ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ.

ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ.

             ພະນັກງານແມ່ນປັດໄຈຕັດສິນຜົນໄດ້ຜົນເສຍ ຂອງການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານພະນັກງານ ແມ່ນຂໍກຸນແຈສໍາຄັນໃນຂະບວນວິວັດການຈັດຕັ້ງປະຕິບັດບົດບາດນໍາພາ ຂອງພັກຕໍ່ພາລະກິດປະຕິວັດ. ເພື່ອຮັບປະກັນບົດບາດສໍາຄັນດັ່ງກ່າວ, ໃນຊຸມປີຕໍ່ໜ້ານີ້ ມີຄວາມຈໍາເປັນຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນທຸກຂອດຂອງວຽກງານພະນັກງານ. ບົນຈິດໃຈດັ່ງກ່າວ ທີ່ພັກຕ້ອງສຸມໃສ່ຈັດຕັ້ງປະຕິບັດວຽກງານຈໍານວນໜຶ່ງໃຫ້ດີ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າອັນຈະແຈ້ງຄື:

  1. ສ້າງ ແລະ ປະຕິບັດແຜນກໍານົດພະນັກງານ ຢ່າງເປັນລະບົບ.
  2. ປັບປຸງລະບອບເລືອກເຟັ້ນ ແລະ ສັບຊ້ອນພະນັກງານ.
  3. ປັບປຸງລະບອບນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານຢ່າງຕັ້ງໜ້າ ແລະ ສົມເຫດສົມຜົນ.
  4. ປະຕິບັດລະບອບຄຸ້ມຄອງ, ຕິດຕາມ, ກວດກາ ແລະ ບັນດາມາດຕະການທາງວິໄນ ຕໍ່ພະນັກງານຢ່າງເຂັ້ມງວດ.

ສໍາລັບຂໍ້ທີ 4 ນີ້ ແມ່ນບັນຫາທີ່ສໍາຄັນຍິ່ງ ເພື່ອເຮັດໃຫ້ການຕິດຕາມ, ກວດກາ ຄຸນນະພາບຂອງພະນັກງານໃນການປະຕິບັດໜ້າທີ່ ພ້ອມທັງມີມາດຕະການລົງວິໄນຕໍ່ພະນັກງານຜູ້ກະທໍາຜິດຢ່າງເດັດຂາດ ສະນັ້ນການຄຸ້ມຄອງພະນັກງານ ຕ້ອງໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບ ນັບແຕ່ການເກັບກໍາບັນຊີ ສະຖິຕິ, ປະຫວັດການເຄື່ອນໄຫວ ແລະ ການປ່ຽນແປງ ຂອງສະມາຊິກພັກ-ພະນັກງານ ແລະ ລັດຖະກອນ. ຈາກນັ້ນ ເປັນເຈົ້າການສ້າງ, ປັບປຸງລະບອບ, ລະບຽບການ ທີ່ເປັນລະບົບຮັດກຸມ  ເພື່ອສ້າງສະພາບແວດລ້ອມອັນດີ  ໃຫ້ພະນັກງານປັບປຸງຕົນເອງ ແລະ ເສີມຂະຫຍາຍການປະດິດສ້າງ, ຮັບປະກັນປົກປ້ອງພະນັກງານທີ່ກ້າຄິດ, ກ້າເຮັດ, ກ້າບຸກທະລຸ ເພື່ອຜົນປະໂຫຍດລວມ; ຖືສໍາຄັນການປະເມີນຜົນຕໍ່ພະນັກງານ ເຊິ່ງນອກຈາກພິຈາລະນາຈາກຜົນສໍາເລັດໃນວຽກງານຕົວຈິງແລ້ວ ຍັງຜ່ານການທາບທາມຫາງສຽງມະຫາຊົນ ແລະ ສັງຄົມ ຕໍ່ພະນັກງານທີ່ພວມຢູ່ໃນຕໍາແໜ່ງ ໂດຍຮັບປະກັນລັກສະນະປະຊາທິປະໄຕ, ເປີດເຜີຍ ແລະ ມີຫຼັກການ; ສ້າງກົນໄກກວດກາ, ຄວບຄຸມການໃຊ້ສິດອໍານາດໃນການປະຕິບັດໜ້າທີ່ຂອງພະນັກງານນໍາພາ-ຄຸ້ມຄອງແຕ່ລະຂັ້ນ, ພ້ອມນັ້ນ ຮັບປະກັນການດໍາເນີນການກວດກາ, ປະເມີນຜົນການເຄື່ອນໄຫວຕົວຈິງ ຂອງພະນັກງານແຕ່ລະບ່ອນ; ເສີມຂະຫຍາຍບົດບາດຕິດຕາມ, ກວດກາ ຂອງບັນດາການຈັດຕັ້ງ ທີ່ເປັນຕົວແທນຂອງປະຊາຊົນ ເປັນຕົ້ນແມ່ນ ສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ອົງການແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ສັງຄົມ, ທັງຮັບປະກັນໃຫ້ທຸກຄໍາເຫັນ ຫຼື ການຕໍານິສົ່ງຂ່າວ ກ່ຽວກັບພຶດຕິກໍາທີ່ບໍ່ເໝາະສົມຂອງພະນັກງານ ຕ້ອງຮັບການພິຈາລະນາ ແລະ ແກ້ໄຂຢ່າງຖືກຕ້ອງ ຈາກຄະນະພັກທີ່ກ່ຽວຂ້ອງ. ສໍາລັບພະນັກງານທີ່ເສຍທາດຂາດຄຸນ ແລະ ລະເມີດລະບຽບວິໄນຂອງພັກ, ກົດໝາຍຂອງລັດ ຫຼື ກ່ຽວຂ້ອງກັບປະກົດການຫຍໍ້ທໍ້ຕ່າງໆ ຕ້ອງດໍາເນີນມາດຕະການທາງວິໄນ ຫຼື ມາດຕະການທາງກົດໝາຍຢ່າງເຂັ້ມງວດ.

ທັງໝົດເນື້ອໃນນີ້ ແມ່ນຄັດຫຍໍ້ຈາກເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໜ້າທີ 90, X ເພື່ອເຮັດໃຫ້ການປ່ຽນແປງວຽກງານພະນັກງານຈະແຈ້ງ ແລະ ເປັນຈິງເທື່ອລະກ້າວ.