື້ນັບມີຄວາມທັນສະໄໝ ແລະ ໄດ້ເນັ້ນໜັກໃຫ້ບັນດານັກຝຶກອົບຮົມຈົ່ງນຳເອົາບົດຮຽນທີ່ໄດ້ຮຽນມານຳໄປໝູນໃຊ້ເຂົ້າໃນການປະຕິບັດຕົວຈິງໃນໜ້າທີ່ວຽກງານໃຫ້ມີປະສິດພາບ ແລະ ມີປະສິດທິຜົນສູງ ພ້ອມທັງມອບໃບຢັງຢືນໃຫ້ນັກສຳມະນາກອນທີ່ຜ່ານການຝຶກອົບຮົມໃນຄັ້ງນີ້.