ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານອົບຮົມປະຈໍາປີ 2020

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານອົບຮົມປະຈໍາປີ 2020

    ໃນຕອນເຊົ້າຂອງວັນສຸກ ​ວັນ​ທີ 26 ກຸມພາ 2021 ກົມອົບຮົມ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນຂຶ້ນ ​ໂດຍການເປັນປະທານ​ຂອງ ທ່ານ ຄໍາເຄນ ຈັນທະວົງ ຫົວໜ້າກົມອົບຮົມ, ມີຄະນະກົມຄະນະພະແນກ ແລະ ພະນັກງານວິຊາການທັງໝົດຂອງກົມອົບຮົມເຂົ້າຮ່ວມ.

ກົມອົບຮົມ ແມ່ນກົມໜຶ່ງທີ່ມີພາລະບົດບາດເປັນເສນາທິການໃນການສ້າງ, ປັບປຸງເອກະສານໃຫ້ແກ່ ຄະນະໂຄສະນາອົບຮົມສູນກາງພັກ ແລະ ປະສານສົມທົບກັບຄະນະໂຄສະນາອົບຮົມທ້ອງຖິ່ນ ຈັດຕັ້ງອົບຮົມໃຫ້ແກ່ເປົ້າໝາຍຕ່າງໆ ເພື່ອຍົກລະດັບຄວາມຮູ້ດ້ານທິດສະດີ, ແນວທາງ, ແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ. ນອກນັ້ນ ຍັງໄດ້ຝຶກອົບຮົມວຽກງານວິຊາສະເພາະໃຫ້ພະນັກງານພາຍໃນກົມ ຊຶ່ງເປັນວຽກສໍາຄັນທີ່ຄະນະກົມ ໄດ້ເອົາໃຈໃສ່ເປັນພິເສດ ເພື່ອບໍາລຸງຍົກລະດັບວິຊາສະເພາະໃຫ້ພະນັກງານພາຍໃນກົມໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາສະເພາະ ຕາມທິດຫັນເປັນມືອາຊີບ.

ກອງປະຊຸມໄດ້ສະຫຼຸບການ ຈັດຕັ້ງອົບຮົມໃນໄລຍະ 1 ປີຜ່ານມາ ກ່ຽວກັບຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນ; ອົບຮົມຄູ-ອາຈານສອນວິຊາສັງຄົມ-ການເມືອງ; ອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ມີຜູ້ເຂົ້າຮ່ວມທັງໝົດ 384 ທ່ານ, ຍິງ 72 ທ່ານ; ຈັດຝຶກອົບຮົມວິຊາສະເພາະໃຫ້ພະນັກງານພາຍໃນກົມອົບຮົມໄດ້ 16 ຄັ້ງ (16 ເທື່ອຄົນ).

ກອງປະຊຸມ ໄດ້ສະຫຼຸບແລະຖອດຖອນບົດຮຽນ ເພື່ອເຮັດໃຫ້ການຈັດຕັ້ງອົບຮົມໃຫ້ເປົ້າໝາຍຕ່າງໆ ແລະ ຝຶກອົບຮົມວິຊາສະເພາະໃຫ້ພະນັກງານພາຍໃນກົມອົບຮົມໃຫ້ໄດ້ຮັບຜົນດີກວ່າເກົ່າ; ຢາກເຮັດໃຫ້ການຝຶກອົບຮົມມີຄຸນນະພາບ ຕ້ອງເອົາໃຈໃສ່ ດັ່ງນີ້:

  1.  ຕ້ອງປັບປຸງເນື້ອໃນເອກະສານໃຫ້ຮັດກຸມ, ເຂົ້າໃຈງ່າຍ ແລະ ສອດຄ່ອງກັບແຕ່ລະເປົ້າໝາຍ.
  2.  ຜູ້ບັນຍາຍເອກະສານຕ້ອງເຂົ້າໃຈເນື້ອໃນເອກະສານໃຫ້ເລິກເຊິ່ງ.
  3.  ຜູ້ເຂົ້າຮ່ວມອົບຮົມຕ້ອງເລືອກໃຫ້ໄດ້ຜູ້ທີ່ເປັນເປົ້າໝາຍແທ້ ແລະ ອົງການປົກຄອງບ້ານຕ້ອງປຸກລະດົມແນວຄິດຂອງເຂົາເຈົ້າໃຫ້ມີຄວາມຕື່ນຕົວເຂົ້າຮ່ວມ.
  4.  ການປະສານງານກັບຄະນະໂຄສະນາອົບຮົມທ້ອງຖິ່ນຕ້ອງລະອຽດ, ຈະແຈ້ງ ໂດຍສະເພາະແມ່ນຜູ້ບັນຍາຍເອກະສານ, ເປົ້າໝາຍເຂົ້າຮ່ວມ ແລະ ບັນຫານະໂຍບາຍຕໍ່ຜູ້ເຂົ້າອົບຮົມຕ້ອງເໝາະສົມ.
  5.  ສຳລັບການຝຶກອົບຮົມວິຊາສະເພາະໃຫ້ພະນັກງານພາຍໃນກົມອົບຮົມ ຢາກເຮັດໄດ້ດີຕ້ອງເອົາໃຈ ໃສ່ບາງບັນຫາສໍາຄັນ ຄື:

– ຜູ້ບັນຍາຍເອກະສານຕ້ອງເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນເນື້ອໃນສໍາຄັນຂອງເອກະ ສານໃຫ້ໄດ້, ເວລາບັນຍາຍຕ້ອງສົມທຽບທິດສະດີໃສ່ພຶດຕິກໍາຕົວຈິງໃຫ້ຫຼາຍ ເພື່ອສ້າງຄວາມດຶງດູດຜູ້ຟັງ.

– ເອົາໃຈໃສ່ຝຶກຝົນທາງດ້ານທັກສະໃນການເວົ້າ (ເວລາບັນຍາຍຄວນໃຊ້ຄໍາໂຕ່ງໂຕຍ, ພະຫຍາ, ສຸພາສິດ, ນິທານທີ່ພົວພັນກັບເນື້ອໃນເອກະສານແຊກເຂົ້າເປັນບາງບ່ອນ, ບາງເວລາເພື່ອໃຫ້ມີບັນຍາກາດ).

– ເວລາບັນຍາຍຕ້ອງຫຼີກເວັ້ນພະຍາດຕາໃຫຍ່ກວ່າທ້ອງ (ອັນໃດກໍຢາກເວົ້າໝົດ ແລະ ເວົ້າໄປຕາມເອກະສານອ້ອຍຕ້ອຍຢ່າງບໍ່ເງີຍໜ້າ).

ກອງປະຊຸມຄັ້ງນີ້ເປັນການເປີດກວ້າງໃຫ້ບັນດາພະນັກງານມີຄຳເຫັນໃນການຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ເປັນບ່ອນອີງສໍາຄັນໃຫ້ແກ່ຄະນະກົມອົບຮົມໃນການປັບປຸງ ແລະ ຍົກສູງຄຸນະພາບຂອງວຽກງານອົບຮົມໃຫ້ດີຂຶ້ນກວ່າເກົ່າ.

ຂ່າວ: ໃຈແກ້ວ ສີບຸນເຮືອງ