ກອງປະຊຸມຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ກອງປະຊຸມຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ໃນວັນທີ 07-08 ກໍລະກົດ 2021 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ກຽດເປັນປະທານກອງປະຊຸມ ໂດຍສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຄະນະພັກ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານທັງໝົດໃນທົ່ວ ຄອສພ ໂດຍຈັດແບ່ງເປັນສອງວັນ ເພື່ອປະຕິບັດມາດຕະການຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ກໍຄືຄຳສັ່ງເລກທີ 15/ນຍ.

ຈຸດປະສົງເພື່ອແນ່ໃສ່ເຮັດໃຫ້ຄະນະພັກ ແລະ ບັນດາສະຫາຍສະມາຊິກພັກພະນັກງານ ກຳໄດ້ເນື້ອໃນຈິດໃຈສຳຄັນຂອງມະຕິ11, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ ກົດລະບຽບພັກສະໄໝທີ XI ໃຫ້ໄປໃນລວງດວງກັນ, ມີຄວາມເປັນເອກະພາບໃນການຈັດຕັ້ງຜັນຂະຫຍາຍເປັນແຜນການ, ໂຄງການຂອງແຕ່ລະຂະແໜງການໃຫ້ໄວ ແລະ ແທດເໝາະກັບຕົວຈິງ.

ເພື່ອສ້າງການຫັນປ່ຽນທາງດ້ານແນວຄິດຈິນຕະນະການຢ່າງແຂງແຮງ, ປັບປຸງຫຼັກໝັ້ນການເມືອງ, ຍົກສູງນ້ຳໃຈເສຍສະຫຼະຢຶດໝັ້ນອຸດົມການປະຕິວັດຂອງພັກເຮົາ ແລະ ເພື່ອແນ່ໃສ່ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຮອບດ້ານໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງພວກເຮົາ, ສ້າງການຫັນປ່ຽນດ້ານຄວາມຮູ້, ທັດສະນະແນວຄິດ ແລະ ການກະທຳແນ່ໃສ່ສົ່ງເສີມດ້ານດີ, ແກ້ໄຂຂໍ້ຄົງຄ້າງໃຫ້ຫຼຸດລົງ ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມຂອງພວກເຮົານັບມື້ນັບໄດ້ຮັບການພັດທະນາດີຂຶ້ນ.

ກອງປະຊຸມຄັ້ງນີ້ໄດ້ເຊື່ອມຊຶມ 3 ເອກະສານສຳຄັນຄື:

  1. ລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ໃຫ້ກຽດບັນຍາຍໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.
  2. ກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ XI ໃຫ້ກຽດບັນຍາຍໂດຍ ສະຫາຍ ນ. ວິລະວອນ ພັນທະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.
  3. ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄ້ັງທີ IX (2021-2025) ໃຫ້ກຽດບັນຍາຍໂດຍ ສະຫາຍ ນ. ສົມພອຍ ພົມມະຈັກ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ນອກຈາກໄດ້ບັນຍາຍເຊື່ອມຊຶມ 3 ເອກະສານທີ່ສຳຄັນຂອງກອງປະຊຸມໃຫຍ່ຄ້ັງທີ XI ຂອງພັກແລ້ວ ບັນດາສະມາຊິກພັກຍັງໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ເນື້ອໃນ 3 ເອກະສານດ່ັງກ່າວຢ່າງກົງໄປກົງມາ.

ຫຼັງຈາກນັ້ນ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີຄຳເຫັນສະຫຼຸບ ແລະ ໃຫ້ທິດຊີ້ນຳ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ໃຫ້ພະນັກງານ, ສະມາຊິກພັກທຸກສະຫາຍຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ແລະ ຄົ້ນຄວ້າກຳແໜ້ນ 3 ເອກະສານທີ່ສຳຄັນດັ່ງກ່າວ; ພ້ອມນັ້ນກໍຕ້ອງໄດ້ຍົກສູງຫຼັກໝັ້ນການເມືອງຂອງຕົນໃຫ້ມີຄວາມເດັດດ່ຽວໜ້ຽວແໜ້ນ,​ ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການໃດໆ, ມີສະຕິຕໍ່ກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ ແລະ ພວກຄົນບໍ່ຫວັງດີ; ເດັດດ່ຽວຕ້ານ ແລະ ສະກັດກັ້ນການເສື່ອມຖອຍດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ນ້ຳໃຈຮັບໃຊ້ປະຊາຊົນ, ຈັນຍາບັນ, ຈັນຍາທຳ, ຄວາມທ່ຽງທຳ ແລະ ຄວາມໂປ່ງໃສ; ເພິ່ມທະວີວຽກງານສຶກສາອົບຮົມ, ໂຄສະນາເຜີຍແຜ່ກົດໝາຍໃຫ້ອົງການຈັດຕັ້ງພັກ, ລັດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ພົນລະເມືອງລາວທຸກຄົນແນ່ໃສ່ຍົກສູງສະຕິຕື່ນຕົວເປັນເຈົ້າການປະຕິບັດລັດຖະທຳມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ເສີມຂະຫຍາຍມູນເຊື້ອຮັກຊາດ, ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ແລະ ຂອງປະຊາຊົນລາວບັນດາເຜົ່າ; ເພີ່ມທະວີຄວາມສາມັກຄີເອກະພາບພາຍໃນພັກ ແລະ ພາຍໃນສັງຄົມໃຫ້ເປັນປຶກແຜນ,  ເປັນກຳລັງແຮງສັງລວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.