ຄະນະໂຄສະນາອົບຮົມສູນກາງພັກມອບປຶ້ມເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ແກ່ກະຊວງປ້ອງກັນປະເທດ

ຄະນະໂຄສະນາອົບຮົມສູນກາງພັກ

ມອບປຶ້ມເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ແກ່ກະຊວງປ້ອງກັນປະເທດ

    ໃນວັນທີ 01 ກັນຍາ 2021 ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ມອບປຶ້ມເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຈຳນວນ 1.030 ຫົວໃຫ້ແກ່ກະຊວງປ້ອງກັນປະເທດໃຫ້ກຽດຮັບໂດຍ ທ່ານ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດເຂົ້າຮ່ວມເປັນສັກຂີພະຍານມີບັນດາຫົວໜ້າກົມທັງສອງຝ່າຍທີ່ກ່ຽວຂ້ອງ.

ໃນພິທີ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ຮູ້ວ່າປຶ້ມເອກະສານກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກນີ້ແມ່ນມີຄວາມສຳຄັນຫຼາຍເພາະໄດ້ໂຮມເອົາບັນດາເນື້ອໃນສຳຄັນທັງໝົດ ກໍຄືທິດຊີ້ນຳຂອງກອງປະຊຸມໃຫຍ່ຖືເປັນປຶ້ມຄູ່ມືສຳຄັນອັນໜຶ່ງສຳລັບພະນັກງານພັກຫຼັກແຫຼ່ງເພື່ອສຶບຕໍ່ຄົ້ນຄວ້າເຊື່ອມຊຶມກຳແໜ້ນ ແລະ ຜັນຂະຫຍາຍສູ່ວຽກງານຕົວຈິງ, ເພື່ອເປັນບ່ອນອີງໃນການໂຄສະນາສຶກສາອົບຮົມໃຫ້ເປົ້າໝາຍຕ່າງໆໄດ້ຮັບຮູ້ ແລະ ເຂົ້າໃຈກໍຄືປຸກລະດົມໃຫ້ທົ່ວສັງຄົມເຂົ້າຮ່ວມຈັດຕັ້ງປະຕິບັດບັນດາເນື້ອໃນຄາດໝາຍຕ່າງໆ ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI ໃຫ້ເປັນຂະບວນການກວ້າງຂວາງ ແລະ ປະກົດຜົນເປັນຈິງ.

ໂອກາດນີ້, ທ່ານ ພົນຕີ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງຄະນະນຳຄະນະໂຄສະນາອົບຮົມສູນກາງພັກທີ່ເຫັນໄດ້ຄວາມສຳຄັນ ແລະ ໄດ້ມອບເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເປັນຄູ່ມືໃນການໂຄສະນາປາຖະກະຖາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມຂອງລັດໃຫ້ແກ່ບັນດາສະມາຊິກພັກຂອງກຳລັງປ້ອງກັນປະເທດ, ນັກຮົບແຖວໜ້າທີ່ຢູ່ຊາຍແດນໃນທົ່ວປະເທດເພື່ອກຳແໜ້ນແນວທາງ​ຂອງ​ພັກ ແລະ ສະພາບ​ວຽກງານ​ການ​ເມືອງ​-ແນວ​ຄິດ ໃນ​ແຕ່ລະ​ໄລຍະໃໝ່.

ຂ່າວ ແລະ ຮູບພາບ: ຄອນສະຫວັນ ເນົາວະລັງສີ