ກອງປະຊຸມທາງໄກປຶກສາຫາລືເພື່ອລາຍງານການກະກຽມການຈັດກອງປະຊຸມສຳມະນາທິດສະດີສອງພັກລາວ-ຫວຽດນາມຄັ້ງທີ 08

ກອງປະຊຸມທາງໄກປຶກສາຫາລືເພື່ອລາຍງານການກະກຽມການຈັດກອງປະຊຸມສຳມະນາທິດສະດີສອງພັກລາວ-ຫວຽດນາມຄັ້ງທີ 08

    ໃນຕອນເຊົ້າຂອງວັນທີ 07 ທັນວາ 2021 ຢູ່ທີ່ຫ້ອງປະຊຸມທາງໄກຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມທາງໄກປຶກສາຫາລືເພື່ອລາຍງານການກະກຽມການຈັດກອງປະຊຸມສຳມະນາທິດສະດີສອງພັກລາວ-ຫວຽດນາມຄັ້ງທີ 08 ໃຫ້ກຽດເປັນປະທານ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີຮອງປະທານສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຄົ້ນຄວ້າແນວຄິດໄກສອນ ພົມວິຫານ, ຫົວໜ້າຄະນະກຳມະການດ້ານວັດທະນະນຳ-ສັງຄົມ, ຫົວໜ້າຄະນະກຳມະການດ້ານການເມືອງ-ຄວາມໝັ້ນຄົງ, ຫົວໜ້າຄະນະເລຂາທິການວິທະຍາສາດ ສທພ ເຂົ້າຮ່ວມ.

    ກອງປະຊຸມຄົ້ນຄວ້າແລກປ່ຽນຄຳຄິດເຫັນຮ່ວມກັນຫລາຍບັນຫາໂດຍສະເພາະແມ່ນສະຖຽງລະພາບທາງດ້ານການເມືອງຢູ່ປະເທດເຮົາ, ການກໍ່ສ້າງພັກພະນັກງານ, ທິດສະດີ ແລະ ພຶດຕິກຳ, ເສດຖະກິດ-ສັງຄົມ, ວັດທະນະທຳ-ສັງຄົມ ຢ່າງກົງໄປກົງມາ; ຄົ້ນຄວ້າເປີດອົກເປີດໃຈ ແລະ ພາວະວິໄສລົງເລິກບັນຫາທີ່ສັງຄົມສົນໃຈກ່ຽວກັບການປ່ຽນແປງໃໝ່ຢູ່ສປປ ລາວອັນໄດ້ເປັນການປະກອບສ່ວນ ເຂົ້າໃນສະຕິປັນຍາ, ທິດສະດີວິທະຍາສາດ ແລະ ພຶດຕິກຳແຫ່ງການນຳພາຂອງພັກ, ພັກກຳນົດເສັ້ນທາງກ້າວ ຂຶ້ນສັງຄົມນິຍົມຢູ່ປະເທດເຮົາ;ສ້າງສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ;ເປີດກວ້າງການພົວພັນຮ່ວມມືກັບຕ່າງ ປະເທດ; ພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມຢູ່ລາວ; ເດັດດ່ຽວປົກປັກຮັກສາ ໝາກຜົນຂອງການປະຕິວັດ ແລະ ປະເທດຊາດ;ສ້າງລັດປະຊາທິປະໄຕ ປະຊາຊົນທີ່ປົກຄອງດ້ວຍກົດໝາຍ ແລະ ຍົກສູງຄວາມສາມາດໃນການກຳອຳນາດຂອງພັກປະຊາຊົນປະຕິວັດໃນເງື່ອນໄຂພັກດຽວກຳອຳນາດ.