ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວເຂົ້າຮ່ວມສະໜາມຮົມຕໍ່ສູ້ຕ້ານກັບພະຍາດໂຄວິດ-19 ຢ່າງແຂງແຮງ.

 

ຂຽນໂດຍ: ທ່ານ ຄຳວິສັນ ແກ້ວສຸວັນ ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

     ສະພາບການແຜ່ລະບາດຂອງພະຍາດໂຄວິດ-19ຢູ່ປະເທດເຮົາໄດ້ສືບຕໍ່ຮຸນແຮງຂຶ້ນນັບມື້ໂດຍສະເພາະແມ່ນເດືອນກັນຍາ 2021ນີ້.ຕໍ່ໜ້າສະພາບການແຜ່ລະບາດເປັນວົງກ້ວາງໃນຊຸມຊົນເພີ່ມຂຶ້ນໃນແຕ່ລະມື້; ເພື່ອສືບຕໍ່ເພີ່ມທະວີວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ; ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວທັງເປັນການສ້າງຄວາມເຂົ້າໃຈໃຫ້ທົ່ວສັງຄົມຮັບຮູ້ ເຂົ້າໃຈແນວທາງ-ນະໂຍບາຍຂອງພັກ-ລັດກ່ຽວກັບການຕໍ່ສູ້ກັບພະຍາດໂຕຮ້າຍກາດໂຄວິດ-19ນັ້ນ.

     ຄະນະໂຄສະນາອົບຮົມສູນກາງພັກຈຶ່ງອອກຄຳແນະນຳສະບັບເລກທີ 35/ຄອສພ, ລົງວັນທີ 29/09/2021 ວ່າດ້ວຍການເພີ່ມທະວີວຽກງານໂຄສະນາອົບຮົມການເມືອງ-ແນວຄິດກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂພະຍາດໂຄວິດ-19. ຄຳແນະນຳສະບັບນີ້ແມ່ນສົ່ງເຖິງຄະນະໂຄສະນາອົບຮົມນະຄອນຫຼວງ, ບັນດາແຂວງໃນຂອບເຂດທົ່ວປະເທດ; ກົມໂຄສະນາອົບຮົມຂອງບັນດາກະຊວງ-ອົງການຂັ້ນສູນກາງ. ເນື້ອໃນລະອຽດຂອງຄຳແນະນຳມີລົງໃນເວັບໄຊຄະນະໂຄສະນາອົບຮົມສູນກາງພັກ; ແຕ່ຢາກໃຫ້ຖືສຳຄັນ 7 ບັນຫາໃນຄຳແນະນຳ ທັງນີ້ກໍເພື່ອປະຕິບັດຕາມທິດນຳຂອງກົມການເມືອງສູນກາງພັກທີ່ໃຫ້ບັນຊາວຽກນີ້ເປັນການບັນຊາຕົວຈິງຄືໃນສະພາວະສົງຄາມ.

     ຄະນະໂຄສະນາອົບຮົມທຸກຂັ້ນກໍຄືບັນດາກົມໂຄສະນາອົບຮົມໃນບັນດາກະຊວງ-ອົງການຂັ້ນສູນກາງອອກມາຈັດຕັ້ງໂຄສະນາເຜີຍແຜ່ເຊື່ອມຊຶມໃນກົມກອງຂອງຕົນແລ້ວຍັງຕ້ອງປະສານສົມທົບກັບສຳນັກງານສື່ມວນຊົນທັງສູນກາງ ແລະ ທ້ອງຖິ່ນ, ທັງນຳໃຊ້ພາຫະນະສື່ມວນຊົນທີ່ຂຶ້ນກັບຕົນຄຸ້ມຄອງຈັດຕັ້ງໂຄສະນາເຜີຍແຜ່ຢ່າງກວ້າງຂວາງຂອງຄຳແນະນຳສະບັບນີ້ເພື່ອໃຫ້ທົ່ວໃນສັງຄົມມີຄວາມຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ ແລະ ທົ່ວເຖິງບັນດາເປົ້າໝາຍ. ແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ ຄຳແນະນຳສະບັບນີ້ໃຫ້ປະສົບຜົນສຳເລັດສູງສຸດ.