ຜົນຮ້າຍຂອງແປ້ງນົວ.


ຜົນຮ້າຍຂອງແປ້ງນົວ.
ແປ້ງນົວ ເປັນອັນຕະລາຍກວ່າທີ່ຄິດເນື່ອງຈາກວ່າແປ້ງນົວມີໂຊດຽມທີ່ເຮັດມາຈາກໂຊດາໄຟ, ເປັນອົງປະກອບສໍາຄັນແຕ່ມີຜົນຮ້າຍຕໍ່ສຸຂະພາບຂອງຄົນເຮົາເຊັ່ນ:
• ເຮັດໃຫ້ພູມຕ້ານທ້ານ ຫຼື ພູມຄຸ້ມກັນຂອງຮ່າງກາຍຄົນເຮົາຫຼຸດລົງ.
• ເປັນອັນຕະລາຍຕໍ່ຜູ້ທີ່ເປັນພະຍາດເຊັ່ນ: ຄວາມດັນເລືອດສູງ, ໂລກໄຕ, ໂລກຫົວໃຈເປັນຕົ້ນ.
• ໃນເວລາປຸງແຕ່ງອາຫານຫາກໃສ່ແປ້ງນົວຫຼາຍກິນເຂົ້າໄປຈະເກີດມີອາການຊາ ແລະ ຮ້ອນວູບວາບທີ່ປາກ, ລິ້ນ ແລະ ໃບໜ້າ, ແໜ້ນເອິກ, ຫົວໃຈເຕັ້ນຊ້າລົງ, ຫາຍໃຈບໍ່ສະດວກເປັນຕົ້ນ.
• ແປ້ງນົວເປັນອັນຕະລາຍຕໍ່ລະບົບປະສາດສາຍຕາ, ເສຍສາຍຕາ ຫຼື ເກີດຕາບອດ.
• ເຮັດໃຫ້ກະດູກ ແລະ ໄຂກະດູກຂອງທ່ານຊຶ່ງເປັນສ່ວນຜະລິດເມັດເລືອດແດງໃນຮ່າງ ກາຍເຮັດໃຫ້ເລືອດຈາງໄດ້ໃນທີ່ສຸດ.
• ມີສ່ວນທໍາຮ້າຍສະໝອງສ່ວນໜ້າຊຶ່ງເປັນສ່ວນສໍາຄັນໃນການຄວບຄຸມການຈະເລີນເຕີບໂຕ ແລະ ລະບົບສືບພັນຂອງຮ່າງກາຍ, ອາດຈະເປັນໝັນໄດ້.