ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຈັດກອງປະຊຸມທາງໄກເພື່ອຄົ້ນຄວ້າການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນຕໍ່ຜູ້ອອກແຮງງານ ຂອງອົງການກໍາມະບານລາວແຕ່ລະຂັ້ນ.

ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຈັດກອງປະຊຸມທາງໄກເພື່ອຄົ້ນຄວ້າການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນຕໍ່ຜູ້ອອກແຮງງານ ຂອງອົງການກໍາມະບານລາວແຕ່ລະຂັ້ນ.

ໃນຕອນເຊົ້າຂອງວັນທີ 3 ທັນວາ 2021, ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຈັດກອງປະຊຸມທາງໄກເພື່ອຄວ້າການແບ່ງຂັ້ນຄຸ້ມຄອງການ ເຄື່ອນໄຫວວຽກງານກໍາມະບານຕໍ່ຜູ້ອອກແຮງງານ ຂອງອົງການກໍາມະບານລາວແຕ່ລະຂັ້ນຂຶ້ນ; ໃຫ້ກຽດເປັນປະທານໂດຍ ທ່ານ ວິໄລ ວົງກະເສີມ ຮອງປະທານ ສູນກາງສະຫະພັນກໍາມະບານລາວ, ເຂົ້່າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ປະທານສະຫະພັນກໍາມະບານ ຄອສພ ພ້ອມດ້ວຍຄະນະ, ມີຕາງໜ້າສະຫະພັນກໍາມະບານກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ລວມ 46 ພາກສ່ວນ.

ໃນພິທີທ່ານ ນ. ດາລາວັນ ອິນສີລາດ ຮອງຫົວໜ້າພະແນກຄວາມປອດໄພແຮງງານ ໄດ້ກ່າວຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ເພື່ອແລກປ່ຽນບົດຮຽນ ແລະ ປຶກສາຫາລືກ່ຽວກັບການແບ່ງຂັ້ນຄຸ້ມຄອງການເຄື່ອນໄຫວວຽກງານກໍາມະບານຕໍ່ຜູ້ອອກແຮງງານ ຂອງອົງການກໍາມະບານລາວແຕ່ລະຂັ້ນ ໃຫ້ມີຄວາມຈະແຈ້ງຊັດເຈນ, ຫຼັງຈາກນັ້ນ ທ່ານ ວິໄລ ວົງກະເສີມ ຮອງປະທານ ສູນກາງສະຫະພັນກໍາມະບານລາວ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ເຊິ່ງທ່ານກ່າວວ່າ ຈຸດປະສົງໃນການຮ່າງນິຕິກໍາດັ່ງກ່າວນີ້ແມ່ນເພື່ອເພີ່ມທະວີການສ້າງຄວາມເຂັ້ມແຂງ ໃຫ້ແກ່ກໍາມະບານອາຊີບແຕ່ລະຂັ້ນເທິງ ເປັນການປະຕິບັດຕາມການຊີ້ນໍາ ຂອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວກ່ຽວກັບການແບ່ງຂັ້ນຄຸ້ມຄອງການເຄື່ອນໄຫວວຽກງານກໍາມະບານຕໍ່ຜູ້ອອກແຮງງານ ຂອງອົງການກໍາມະບານລາວແຕ່ລະຂັ້ນເພື່ອຫັນເປັນນິຕິກໍາລຸ່ມກົດໝາຍກໍຄືເປັນຂໍ້ຕົກລົງຂອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວໃນຕໍ່ໜ້າ;

ຫຼັງຈາກນັ້ນຕາງໜ້າຈາກສະຫະພັນກໍາມະບານແຂວງ, ນະຄອນຫຼວງວຽງຈັນ ແລະ ສະຫະພັນກໍາມະບານກະຊວງອົງການອ້ອມຂ້າງສູນກາງ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ປຶກສາຫາລື ຕໍ່ເນື້ອໃນຮ່າງເອກະສານກ່ຽວກັບການຄົ້ນຄວ້າການແບ່ງຂັ້ນຄຸ້ມຄອງຮັບຜິດຊອບການ ເຄື່ອນໄຫວວຽກງານກໍາມະບານຕໍ່ຜູ້ອອກແຮງງານ ຂອງອົງການກໍາມະບານລາວແຕ່ລະຂັ້ນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ເນື້ອໃນຮັດກຸ້ມ, ຄົບຖ້ວນ ແລະ ຊັດເຈນ.

ຜ່ານການປະກອບຄຳຄິດຄຳເຫັນຫຼາຍພາກສ່ວນໄດ້ເຫັນດີເປັນເອກະພາບຕໍ່ຮູບແບບທີ1 ຈາກ 4 ຮູບແບບທີ່ຄະນະຮັບຜິດຊອບສູນກາງສະຫະພັນກໍາມະບານລາວ ໄດ້ຮ່າງເນື້ອໃນກ່ຽວກັບການແບ່ງຄວາມຮັບຜິດຊອບການ ເຄື່ອນໄຫວວຽກງານກໍາມະບານຕໍ່ຜູ້ອອກແຮງງານ ອອກເປັນ 4 ຂັ້ນ.