ເດັດ​ດ່ຽວ​ແກ້​ໄຂ​ຈຸດ​ອ່ອນ-ຄົງ​ຄ້າງ ພາຍ​ໃນ​ພັກ, ຮັບ​ປະ​ກັນ​ບົດ​ບາດ​ການ​ເຄື່ອນ​ໄຫວ ນຳ​ພາ​ຕົວ​ຈິງ​ທີ່​ເຂັ້ມ​ແຂງ ຂອງ​ການ​ຈັດ​ຕັ້ງ​ທຸກ​ຂັ້ນ.

ເດັດດ່ຽວແກ້ໄຂຈຸດອ່ອນຄົງຄ້າງ ພາຍໃນພັກ, ຮັບປະກັນບົດບາດການເຄື່ອນໄຫວ ນຳພາຕົວຈິງທີ່ເຂັ້ມແຂງ ຂອງການຈັດຕັ້ງທຸກຂັ້ນ.

      ເພື່ອຕອບ​ສະ​ໜອງ​ການ​ເລັ່ງ​ທວງ​ອັນ​ຮີບ​ດ່ວນ​ຂອງ​ສະ​ພາບ​ການ​ໃໝ່ ແລະ ຮັບ​ປະ​ກັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ອັນ​ໜັກ​ໜ່ວງ ທີ່​ເຕັມ​ໄປ​ດ້ວຍ​ການ​ທ້າ​ທາຍທົດ​ສອບ ເພື່ອ​ສາ​ມາດ​ນຳ​ພາ​ປະ​ເທດ​ຊາດ​ກ້າວ​ເດີນຕາມ​ເສັ້ນ​ທາງ​​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມໃນ​ຊຸມ​ປີ​ຕໍ່​ໜ້າ, ພັກ​ເຮົາມີ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ປັບ​ປຸງ​ຕົນ​ເອງ ໃຫ້​ມີ​ຄວາມ​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ ໂດຍ​ເລີ່ມ​ຈາກ​ການ​ແກ້​ໄຂ​ບັນ​ຫາ​ທີ່​ເປັນ​ຈຸດ​ຂາດ​ຕົກ​ບົກ​ຜ່ອງ​ຂອງ​ຕົນ​ຢ່າງ​ຈິງ​ຈັງ ແລະ ເດັດ​ຂາດ ຈົນ​ຮອດ​ການ​ປັບ​ປຸງ ຍົກ​ລະ​ດັບ​ຂອດ​ທີ່​ຍັງ​ອ່ອນ​ແອ ໃຫ້​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງ​ໜ້າ ແລະ ແຂງ​ແຮງ ໂດຍ​ສຸມ​ໃສ່​ທາງ​ເນື້ອ​ໃນ​ດັ່ງ​ຕໍ່​ໄປ​ນີ້:

  1. ​ຢຶດ​ໝັັ້ນທັດ​ສະ​ນະ​ພື້ນ​ຖານ​ຂອງ​ພັກ ກ່ຽວ​ກັບ​ການ​ສ້າງ​ການ​ຫັນ​ປ່ຽນ​ໃໝ່​ດ້ານ​ຈິນ​ຕະ​ນາ​ການ, ຍົກ​ລະ​ດັບ​ຄຸນ​ນະ​ພາບ​ວຽກ​ງານ​ການ​ເມືອງ-ແນວ​ຄິດ ແລະ ທິດ​ສະ​ດີ​ຂອງ​ພັກ;
  2. ສືບ​ຕໍ່​ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງ​ການ​ຈັດ​ຕັ້ງ​ພັກ​ແຕ່​ລະ​ຂັ້ນ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ສະ​ມາ​ຊິກ​ພັກ;
  3. ສົມ​ທົບ​ແໜ້ນ​ລະ​ຫວ່າງ​ການ​ເພີ່ມ​ທະ​ວີ​ການ​ນຳ​ພາ​ແບບ​ລວມ​ສູນ ເອ​ກະ​ພາບ​ຂອງ​ສູນ​ກາງ​ພັກ ກັບ​ຄວາມ​ເປັນ​ເຈົ້າ​ການ​ປະ​ດິດ​ສ້າງ ຂອງ​ຄະ​ນະ​ພັກ ຢູ່​ຂົງ​ເຂດ ແຕ່​ລະ​ຂັ້ນ ໃນ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍບັນ​ດາ​ມະ​ຕິ​ຂອງ​ພັກ;
  4. ເພີ່ມ​ທະ​ວີ​ການ​ຕິດ​ຕາມ, ກວດ​ກາ ແລະ ເດັດ​ດ່ຽວ​ແກ້​ໄຂ​ປະ​ກົດ​ການ​ຫຍໍ້​ທໍ້​ ຢູ່​ພາຍ​ໃນ​ພັກ;

      ສຳ​ລັບ​ຂົງ​ເຂດ​ວຽກ​ງານ​ການ​ເມືອງ​-ແນວ​ຄິດ: ກ່ອນ​ອື່ນ ຕ້ອງ​ເຮັດ​ໃຫ້​ຖັນ​ແຖວ​ພະ​ນັກ​ງານ​ນຳ​ພາ​ຂັ້ນ​ຍຸດ​ທະ​ສາດ, ພະ​ນັກ​ງານຫຼັກ​ແຫຼ່ງ​ແຕ່​ຂັ້ນ​ເທິງ​ໄດ້​ຮັບ​ການ​ປະ​ກອບ​ຄວາມ​ຮູ້​ລັດ​ທິ​ມາກ-ເລ​ນິນ ທີ່​ເປັນ​ທິດ​ສະ​ດີ​ພື້ນ​ຖານ​ກ່ຽວ​ກັບ​ການ​ປະ​ຕິ​ວັດ ເວົ້າ​ລວມ ແລະ ແນວ​ຄິດ​ປະ​ທານ​ໄກ​ສອນ​ ພົມ​ວິ​ຫານ ທີ່​ເປັນ​ຜົນ​ແຫ່ງ​ການ​ຄົ້ນ​ຄ້​ວາ, ໝູນ​ໃຊ້ ແລະ ປະ​ດິດ​ສ້າງ​ທິດ​ສະ​ດີ​ລວມ ເຂົ້າ​ໃນ​ພຶດ​ຕິ​ກຳ​ແຫ່ງ​ການ​ນຳ​ພາ ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ພັກ​ເຮົາ ແລະ ຂອງ​ປະ​ທານ ໄກ​ສອນ ພົມ​ວິ​ຫານ. ພ້ອມນັ້ນ ຍັງ​ຕ້ອງ​ສືບ​ຕໍ່​ຮຽນ​ຮູ້​ບົດ​ຮຽນ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ຢູ່​ປະ​ເທດ​ອ້າຍ​ນ້ອງ ກໍ​ຄື​ບົດ​ຮຽນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຢູ່​ປະ​ເທດ​ອ້າຍ​ນ້ອງ ກໍ​ຄື​ບົດ​ຮຽນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ຕ່າງໆ. ຈາກນັ້ນ, ດ້ານ​ໜຶ່ງ ເປັນ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການ​ເມືອງ, ຈົງ​ຮັກ​ພັກ​ດີ ແລະ ເຊື່ອ​ໝັ້ນ​ຕໍ່​ອຸ​ດົມ​ການ​ອັນ​ສູງ​ສົ່ງ​ຂອງ​ພັກ ນຳ​ພາ​ປະ​ເທດ​ຊາດ​ກ້າວ​ເດີນ​ສູ່​ຈຸດ​ໝາຍ​ສັງ​ຄົມ​ນິ​ຍົມ; ດ້ານ​ໜຶ່ງ​ອີກ ສ້າງ​ພ​ື້ນ​ຖານ​​ດ້ານ​ທິດ​ສະ​ດີ ແລະ ການ​ພັດ​ທະ​ນາ​ທັກ​ສະ​ຂອງ​ຖັນ​ແຖວ​ສະ​ມາ​ຊິກ​ພັກ-ພະ​ນັກ​ງານ ໂດຍ​ສະ​ເພາະ​ຜູ້​ນຳ​ພາຫຼັກ​ແຫຼ່ງ​ແຕ່​ລະ​ຂັ້ນ​ໃນ​ການ​ວິ​ເຄາະ, ໄຈ້​ແຍກ, ສັງ​ລວມ​ສະ​ພາບ​ການ​ພາຍ​ໃນ​ທັງ​ຮຽນ​ຮູ້​ປະ​ສົບ​ການເຄື່ອນ​ໄຫວ​ພຶດ​ຕິ​ກຳ​ຂອງ​ພັກ ແລະ ຂອງ​ສັງ​ຄົມ ເພື່ອ​ກຳ​ແໜ້ນ​ບັນ​ຫາ​ໃໝ່​​ທີ່​ເລັ່ງ​ທວງ​ໃຫ້​ມີ​ການ​ແກ້​ໄຂ ໃນ​ແຕ່​ລະ​ໄລ​ຍະ, ພ້ອມ​ທັງ​ສູ້ ແລະ ປົດ​ປ່ອຍ​ອອກ​ຈາກ​ແນວ​ຄິດ ແລະ ການ​ເຄື່ອນ​ໄຫວ​ແບບ​ຄອງ​ເດີມ, ບໍ່​ກ້າ​ປ່ຽນ​ແປງ, ບໍ່​ມອງ  ​ກ້​ວາງ​ເຫັນ​ໄກ ຫຼື ອອກ​ຈາກ​ສະ​ພາ​ວະ​ກຳ​ນົດ​ເນື້ອ​ໃນ​ນຳ​ພາ​ແບບ​ລວມໆ, ເຄື່ອນ​ໄຫວ​ນັກ​ຮູບ​ການ, ບໍ່​ແທດ​ຕົວ​ຈິງ, ເຮັດຫຼາຍ ແຕ່​ປະ​ສິ​ດ​ທິ​ພາບ​ຕ່ຳ…ທີ່​ເປັນ​ປ​ະກົດ​ການ​ແຜ່ຫຼາຍ​ໃນ​ໄລ​ຍະ​ຜ່ານ​ມາ.

      ສູນ​ກາງ​ພັກ ຕ້ອງ​ຮັບ​ປະ​ກັນ​ເຮັດ​ໃຫ້​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ ຫຼື ອົງ​ການ​ວິ​ຊາ​ການ​ຕ່າງໆ ທີ່​ເຮັດ​ໜ້າ​ທີ່​ໃນ​ຂົງ​ເຂດ​ການ​ເມືອງ-ແນວ​ຄິດ ແລະ ທິດ​ສະ​ດີ​ຂອງ​ພັກ ໄດ້​ຮັບ​ການ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ໃນ​ການ​ເຄື່ອນ​ໄຫວ ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ຂອງ​ຕົນ​ເຊັ່ນ: ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ແຕ່​ລະ​ຂັ້ນ, ສະ​ພາ​ທິດ​ສະ​ດີ​ສູນ​ກາງ​, ສະ​ຖາ​ບັນ​ການ​ເມືອງ​-ການ​ປົກ​ຄອງແຫ່ງ​ຊາດ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ …ທັງ​ນີ້​ກໍ​ເພື່ອ​ສາ​ມາດ​ຊ່ວຍ​ສູນ​ກາງ​ພັກ​ຄົ້ນ​ຄ້​ວາ​ສ້າງ​ບັນ​ດາ​ເນື້ອ​ໃນ​ການ​ເຄື່ອນ​ໄຫວ ທີ່​ສອດ​ຄ່ອງ​ກັບ​ການ​ສ້າງ​ການ​ຫັນ​ປ່ຽນ​ໃໝ່​ທີ່​ແຂງ​ແຮງ, ເລິກ​ເຊິ່ງ ແລະ ຮອບ​ດ້ານ, ບໍ່​ວ່າ​ຈະ​ຕໍ່​ການ​ນຳ​ພາ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ກໍ​ຄື​ໃນ​ການ​ປັບ​ປຸງ​ພາຍ​ໃນ​ຂອງ​ພັກ​ເຮົາ, ເປັນ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ຊີ້​ນຳ​ທີ່​ເຂັ້ມ​ແຂງ​ແຕ່​ເທິງ​ລົງ​ລຸ່ມ.

      ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ ແລະ ນຳ​ພາ​ແນວ​ຄິດ​ຢູ່​ພາຍ​ໃນ​ການ​ຈັດ​ຕັ້ງ​ພັກ​ທຸກ​ຂັ້ນ ຕິດ​ພັນ​ກັບ​ການ​ດຳ​ເນີນ​ການ​ປົວ​ແປງ​ພາຍ​ໃນ​ຢ່າງ​ຕໍ່​ເນື່ອງ ໂດຍ​ຖື​ການ​ຕໍ່​ສູ້​ຕ້ານ​ແນວ​ຄິດ​ຄອງ​ເດີມ, ທັດ​ສະ​ນະ​ການ​ເມືອງ​ທີ່​ຜິດ​ເຂວ, ແບບ​ແຜນ​ນຳ​ພາ​ທີ່ບໍ່​ຖືກ​ຕ້ອງ ກໍ​ຄື​ຄ່າ​ນິ​ຍົມ​ທີ່ບໍ່​ເໝາະ​ສົມ ຢູ່​ພາຍ​ໃນ​ຖັນ​ແຖວ​ສະ​ມາ​ຊິກ​ພັກ…ເປັນ​ເນື້ອ​ໃນ​ພື້ນ​ຖານ​ຂອງ​ການ​ດຳ​ເນີນ​ຊີ​ວີດ ຂອງ​ຄະ​ນະ​ພັກ​ແຕ່​ລະ​ຂັ້ນ​ ທັງ​ດຳ​ເນີນ​ການ​ປຸກ​ລະ​ດົມ​ຂະ​ບວນ​ການ​ຝຶກ​ຝົນຫຼໍ່ຫຼອມ​ຄຸນ​ທາດ​ການ​ເມືອງ, ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ ແລະ ຄວາມ​ເປັນ​ແບບ​ຢ່າງ​ນຳ​ໜ້າ​ຂອງ​ສະ​ມາ​ຊິກ​ພັກ-ພະ​ນັກ​ງານ ທີ່​ເປັນຫຼັກ​ແຫຼ່ງ​ນຳ​ພາ​ຢູ່​ແຕ່​ລະ​ບ່ອນ, ແກ້​ໄຂ​ສະ​ພ​າບ​ການ​ຖື​ເບົາ ການ​ພັດ​ທະ​ນາ​ຕົນ​ເອງ​ໃນ​ດ້ານ​ນີ້.

      ທັງ​ໝົດ​ທີ່​ເວົ້າ​ມາ​ໃນ​ຂ້າງ​ເທິງ​ເປັນ​ວຽກ​ງານ​ການ​ເຄື່ອນ​ໄຫວ ຜູ້​ທີ່​ເປັນ​ເສ​ນາ​ທິ​ການໃຫ້​ແກ່​ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫ່​ຍ​ຄັ້ງ​ທີ XI ຂອງ​ພັກ, ມາດ​ຕາ​ທີ IX.