ກົມສັງລວມ ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ທີ່ແຂວງ ຊຽງຂວາງ.

ກົມສັງລວມ ເປີດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ທີ່ແຂວງ ຊຽງຂວາງ.

ໃນລະຫວ່າງ ວັນທີ 28-29 ມິ​ຖຸ​ນາ 2021 ຜ່ານມາ, ກົມສັງລວມ ຄະນະໂຄສະນາອົບຮົມສູນ ກາງພັກ ໄດ້ສົມທົບກັບຄະນະໂຄສະນາອົບຮົມແຂວງ ຊຽງ​ຂວາງ ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ໃຫ້ແກ່ພະນັກງານ​ບັນ​ດາ​ພະ​ແນກ​ການ, ກົມ​ກອ​ງ​ອ້ອມ​ຂ້າງແຂວງ, ຊຶ່ງຈັດຂຶ້ນທີ່ຫ້ອງປະ ຊຸມຂອງຫ້ອງວ່າ​ການ​ແຂວງ ພາຍໃຕ້ການເປັນປະທານ​ຂອງທ່ານ ຄອນ​ສະ​ມຸດ ບຸນ​ແພງ​ພັນ ກຳ​ມະ​ການ​ພັກ​ແຂວງ ຫົວ​ໜ້າຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຂວງ.

ຊຸດ​ຝຶກ​ອົບຮົມ​ຄັ້ງນີ້ ມີ​ນັກ​ສໍາ​ມະ​ນາກ​ອນ​ເຂົ້າຮ່ວມ​ທັງ​ຫມົດ 32 ທ່ານ, ຍິງ 04 ທ່ານ, ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ມີປຶ້ມຄູ່ມືໃຫ້ແກ່ນັກ​ຝຶກ​ອົບ​ຮົມ ຈຳນວນ 4 ບົດ, ເອກະສານກ່ຽວກັບວຽກງານຫາງ ສຽງສັງຄົມ ຈຳນວນ 3 ບົດ ແລະ ວຽກງານຄົ້ນ​ຄ້​ວາສັງລວມ 1 ບົດ

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຮັດໃຫ້ນັກຝຶກ​ອົບ​ຮົມ ມີຄວາມຮັບ​ຮູ້, ເຂົ້າ​ໃຈ ກ່ຽວກັບວຽກ​ງານຄົ້ນຄວ້າ-ສັງລວມ ແລະ ການເກັບກຳສະພາບແນວຄິດ-ຫາງສຽງສັງຄົມ, ຮັບຮູ້ພາລະ ບົດບາດ, ຫນ້າທີ່, ຄວາມຮັບຜິດຊອບຂອງຜູ້​ຮັບ​ຜິດ​ຊອບ​ວຽກ​ງານ​ຕິດ​ຕາມ, ເກັບ​ກຳ​ສະ​ພາບ​ແນວ​ຄິດ-ຫາງ​ສຽງ​ສັງ​ຄົມ ແລະ ນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ;ພາຍຫຼັງ​ສຳ​ເລັດ​ການ​ຝຶກ​ອົບ​ຮົມ​ຈະ​ເຮັດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ຝຶກ​ອົບ​ຮົມ​ສາ​ມາດ​ນຳ​ເອົາ​ບົດ​ຮຽນ​ທີ່​ໄດ້​ໄປ​ນຳ​ໃຊ້​ໃນ​ການ​ຈັດ​ຕັ້ງ​ປະ​ຕິບັດ​ວຽກ​ງານ​ຕິດ​ຕາມ, ເກັບ​ກຳ​ສະ​ພາບ​ແນວ​ຄິດ-ຫາງ​ສຽງ​ສັງ​ຄົມ ແລະ ວຽກ​ງານ​ສັງ​ລວມ​ໄດ້​ດີ​ຂຶ້ນກວ່າ​ເກົ່າ; ​ໃຫ້​ກຽດມອບໃບຢັ້ງຢືນໃຫ້ແກ່ນັກຝຶກ​ອົບ​ຮົມ ແລະ ໂອ້​ລົມ​ໂດຍທ່ານ ໜໍ​ບີ ຫາ​ຕົງ​ປາວ, ຮອງ​ເລ​ຂາ​ພັກ​ແຂວງ, ຜູ້​ຊີ້​ນຳ​ວຽກ​ງານ​ການ​ເມືອງ-ແນວ​ຄິດ.