ພິທີປະກາດ 4ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ 2.


ພິທີປະກາດ 4ບຸກ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ 2.
     ໃນຕອນເຊົ້າຂອງວັນທີ 17 ສິງຫາ 2021ຄະນະບໍລິຫານງານຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປະກາດ 4ບຸກ ຂອງຄະນະຊາວໜຸ່ມ ປປລາວ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ 2 ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ 6), ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ, ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ , ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ປະທານສະຫະພັນກໍາມະບານ ຄອສພ ແລະ ປະທານສະຫະພັນແມ່ຍິງ ຄອສພ; ເຂົ້າຮ່ວມມີ: ຄະນະພັກ, ຫົວໜ້າກົມ, ຮອງກົມ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ,ເລຂາໜ່ວຍຊາວໜຸ່ມ, ຮອງເລຂາໜ່ວຍ  ຕາງໜ້າຊາວໜຸ່ມອົງການອ້ອມຂ້າງສູນກາງຫຼັກ 6 ແລະ ສະມາຊິກຊາວໜຸ່ມທົ່ວ ຄອສພ.


    ໃນພິທີ ທ່ານ ບຸນເພັງ ຈັນທະດາລາ ຄະນະບໍລິຫານງານຊາວໜຸ່ມ ຄອສພ, ຮອງປະທານກວດກາ ໄດ້ຂຶ້ນກ່າວຈຸດປະສົງໃນການຈັດພິທີຄັ້ງນີ້ແມ່ນ ເພື່ອປະກາດຮັບຮອງ 4 ບຸກຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະໂຄສະນາອົບຮົມສູນກາງພັກ ຄັ້ງທີ 2, ທັງເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄອສພ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້, ຫຼັງຈາກນັ້ນ ທ່ານ ນາງ ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນນັ້ນຍົກໃຫ້ເຫັນເຖິງຜົນງານການເຄື່ອນໄຫວປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ຄະນະຊາວໜຸ່ມ ຄະ ນະໂຄສະນາອົບຮົມສູນກາງພັກໃນໄລຍະຜ່ານມາ, ຜົນການຈັດຕັ້ງປະຕິບັດໃນ 9 ມາດຖານຂອງຄະນະຊາວໜຸ່ມ ຄອສພ, ສະຫຼຸບຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ທິດທາງແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃນປີ 2020ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ.ຫຼັງຈາກນັ້ນ ຕາງ ໜ້າໃຫ້ແກ່ກົມຈັດຕັ້ງພະນັກງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂຶ້ນຜ່ານຂໍ້ຕົກລົງຂອງ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວ່າດ້ວຍການຮັບຮອງ ຊາວໜຸ່ມຂອງ ຄະນະໂຄສະນາອົບຮົມສູນກາງພັກ ເປັນ ຄຊຊປລ 4 ບຸກ ຄັ້ງທີ 2 ເຊິ່ງໃຫ້ກຽດມອບໂດຍ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ.

    ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ໃນພິທີຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງກ່ອນອື່ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນເລັດ, ຜົນງານການເຄື່ອນໄຫວໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກທີ່ຍາດມາໄດ້ ແລະ ການເຄື່ອນໄຫວວຽກງານຂອງ ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະຜ່ານມາ ຢ່າງສຸດອົກສຸດໃຈ! ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດຊາວໜຸ່ມ ຄອສພ ຈະຕ້ອງໄດ້ສຸມໃສ່ປະຕິບັດໜ້າທີ່ວິຊາສະເພາະເປັນເສນາທິການມີຄວາມຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ ແລະ ຮັກສາມູນເຊື້ອນາມມະຍົດ 4 ບຸກໃຫ້ໝັ້ນຄົງຕະຫຼອດໄປ.

    ຫຼັງຈາກນັ້ນ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ໄດ້ໃຫ້ກຽດມີຄໍາເຫັນທີ່ສໍາຄັນເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ຄະນະຊາວໜຸ່ມ ຄະນະໂຄສະນາອົບຮົມສູນກາງພັກ ແລະ ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມທັງໝົດ ຕ້ອງເປັນຜູ້ນໍາໜ້າ, ຕ້ອງເປັນຜູ້ທີ່ມີຄວາມຫ້າວຫັນ, ເປັນແຂນຂວາຂອງພັກ ເປັນກໍາລັງແຮງປະຈັນບານຂອງຊາດ, ເສຍສະຫຼະເຫື່ອແຮງ ເພື່ອຊາດ ເພື່ອສ່ວນລວມ, ພ້ອມກັນເສີມຂະຫຍາຍຮັກສາມູນເຊື້ອທີ່ດີງາມຂອງຄົນຮຸ່ນກ່ອນ ແລະ ໝາກຜົນແຫ່ງການປະຕິວັດ ດ້ວຍຄວາມເອກອ້າງທະນົງໃຈ, ຕ້ອງມີການປະດິດສ້າງແບບໃໝ່ ໃນເງື່ອນໄຂໃໝ່ ໂດຍສະເພາະແມ່ນການສຶກສາອົບຮົມທາງດ້ານແນວຄິດ ແມ່ນບັນຫາຫຼັກ ແມ່ນບັນຫາສໍາຄັນ ຕິດພັນການເຄື່ອນໄຫວໜ້າທີ່ວຽກງານ, ການດໍາລົງຊີວິດ, ຍົກສູງເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງຂອງຕົນໃຫ້ສູງເດັ່ນ, ມີຄຸນສົມບັດສິນທໍາປະຕິວັດພ້ອມໃຈກັນເປັນຈິດໜຶ່ງໃຈດຽວສ້າງຄວາມສາມັກຄີ ພາຍໃນ ພາຍນອກ ຢ່າງແໜ້ນແຟ້ນ ປະກອບສ່ວນເຂົ້າຮ່ວມທຸກໆຂະບວນການຂອງບັນດາອົງການຈັດຕັ້ງມະຫາຊົນ ດ້ວຍຄວາມຟົດຟື້ນ, ພ້ອມກັນບຸກບືນ, ສູ້ຊົນໃນການຄົ້ນຄວ້າຮໍ່າຮຽນຍົກສູງຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ ແລະ ມີຄວາມຮັບຜິດຊອບສູງຕໍ່ສະຕິການຈັດຕັ້ງ, ຄວາມຮັບຜິດຊອບທາງດ້ານໜ້າທີ່ການເມືອງທີ່ການຈັດຕັ້ງມອບໝາຍໃຫ້ ໃຫ້ປະກົດຜົນເປັນຈິງ ແລະ ມີປະສິດທິພາບສູງ ໃຫ້ສົມກັບຄໍາຂວັນຂອງຊາວໜຸ່ມທີ່ວ່າ:
“ບ່ອນໃດຍາກ ຊາວໜຸ່ມບຸກ ບ່ອນໃດທຸກ ຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການ ຊາວໜຸ່ມຂານອາສາ”
ປະທານໄກສອນ ພົມວິຫານ ຍັງໄດ້ກ່າວໃຫ້ສັນຍານາມຊາວໜຸ່ມອີກວ່າ:
“ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງການເປັນສິນໄຊຂອງຍຸກສະໄໝພວກເຮົາ”
ໃນພິທີຄັ້ງນີ້ຍັງໄດ້ລັ່ນຄ້ອງ 9 ບາດເພື່ອປະກາດສັກດາສິນໄຊຂອງ ຊາວໜຸ່ມ 4 ບຸກ ຄອສພ ຢ່າງເປັນທາງການ.