ພິທີເປີດຊຸດຝຶກອົບຮົມການສ້າງ, ຄຸ້ມຄອງ ແລະ ການພັດທະນາເວັບໄຊຢູ່ກົມໄອທີຫ້ອງວ່າການສູນກາງພັກ.


ພິທີເປີດຊຸດຝຶກອົບຮົມການສ້າງ, ຄຸ້ມຄອງ ແລະ ການພັດທະນາເວັບໄຊຢູ່ກົມໄອທີຫ້ອງວ່າການສູນກາງພັກ.
ໃນວັນທີ 22 ຫາ 26 ມີນາ 2021 ກົມພິພິທະພັນປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ຮ່ວມກັບ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດຊຸດຝຶກອົບຮົມການສ້າງ, ຄຸ້ມຄອງ ແລະ ການພັດທະນາເວັບໄຊ ໃຫ້ແກ່ວິຊາການໄອທີຢູ່ກົມພິພິຕະພັນ ແລະ ກົມໄອທີຫ້ອງວ່າການສູນກາງພັກ ຢູ່ທີ່ຫ້ອງໄອທີຂອງ ຫ້ອງວ່າການສູນກາງພັກ; ໃຫ້ກຽດເປັນປະທານໂດຍທ່ານ ເພັດຖາວອນ ພິລະວັນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຜູ້ຊີ້ນໍາວຽກງານໄອທີຂອງ ຫ້ອງວ່າການສູນກາງພັກ ເຂົ້າຮ່ວມມີ: ຫົວໜ້າກົມຂໍ້ມູນຂ່າວສານ ຄອສພ, ຮັກສາການຫົວໜ້າກົມພິພິຕະພັນ ແລະ ພະນັກງານກົມໄອທີ ຫ້ອງວ່າການສູນກາງພັກ, ກົມພິພິທະພັນປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ, ອາຈານຈາກກົມຂໍ້ມູນຂ່າສານ ຄະນະໂຄສະນາອົບຮົມສູນກາງພັກ ແລະ ມີຜູ້ເຂົ້າຮ່ວມທັງໝົດມີ 36 ທ່ານ.
ໃນພິທີຄະນະຮັບຜິດຊອບໃນຊຸດຝຶກອົບຮົມໄດ້ກ່າວຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດກ່ຽວກັບການສ້າງເວັບໄຊໃຫ້ແກ່ພະນັກງານ ແລະ ເພື່ອສ້າງເວັບໄຊໃຫ້ແກ່ກົມພິພິທະພັນໄກສອນ ພົມວິຫານເພື່ອຮັບໃຊ້ເຂົ້າໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຫໍພິພິທະພັນໃຫ້ກວ້າງຂວາງ ແລະ ວ່ອງໄວ.
ໃນພິທີ ທ່ານ ເພັດຖາວອນ ພິລະວັນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຜູ້ຊີ້ນໍາວຽກງານໄອທີ ໄດ້ໃຫ້ກຽດກ່າວເປີດພິທີ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖີງຄວາມສຳຄັນຂອງວຽກງານໄອທີໃນຍຸກປັດຈຸບັນກໍຄືວຽກງານເວັບໄຊເພື່ອເປັນການເປັນເຜີຍແຜ່ຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ແລະ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ໃນການປັບປຸງວຽກງານຫໍພິພິຕະພັນ ໃຫ້ມີຄວາມທັນສະໄໝເທື່ອລະກ້າວ ທັງ ເປັນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານໄອທີໃນການນໍາໃຊ້ສື່ສັງຄົມອອນລາຍໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຂອງຜູ້ນຳປະຕິວັດໃຫ້ນັບມື້ນັບກວ້າງໄກ.
ກ່ອນເຂົ້າສູ່ການຝຶກອົບຮົມ ທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກໄດ້ມີຄຳເຫັນຕໍ່ຊຸດຝຶກອົບຮົມວ່າ: ວຽກງານໄອທີໃນປັດຈຸບັນແມ່ນມີຄວາມສຳຄັນຫຼາຍຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານເພາະມັນເປັນເຄື່ອງມືທີ່ຈະຊ່ວຍຂັບເຄື່ອນໃຫ້ວຽກງານເຮົາວ່ອງໄວສະດວກ ແລະ ທັນກັບສະພາບການໃນໄລຍະໃໝ່.
+ເນື້ອໃນເອກະສານໃນການຝຶກອົບຮົມຄັ້ງນີ້ປະກອບມີ:
1/. ການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ
2/. ການອອກແບບ, ການພັດທະນາເວັບໄຊ
3/. ການນຳໃຊ້ ແລະ ການບໍລິຫານໜ້າກະດານຂ່າວເອເລັກໂຕຼນິກ.
4/. ການຄຸ້ມຄອງຊື່ຜູ້ໃຊ້ (User) ແລະ ການສຳຮອງຖານຂໍ້ມູນຂອງເວັບໄຊສ໌.
5/. ການຄຸ້ມຄອງ ແລະ ການນຳໃຊ້ເວັບໄຊ
6/. ການຂຽນຂ່າວລົງເວັບໄຊ ແລະ ການນໍາໃຊ້ສື່ສັງຄົມອອນລາຍ

ການຝຶກອົບຮົມໄດ້ດຳເນີນໄປ 4 ວັນເຄິ່ງຈຶ່ງປິດລົງ ໃນພິທີປິດຊຸດຝຶກອົບຮົມໄດ້ມີການມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນໂດຍໃຫ້ກຽດມອບໂດຍທ່ານ ວັນຕຸລາ ຮັກນຸດ ຫົວໜ້າກົມຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມສູນກາງພັກ. ຫຼັງຈາກນັ້ນໃຫ້ກຽດໂອ້ລົມຕໍ່ຊຸດຝຶກອົບຮົມ ແລະ ກ່າວປິດ ໂດຍ ທ່ານ ໄຊຍະລາດ ພົງຍາລັກ ຮັກສາການຫົວໜ້າກົມພິພິທະພັນປະທານ ໄກສອນ ພົມວິຫານ ແລະ ອະນຸ ສອນສະຖານຜູ້ນຳປະຕິວັດ ເຊິ່ງທ່ານໄດ້ກ່າວວ່າການຝືກອົບຮົມໃນຄັ້ງນີ້ ເປັນບົດຮຽນທີ່ດີ ເພື່ອມາໝູນໃຊ້ເຂົ້າກັບວຽກງານ ທັງເປັນການຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານໄດ້ຮຽນຮູ້ບົດຮຽນໃໝ່ໃນການນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ວຽກງານ ໃຫ້ນັບມື້ນັບມີຄວາມທັນສະໄໝ ແລະ ໄດ້ເນັ້ນໜັກໃຫ້ບັນດານັກຝຶກອົບຮົມຈົ່ງນຳເອົາບົດຮຽນທີ່ໄດ້ຮຽນມານຳໄປໝູນໃຊ້ເຂົ້າໃນການປະຕິບັດຕົວຈິງໃນໜ້າທີ່ວຽກງານໃຫ້ມີປະສິດພາບ ແລະ ມີປະສິດທິຜົນສູງ.