ພິທີປາຖະກະຖະວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 65 ປີ(01/02/1956- 01/02/2021)

ພິທີປາຖະກະຖະວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 65 ປີ(01/02/1956- 01/02/2021)

    ໃນວັນທີ 29 ມັງກອນ 2021 ທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄອບຮົບ 65 ປີ(01/02/1956- 01/02/2021). ໃຫ້ກຽດເຂົ້າຮ່ວມ ທ່ານ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນ ຄອສພ ທັງໝົດ ແລະ ໃຫ້ກຽດກ່າວປາຖະກະຖາໂດຍ ທ່ານ ສົມນຶກ ສຸວັນນະສານ ຄະນະພັກ ຄະນະບໍລິຫານງານສູນກາງກຳມະບານລາວ, ຫົວໜ້າສະຖາບັນພັດທະນາ.

    ຈຸດປະສົງຂອງການປາຖະກະຖາແມ່ນເພື່ອເຮັດໃຫ້ສະມາຊິກກໍາມະບານໃນທົ່ວຄະນະໂຄສະນາອົບຮົມສູນກາງມີຄວາມຮັບຮູ້, ເຂົ້າໃຈເຖິງມູນເຊື້ອ ແລະ ຜົນງານການປະກອບສ່ວນເຂົ້າໃນພາລະກິດປະຕິວັດຂອງອົງການຈັດຕັ້ງກໍາມະບານລາວໃນໄລຍະການປະຕິວັດຊາດປະຊາທິປະໄຕ ແລະ ໄລຍະແຫ່ງການປົກປັກຮັກສາສ້າງສາພັດທະນາປະເທດຊາດ ທັງເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກກໍາມະບານ, ພະນັກງານ, ລັດຖະກອນເຂົ້າໃຈຢ່າງເລິກເຊິ່ງຮູ້ກ່ຽວກັບພາລະບົດບາດ, ຫນ້າທີ່ຂອງອົງການຈັດຕັ້ງກໍາມະບານລາວ ໃນໄລຍະໃຫມ່ຂອງການປະຕິວັດ, ຊຶ່ງເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຊົ້ນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວໃນທົ່ວປະເທດ.

    ໂອກາດດັ່ງກ່າວ, ທ່ານ ສົມນຶກ ສຸວັນນະສານ ຄະນະພັກ ຄະນະບໍລິຫານງານສູນກາງກຳມະບານລາວ, ຫົວໜ້າສະຖາບັນພັດທະນາ ໄດ້ເລົ່າຄືນມູນເຊື້ອຄວາມເປັນມາ, ຄວາມໝາຍ, ຄວາມສໍາຄັນ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນ ກຳມະບານລາວ ທີ່ມີຜົນງານໂດດເດັ່ນປະກອບສ່ວນເຂົ້າໃນ ພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດໃນ ປັດຈຸບັນ, ສະຫະພັນກຳມະບານລາວເຮົາ ແມ່ນກ້ອນກຳລັງແຮງ ໜຶ່ງທີ່ມີນ້ຳໃຈເສຍສະຫຼະອັນພິລະອາດຫານປະກອບສ່ວນເຂົ້າໃນການຕໍ່ ສູ້ກູ້ຊາດຈົນໄດ້ຮັບໄຊຊະນະຢ່າງສົມບູນ.

    ມາຮອດ ວັນທີ 01 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງ ສ້າງຕັ້ງຫ້ອງການກໍາມະບານລາວຂຶ້ນຢ່າງເປັນທາງການ, ຢູ່ເຂດທີ່ໝັ້ນແຂວງຫົວພັນ ຈຸດປະສົງ ເພື່ອປຸກລະດົມຂົນຂວາຍໂຄສະນາ, ເຕົ້າໂຮມ ເອົາກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າທົ່ວປະເທດ ໃຫ້ມີຄວາມຕື່ນຕົວເຂົ້າຮ່ວມຂະບວນການປະຕິວັດຕໍ່ສູ້ກູ້ຊາດ, ມີນໍ້າໃຈຮັກຊາດ ແລະ ເສຍສະຫຼະ, ມີ ທັດສະນະຊົນຊັ້ນກໍາມະກອນ, ສົ່ງເສີມການມີວຽກເຮັດງານທໍາ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ກໍາມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າ, ເພື່ອເປັນກຳລັງແຮງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຈົນເຖິງປັດຈຸບັນ.
ໃນຕອນທ້າຍ ທ່ານ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກກຳມະບານແຕ່ລະສະຫາຍເພີ່ມທະວີເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ -ແນວຄິດໃຫ້ດີ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພາຍໃນກໍາມະບານຮາກຖານຂອງຕົນ ແລະ ນຳເອົາເນື້ອໃນຈິດໃຈຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສູນກາງ ສະຫະພັນກໍາມະບານລາວວາງອອກເພື່ອນໍາໄປຈັດຕັ້ງປະຕິບັດ, ຜັນຂະຫຍາຍໃຫ້ນັບມື້ໄດ້ຮັບຜົນເປັນຢ່າງດີຂຶ້ນເພື່ອປະ ກອບ ສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຂຶ້ນເລື່ອຍໆ.