ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (08 ມີນາ 1910-8 ມີນາ 2021).

ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (08 ມີນາ 1910-8 ມີນາ 2021).

     ໃນຕອນເຊົ້າຂອງວັນທີ 4 ມີນາ 2021 ຜ່ານມາ. ສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 111 ປີ ຂຶ້ນທີ່ ສະໂມ ສອນໃຫຍ່ ຄອສພ (ຫຼັກ6). ໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາໂດຍທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ເຂົ້າຮ່ວມມີ: ທ່ານ ນາງ      ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກໍາມາທິການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍ, ມີບັນດາຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຕາງໜ້າອົງການຈັດ ຕັ້ງກໍາມະບານ, ຊາວໜຸ່ມ ແລະ ສະມາຊິກສະຫະພັນແມ່ຍິງ ທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ, ຮອງປະທານສະຫະພັນແມ່ຍິງ  ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນກ່າວຈຸດປະສົງຂອງ ການຈັດພິທີປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ(08 ມີນາ 1910-8 ມີນາ 2021), ຫວນຄືນປະຫວັດຄວາມເປັນມາ, ມູນເຊື້ອການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການດຄື່ອນໄຫວຂອງ ອົງການຈັດຕັ້ງສະຫະພັນແມ່ຍິງ ແລະ ເປັນການສ້າງຂະບວນການຟົດຟຶ້ນໃນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ XIII  ທີ່ຈະມາເຖິງນີ້ທັງເປັນການປຸກລະດົມສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເພື່ອພັດທະນາແມ່ຍິງລາວຕິດພັນກັບການເຄື່ອນໄຫວຂອງເອຶື້ອຍນ້ອງແມ່ຍິງ.

ໃນໂອກາດທີ່ມີ ຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານ ນາງ ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດປາຖະກະຖາ ເຊິ່ງທ່ານໄດ້ເລົ່າຄືນມູນເຊື້ອອັນສະຫງ່າລ່າສີຂອງແມ່ຍິງ, ປະຫວັດຄວາມເປັນມາແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງ, ມູນເຊື້ອຮັກຊາດ, ມູນເຊື້ອແຫ່ງຄວາມສາມັກຄີຂອງແມ່ຍິງ ແລະ ບັນດາອົງການຈັດຕັ້ງ ສົນທິສັນຍາ, ຖະແຫຼ່ງການ ແລະ ກອງປະຊຸມຕ່າງໆກ່ຽວກັບແມ່ຍິງໃນລະດັບສາກົນ ພາກພຶ້ນ ແລະ ອາຊຽນ, ນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງໃນ ສປປ ລາວ, ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ປີ 2020. ພ້ອມນັ້ນ ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນ ຂອງວັນແມ່ຍິງສາກົນ ວັນທີ 8 ມີນາ ເຊິ່ງແມ່ນເຫດການການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພຶ້ນຖານຂອງ ຂະບວນແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບຍິງ-ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ຂອງພວກເຂົາໃຫ້ດີຂຶ້ນ ໂດຍພາຍໃຕ້ຄໍາຂວັນທີ່ວ່າ: ຜູ້ໜຶ່ງເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ; ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບຂອງໂລກ.

      ໃນຕອນທ້າຍຂອງພິທິ ທ່ານ ນາງ ວິລະວອນ ພັນທະວົງ ໄດ້ໃຫ້ທິດຊີ້ນໍາຕໍ່ອົງການຈັດຕັ້ງສະຫະພັນແມ່ຍິງ ຄອສພ ກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຜົນງານການເຄື່ອນໄຫວຂອງ ສະຫະພັນແມ່ຍິງ ຄອສພ ໃນໄລຍະຜ່ານມາ ແລະ ໄດ້ເໜັ້ນໜັກໃຫ້ສະມາຊິກແມ່ຍິງ ຄອສພ ທຸກສະຫາຍ ພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ໃນການເຮັດວຽກງານການເມືອງແນວຄິດ, ສຶກສາຮໍ່າຮຽນແນວທາງ, ເພີ່ມທະວີຄວາມເປັນເຈົ້າການ, ຄວາມເປັນແບບຢ່າງນໍາໜ້າ ໃນການປະຕິບັດກົດລະບຽບຂອງພັກ, ລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ ຄຸນສົມບັດ ສິນທໍາປະຕິວັດ, ເພີ່ມທະວີຄວາມສາມັກຄີພາຍໃນ-ພາຍນອກ ໃຫ້ມີຄວາມໜັກແໜ້ນ, ສຸມສະຕິປັນຍາ, ຄວາມຮູ້ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ທີ່ການຈັດຕັ້ງມອບໝາຍໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.