ກອງປະຊຸມປະກອບຄຳເຫັນໃສ່ 3 ຮ່າງເອກະສານທີ່ສຳຄັນຂອງກອງປະຊຸມອົງຄະນະພັກ….

ກອງປະຊຸມປະກອບຄຳເຫັນໃສ່ 3 ຮ່າງເອກະສານທີ່ສຳຄັນຂອງກອງປະຊຸມອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ, ສະໄໝທີ V ຂອງອົງຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກ

    ໃນຕອນເຊົ້າວັນທີ 22 ກໍລະກົດ 2021 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງລາຍງານການເມືອງ, ແຜນພັດທະນາວຽກງານໂຄສະນາອົບຮົມ, ບົດສຳຫຼວດການນຳພາຂອງຄະນະພັກ ແລະ ທາບທາມບຸກກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານພັກ, ສະໄໝທີ V ຂອງອົງຄະນະພັກ,  ຄະນະໂຄສະນາອົບຮົມສູນກາງພັກ ໂດຍໃຫ້ກຽດເປັນປະທານກອງປະຊຸມ ໂດຍສະຫາຍ  ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມມີ: ຮອງເລຂາຄະນະພັກ, ຄະນະພັກ, ສະມາຊິກພັກອາວຸໂສບຳນານ ແລະ ສະມາຊິກພັກສົມບູນທົ່ວ ຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີ ສະຫາຍ ນ. ບົວລີ ບັນຊາລິດ ຄະນະພັກ, ຫົວໜ້າກົມໂຄສະນາ ທັງເປັນຄະນະຮັບຜິດຊອບເນື້ອໃນ ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ V ຂອງຄະນະພັກ-ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ເຊິ່ງປະກອບມີ 2 ພາກໃຫຍ່ຄື:

ພາກທີ I: ສະຫຼຸບຕີລາຄາການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ-ຄະນະໂຄສະນາອົບຮົມສູນກາງພັກ ໄລຍະ 5 ປີຜ່ານມາ (2016-2020).

ພາກທີ II: ທິດທາງລວມ ແລະ ໜ້າທີ່ຕົ້ນຕໍໃນການນຳພາຂອງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກໃນ 5 ປີຕໍ່ໜ້າ (2021-2025). ຈາກນັ້ນ ສະຫາຍ ຄຳເຄນ ຈັນທະວົງ ຫົວໜ້າກົມອົບຮົມ ໄດ້ສືບຕໍ່ຜ່ານແຜນພັດທະນາວຽກງານໂຄສະນາອົບຮົມ 5 ປີ (2021-2025) ແລະ ຍຸດທະສາດ ຮອດປີ 2030 ເຊິ່ງປະກອບມີ 7 ແຜນງານດັ່ງນີ້:

ແຜນງານທີ1: ຈັດຕັ້ງເຜີຍແຜ່, ຄົ້ນຄວ້າເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຂອງລັດ ໃນຂົງເຂດວຽກງານໂຄສະນາອົບຮົມ.

ແຜນງານທີ 2: ສ້າງ ແລະ ປັບປຸງເອກະສານໂຄສະນາສຶກສາອົບຮົມ ແລະ ຈັດຕັ້ງຝຶກອົບຮົມໃຫ້ເປົ້າໝາຍຕ່າງໆ.

ແຜນງານທີ 3: ເກັບກຳສະພາບແນວຄິດ, ຫາງສຽງສັງຄົມ, ສະໜອງຂໍ້ມູນຂ່າວສານດ້ານຕ່າງໆ, ສະຫຼຸບສັງລວມການເຄື່ອນໄຫວວຽກງານໂຄສະນາອົບຮົມ.

ແຜນງານທີ 4: ປັບປຸງຍົກສູງຄຸນນະພາບຂອງວາລະສານອະລຸນໃໝ່ ແລະ ວາລະສານໂຄສະນາ.

ແຜນງານທີ 5:ການນຳໃຊ້ສື່ ແລະ ກຳລັງແຮງສັງລວມເຂົ້າໃນວຽກງານໂຄສະນາອົບຮົມ ແລະ ກໍ່ສ້າງພະນັກງານໂຄສະນາອົບຮົມ.

ແຜນງານທີ 6: ປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ ແລະ ບຸກຄະລາກອນທີ່ເຮັດວຽກງານໂຄສະນາອົບຮົມທັງຢູ່ສູນກາງ ແລະ ທ້ອງຖິ່ນ; ສ້າງພື້ນຖານໂຄງລ່າງ ແລະ ກົນໄກປະສານງານຂອງຄະນະໂຄສະນາອົບຮົມສູນກາງພັກ.

ແຜນງານທີ 7: ເພີ່ມທະວີການພົວພັນຮ່ວມມື ກັບບັນດາອົງການທີ່ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດຂອງປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນພາກພຶ້ນ ແລະ ສາກົນ.ຫຼັງຈາກນັ້ນບັນດາສະມາຊິກພັກໄດ້ພ້ອມກັນປະກອບຄຳເຫັນໃສ່ 2 ຮ່າງບົດດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການຢ່າງກົງໄປກົງມາ.

    ໃນຕອນບ່າຍ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານບົດສຳຫຼວດການນຳພາຂອງຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ IV ໄດ້ຍົກໃຫ້ເຫັນ ສະພາບຈຸດພິເສດຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ, ການນຳພາ-ຊີ້ນຳຕໍ່ກັບວຽກງານຕ່າງໆ, ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີຖອດຖອນໄດ້ ແລະ ທິດທາງວິທີແກ້ໄຂໃນຕໍ່ໜ້າ. ຫຼັງຈາກນັ້ນສະມາຊິກພັກຫຼາຍສະຫາຍກໍໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງເອກະສານດັ່ງກ່າວຢ່າງກົງໄປກົງມາເພື່ອເຮັດໃຫ້ເນື້ອໃນມີຄວາມອຸດົມສົມບູນຕື່ມ.

    ຫຼັງຈາກນັ້ນ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສະຫຼຸບຕີລາຄາການປະກອບຄຳຄິດຄຳເຫັນຂອງບັນດາສະມາຊິກພັກໃສ່ 3 ຮ່າງເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະ​ໂຄສະນາ​ອົບຮົມ​. ເຊິ່ງ ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ເນັ້ນໜັກໃຫ້ບັນດາສະມາຊິກພັກທັງໝົດຕ້ອງອອກແຮງ​ສູ້​ຊົນ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ສ້າງ​ແຜນ​ການ, ສ້າງໂຄງການເປັນອັນລະອຽດ, ໃນການເຄື່ອນ​ໄຫວ, ເພື່ອແນະນຳ ປະກອບສ່ວນ​ຍົກ​ສູງ​ຄວາມ​ສາມາດ​ນຳພາຂອງ​ພັກ, ເພີ່ມ​ທະວີ​ການເຄື່ອນໄຫວ​ວຽກ​ງານ​ໂຄສະນາ​ອົບຮົມ​ໃຫ້​ເລິກເຊິ່ງ ທົ່ວ​ເຖິງ​ທຸກ​ເປົ້າ​ໝາຍ ເພື່ອ​ສ້າງ​ຄວາມ​ຮັບ​ຮູ້ ເຂົ້າໃຈ​ເປັນ​ເອກະ​ພາບກັນ ແລະ  ເພີ່ມ​ທະວີ​ຄວາມ​ແຫຼມ​ຄົມວ່ອງໄວ ທັນ​ການ​ຂອງ​ບັນດາ​ສື່ໃນການ​ໂຄສະນາ​, ໃນ​ການ​ອະທິບາຍ​ຕອບ​ແກ້​ໄຂ​ບັນຫາ​ຕ່າງໆ​ທີ່​ສັງຄົມ​ສົນໃຈ  ຄາດວ່າກອງປະຊຸມອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ V ທີ່ຈະຈັດຂຶ້ນໃນມໍ່ໆນີ້. ໃນບັ້ນທ້າຍຂອງພິທີໄດ້ຈັດໃຫ້ມີການທາບທາມບຸກຄະລາກອນທີ່ສະໝັກເຂົ້າໃນຄະນະບໍລິຫານງານພັກ ສະໄໝທີ V ຂອງອົງຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກເຊິ່ງມີພະນັກງານຈາກຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມເປັນສັກຂີພະຍານ.