ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານ

ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານ

ໃນວັນທີ 10 ມີນາ 2021 ໜ່ວຍພັກກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະ ຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນຢູ່ທີ່ຫ້ອງປະຊຸມ ຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ສະ ຫາຍເລ ຂາ ແລະ ຮອງເລຂາໜ່ວຍພັກກົມຂໍ້ມູນຂ່າວສານ, ມີແຂກຖືກເຊີນຕາງໜ້າໜ່ວຍພັກບັນດາກົມອ້ອມຂ້າງ ຄອສພ ແລະ ບັນດາສະມາຊິກພັກສົມບູນພາຍໃນກົມຂໍ້ມູນຂ່າວສານເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ວັນຕຸລາ ຣັກນຸດ ເລຂາໜ່ວຍພັກກົມຂໍ້ມູນຂ່າວສານ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກເຊິ່ງໄດ້ສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການເຄື່ອນໄຫວປະຕິບັດໜ້າທີ່ໃນໄລຍະ 5 ປີຜ່ານມາ (2015-2019) ແລະ ວາງທິດທາງວຽກງານຈຸດສຸມໃນ 5 ປີຕໍ່ໜ້າ; ກອງປະຊຸມໄດ້ຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງບົດລາຍງານການ ເມືອງ ແລະ ໄດ້ຮັບຮອງເອົາຮ່າງບົດລາຍງານການເມືອງຢ່າງເປັນເອກະສັນ. ຫຼັງ ຈາກນັ້ນ ຕາງໜ້າຄະນະໜ່ວຍກົມຂໍ້ມູນຂ່າວສານ ຊຸດເກົ່າ ໄດ້ຂື້ນຜ່ານບົດສຳຫຼວດໃນການຊີ້ນຳ-ນຳພາ ໃນໄລຍະ 5 ປີຜ່ານມາ ພ້ອມທັງອໍາລາໜ້າທີ່ ແລະ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກກົມຂໍ້ມູນຂ່າວສານ ຊຸດໃໝ່ ເຊິ່ງມີຜູ້ລົງສະມັກເລືອກຕັ້ງຈຳນວນ 4 ສະຫາຍ, ຍິງ 2 ສະຫາຍ ໃນນັ້ນເລືອກເອົາ 3 ສະຫາຍຜ່ານການປ່ອນບັດເລືອກຕັ້ງ ແລະ ແຈ້ງຜົນຂອງກອງປະຊຸມຄັ້ງປະຖົມມະລຶກເຫັນດີເປັນເອກະພາບຕົກລົງຮັບຮອງເອົາຄະນະໜ່ວຍພັກຊຸດໃໝ່ດັ່ງນີ້:
1. ສະຫາຍ ວັນຕຸລາ ຣັກນຸດ ເປັນເລຂາໜ່ວຍພັກກົມຂໍ້ມູນຂ່າວສານ
2. ສະຫາຍ ນ. ມອນສະຫວັນ ແສນໄຕ ເປັນຮອງເລາຂາໜ່ວຍພັກກົມຂໍ້ມູນຂ່າວສານ
3. ສະຫາຍ ພູວັນ ສຸວັນ ເປັນຄະນະ, ເປັນຜູ້ກວດກາໜ່ວຍພັກກົມຂໍ້ມູນຂ່າວສານ


ກອງປະຊຸມໄດ້ຮັບຟັງການການໂອ້ລົມຂອງສະຫາຍ ອານົງສັກ ອິນທະວົງ ຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງກ່ອນອື່ນໝົດທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວໃນໄລຍະ 5 ປີຜ່ານມາ ທີ່ໜ່ວຍພັກກົມຂໍ້ມູນຂ່າວສານ ຍາດໄດ້ຜົນງານອັນໃຫຍ່ຫຼວງ ແລະ ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ເວົ້າລວມ, ເວົ້າສະເພາະກໍຄືວຽກງານວິຊາສະເພາະຂອງຕົນ ແລະ ຜົນງານໃນການປະກອບສ່ວນເຂົ້າໃນກິດຈະກໍາຕ່າງໆຂອງໜ່ວຍພັກກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງມັນສະແດງອອກໃນຄວາມເປັນເຈົ້າການໃນການປະດິດສ້າງຕໍ່ໜ້າທີ່ວຽກງານ ໂດຍສະເພາະແມ່ນຫັນການນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານວິຊາສະ ເພາະ, ພັດທະນາເວັບໄຊຂອງຕົນຈົນກາຍເປັນສື່ເອເລັກໂຕຣນິກທີ່ສຳຄັນອັນໜຶ່ງ ໃນການເຮັດວຽກງານການເມືອງແນວຄິດກໍຄືວຽກງານໂຄສະນາອົບຮົມ, ປະກອບສ່ວນເຂົ້າໃນການໂຄສະນາບັນດາແນວທາງ, ມະຕິ, ຄໍາສັ່ງຂອງພັກ, ແຜນນະໂຍບາຍຂອງລັດ ແລະ ລະບຽບກົດໝາຍໃຫ້ມີຄວາມວ່ອງໄວ ແລະ ກ້າວສູ່ການຈັດຕັ້ງປະຕິບັດຕົວຈິງ. ນອກນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງຄະນະໜ່ວຍພັກ ຊຸດໃໝ່ ແລະ ສະມາ ຊິກພັກທຸກສະຫາຍຈົ່ງເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນ, ພ້ອມກັນບຸກບືນພັດທະ ນາຕົນເອງຢ່າງຮອບດ້ານ ແລະ ເອົາ ໃຈໃສ່ຄົ້ນຄວ້າຮ່ຳຮຽນທິດສະດີ, ແນວທາງ ແລະ ວຽກງານວິຊາສະເພາະ, ເຊີດຊູນ້ຳໃຈຮັກຊາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດທິດທາງໜ້າທີ່ຈຸດສຸມ ທີ່ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງ II ຂອງໜ່ວຍພັກກົມຂໍ້ມູນຂ່າວສານໄດ້ຮັບຮອງເອົາ.