ໜ່ວຍພັກກົມຂໍ້ມູນຂ່າວສານ ເລື່ອນມະຫາຊົນກ້າວໜ້າຂຶ້ນ ເປັນສະມາຊິກພັກສຳຮອງ.


ໜ່ວຍພັກກົມຂໍ້ມູນຂ່າວສານ ຮັບມະຫາຊົນກ້າວໜ້າຂຶ້ນ ເປັນສະມາຊິກພັກສຳຮອງ.
ໃນວັນທີ 19 ມີນາ 2021 ທີ່ຜ່ານມາ ໜ່ວຍພັກກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ; ມີຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ຄອສພ ແລະ ພະນັກງານສະມາຊິກພັກສົມບູນ ພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ຄະນະຈັດຕັ້ງພິທີໄດ້ຂຶ້ນກ່າວຈຸດປະສົງ ຫຼັງຈາກນັ້ນໄດ້ສະເໜີໃຫ້ຕາງໜ້າສະມາຊິກພັກສຳຮອງຂື້ນຜ່ານໃບສະໝັກ. ຫຼັງຈາກນັ້ນ ສະຫາຍ ວັນຕຸລາ ຣັກນຸດ ເລຂາໜ່ວຍພັກ ກົມຂໍ້ມູນຂ່າວສານ ຂື້ນກ່າວຮັບເອົາສະມາຊິກພັກສຳຮອງໃໝ່ ທີ່ໄດ້ຜ່ານການຮຽນສະໜັບສະໜູນ ແລະ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ແລະ ຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດເປັນໄລຍະເວລາ 6 ເດືອນ.
ຈາກນັ້ນ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດໂອ້ລົມຕໍ່ສະມາຊິກພັກສໍາຮອງໃໝ່ ຊຶ່ງທ່ານໄດ້ຍົກໃຫ້ເຫັນທາດແທ້, ອຸດົມການ ແລະ ມູນເຊື້ອທີ່ອົງອາດ ກ້າຫານ, ນ້ຳໃຈເສຍສະຫຼະ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການຂອງພັກປະຊາຊົນ ປະຕິວັດລາວ. ນອກນັ້ນທ່ານຍັງເນັ້ນວ່າ: ສະມາ ຊິກພັກ ຕ້ອງເຊີດຊູຈິດໃຈເປັນເຈົ້າການ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍ ເປັນສະມາຊິກພັກທີ່ດີຂອງພັກ ແລະ ຍົກລະດັບໃນທຸກດ້ານເປັນຕົ້ນແມ່ນ: ການຝຶກຝົນຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ, ຄົ້ນຄວ້າຮ່ຳຮຽນທິດສະດີມາກ-ເລນິນ, ແນວຄິດປະທານໄກສອນ, ກຳແໜ້ນແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ ລະບຽບກົດໝາຍຂອງລັດ, ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາສະ ເພາະ, ຮັດແໜ້ນຄວາມສາມັກຄີພາຍໃນ-ພາຍນອກ, ພົວພັນສະໜິດແໜ້ນ ແລະ ເປັນແບບຢ່າງໃຫ້ແກ່ມະຫາຊົນ, ນຳພາມະຫາຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ປະກົດຜົນເປັນຈິງ.
ໃນຕອນທ້າຍພິທີ ຕາງໜ້າໃຫ້ສະມາຊິກພັກສໍາຮອງໄດ້ຂຶ້ນກ່າວຮັບຄໍາໂອ້ວາດ ຈາກຄໍາເຫັນໂອ້ລົມຂອງ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ໃຫ້ຄໍາປະຕິຍານຕົນເອງຕໍ່ພິທີດັ່ງກ່າວ.