ຄຸນປະໂຫຍດຂອງໝາກຕູມ


ຄຸນປະໂຫຍດຂອງໝາກຕູມ
ໝາກຕູມມີຄຸນປະໂຫຍດ ແກ້ອາການຮ້ອນໃນ ເວລາດື່ມນໍ້າໝາກຕູມຈະຮູ້ສຶກສົດຊື່ນ ນອກຈາກນີ້ ຍັງມີຄຸນ ປະໂຫຍດຫຼາຍຢ່າງເຊັ່ນ:
1. ຊ່ວຍຟຶ້ນຟູຮ່າງກາຍຈາກການເປັນໄຂ້
2. ຊ່ວຍຫຼຸດຜ່ອນນໍ້າຕານໃນເລືອດ
3. ໝາກຕູມຊ່ວຍໃນການດູດຊຶມອິນຊູລິນ ຂອງຜູ້ມີພະຍາດເບົາຫວານ
4. ຊ່ວຍແກ້ອາການອ່ອນເພຍຈາກອາການເຈັບທ້ອງ, ຖອກທ້ອງ ຫຼື ອາຫານເປັນພິດ
5. ດື່ມນໍ້າໝາກຕູມຊ່ວຍແກ້ອາການອືດທ້ອງ, ອາຫານບໍ່ຍ່ອຍ
6. ຊ່ວຍໃຫ້ກິນເຂົ້າແຊບ ແລະ ຮັກສາລໍາໃສ້
7. ຊ່ວຍຂ້າເຊື້້ອໂລກໃນລໍາໃສ້
8. ນໍ້າໝາກຕູມເປັນຢາລະບາຍອ່ອນໆ ເຮັດໃຫ້ເຮົາຮູ້ສຶກເບົາໂຕ.
9. ຮາກຂອງໝາກຕູມເປັນຢາສະໝຸນໄພຊ່ວຍຮັກສາອາການໄຂ້
10. ໃບໝາກຕູມເປັນຢາຊ່ວຍຮັກສາບາດແຜ
11. ຊ່ວຍປັບຄວາມສົມດຸນ ຂອງຮ່າງກາຍ
12. ເປັນຢາແກ້ຫຼອດລົມອັກເສບ
13. ໝາກຕູມມີລົດຊາດຫວານ ແຕ່ບໍ່ເປັນອັນຕະລາຍຕໍ່ສຸຂະພາບ
14. ຊ່ວຍຫຼຸດຜ່ອນອາການບວມຊໍ້າ ຂອງຜິວໜັງ
15. ຊ່ວຍແກ້ໄອ ແລະ ແກ້ຫອບຫືດ
16. ປະໂຫຍດ ຂອງໝາກຕູມຊ່ວຍຂັບສານຜິດອອກທາງປັດສະວະ
ວິທີປຸງແຕ່ງ
1. ນໍາເອົາໝາກຕູມອ່ອນມາປາດເປັນແຜ່ນບາງໆ ແລ້ວນໍາໄປຕາກແດດໃຫ້ແຫ້ງ ຖ້າຈະນໍາໄປຕົ້ມກິນຕ້ອງລ້າງໃຫ້ສະອາດ
2. ຕົ້ມນໍ້າໃຫ້ຟົດແລ້ວເອົາໝາກຕູມໄປຄາງໃສ່ໄຟອ່ອນໆ ວິທີນີ້ຈະຊ່ວຍໃຫ້ໝາກຕູມມີກິ່ນຫອມຫຼາຍກວ່າເກົ່າ ຕົ້ມປະມານ 10-15 ນາທີ
3. ສະເພາະຄົນທີ່ມັກໃຫ້ນໍ້າໝາກຕູມມີລົດຊາດຫອມ, ຫວານ ກໍສາມາດເອົານໍ້າຕານຊາຍລົງພ້ອມກັບເວລາຕົ້ມໄດ້ຕາມຄວາມຕ້ອງການ ຫຼັງຈາກຕົ້ມສຸກແລ້ວປະໃຫ້ເຢັນແລ້ວນໍາໄປໄວ້ຕູ້ເຢັນເພື່ອດື່ມຫຼາຍມື້ກໍໄດ້.