ກຳແໜ້ນເພື່ອຈັດຕັ້ງເຊື່ອມຊຶມ
ໂດຍ: ທ່ານ ຄຳວິສັນ ແກ້ວສຸວັນ ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
- ຖືເປັນເອກະສານສຳຄັນສຳລັບພະນັກງານ-ນັກຮົບທີ່ເຮັດວຽກງານການເມືອງ-ແນວຄິດຂອງພວກເຮົາທີ່ຈະຕ້ອງໄດ້ກຳແໜ້ນເພື່ອຈັດຕັ້ງເຊື່ອມຊຶມໃຫ້ທົ່ວສັງຄົມໄດ້ເຂົ້າໃຈຄິດຫງຳ, ໄດ້ປຶກສາຫາລືເປັນການຈັດຕັ້ງປະຕິບັດນັ້ນແມ່ນບົດສູນທອນພົດຂອງທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ; ປະທານປະເທດແຫ່ງ ສປປ ລາວກ່າວສະດຸດດີ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ; ວັນທີ 02 ທັນວາ 2021 ຄົບຮອບ 46 ປີ.
- ບົດສູນທອດພົດຂອງທ່ານແມ່ນມີຄວາມສຳຄັນທີ່ສຸດຕໍ່ທຸກອົງການຈັດຕັ້ງໃນລະບົບການເມືອງ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພີ່ນ້ອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໂດຍສະເພາະພະນັກງານ-ສະມາຊິກພັກໃນຂົງເຂດໂຄສະນາອົບຮົມພວກເຮົາ. ຜູ້ຂຽນຂໍອະຍຸຍາດນຳເອົາ ຫົກ ບັນຫາສຳຄັນທີ່ທ່ານນຳສະເໜີທີ່ເປັນທັດສະນະເພື່ອເປັນທິດຈະສືບຕໍ່ເສີມຂະຫຍາຍ ແລະ ແກ້ໄຂບົນເສັ້ນທາງກ້າວໄປໜ້າຂອງປະເທດເຮົາ ເພື່ອໃຫ້ປວງຊົນລາວທຸກຄົນຮ່ວມກັນຄິດ, ຮ່ວມກັນແກ້ ແລະ ຮ່ວມກັນສ້າງດັ່ງນີ້:
ໜຶ່ງ: ຖ້າພວກເຮົາທົບທວນຄືນປະຫວັດສາດ ອັນຍາວນານຂອງຊາດເຮົາ, ທົບທວນຄືນວິລະກຳຂອງບັນດາວິລະບູລຸດ ທີ່ມີຄວາມອົງອາດ, ກ້າຫານຕໍ່ສູ້ເພື່ອຄວາມເປັນຊາດລາວ, ເພື່ອຄົນລາວ ໃຫ້ໄດ້ມີຊາດ, ມີປະເທດ, ຕ້ານກັບການກົດຂີ່ຂົ່ມເຫັງ, ຕ້ານກັບການຮຸກຮານ, ກືນກິນລາວ ໃນເວລານັ້ນ, ພວກເຮົາຄົນຮຸ່ນນີ້ ຕ້ອງເພີ່ມທະວີຄວາມຮັກເຊື້ອແພງຊາດ ໃຫ້ນັບມື້ນັບສູງຂຶ້ນ, ຮຽນເອົາແບບຢ່າງອັນດີເລີດ, ຮູ້ບຸນຄຸນ, ຄຸນງາມຄວາມດີຂອງບັນພະບູລຸດເຮົາ ໃນແຕ່ລະຍຸກ, ແຕ່ລະສະໄໝ ໄວ້ເປັນຄະຕິເຕືອນໃຈ ໃຫ້ພວກເຮົາໄດ້ສ້າງຄວາມດີໄວ້ໃຫ້ລູກຫຼານ ສືບທອດມູນເຊື້ອອັນນັ້ນໄວ້ບໍ່ໃຫ້ໜ້າປະຫວັດສາດເຫຼົ່ານັ້ນ, ບໍ່ພຽງຖືກຫຼົງລືມໄປ, ແຕ່ຍັງເປັນກຳລັງແຮງ, ກຳລັງໃຈແຫ່ງການສ້າງຊາດເຮົາ ໃຫ້ເປັນຊາດ ທີ່ໄດ້ຮັບການພັດທະນາກ້າວໜ້າ ເປັນຊາດທີ່ມີກຽດສັກສີຕໍ່ໄປພາຍໜ້າຢ່າງບໍ່ຢຸດຢັ້ງ;
ສອງ: ພວກເຮົາ ໄດ້ທົບທວນຄືນເບິ່ງຢ່າງມີການສະຫຼຸບທີ່ຊັດເຈນແລ້ວວ່າ: ການຕໍ່ສູ້ປະຕິວັດປົດປ່ອຍຊາດນັ້ນ, ຖ້າບໍ່ມີພັກປະຕິວັດນຳພາ ແມ່ນບໍ່ສາມາດເຮັດການປະຕິວັດ ເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ຮັບໄຊຊະນະສົມບູນໄດ້, ໃນທີ່ສຸດຂະບວນການທີ່ມີຄວາມຮັກຊາດຢ່າງດຽວເທົ່ານັ້ນ ກໍ່ຈະຖືກປາບປາມ, ດັບສູນໃນທີ່ສຸດ, ແຕ່ພາຍຫຼັງມີພັກປະຕິວັດ, ພັກຂອງລັດທິມາກສຊິດ-ເລນິນນິດ ນຳພາຈຶ່ງສາມາດວາງແນວທາງທີ່ຖືກຕ້ອງ, ສາມາດເຕົ້າໂຮມກ້ອນກຳລັງຂອງຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວ ໃນການຕໍ່ສູ້ຢ່າງທໍລະຫົດອົດທົນຈົນໄດ້ຮັບໄຊຊະນະພ້ອມກັບສ້າງສາພັດທະນາປະເທດເຮົາ ແລະ ມີເງື່ອນໄຂດຳລົງຊີວິດຢ່າງສະຫງົບສັນຕິ ຢູ່ທຸກມື້ນີ້. ປັດຈຸບັນພວກເຮົາບໍ່ພຽງແຕ່ປົກປັກຮັກສາລະບອບໃໝ່, ປົກປັກຮັກສາໝາກຜົນຂອງການປະຕິວັດ ໃຫ້ໝັ້ນຄົງເທົ່ານັ້ນ, ແຕ່ພວກເຮົາຕ້ອງເຮັດທຸກສິ່ງທຸກຢ່າງຮ່ວມກັນ ເພື່ອສ້າງປະເທດລາວ, ສ້າງລະບອບປະຊາທິປະໄຕປະຊາຊົນຂອງປະເທດເຮົາໃຫ້ສືບຕໍ່ໝັ້ນຄົງ, ເຂັ້ມແຂງ ແລະ ພັດທະນາຈາກກ້າວນີ້ ໄປສູ່ກ້າວຕໍ່ໄປຢ່າງບໍ່ຢຸດຢັ້ງ ເພື່ອບັນລຸເປົ້າໝາຍໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດ ມີຄວາມສີວິໄລ, ກ້າວໜ້າ ແລະ ກ້າວໄປສູ່ເປັນປະເທດຮັ່ງມີເຂັ້ມແຂງສູ່ຈຸດໝາຍສັງຄົມນິຍົມ. ເປົ້າໝາຍ ທີ່ໄດ້ກ່າວມານັ້ນແມ່ນສູງສົ່ງແຕ່ເສັ້ນທາງເດີນສຸດທີ່ລະອິດລະອ້ຽວ, ຂ້ຽວຂາດ, ເສັ້ນທາງເດີນເສັ້ນນີ້ ບໍ່ຄືກັບ “ເສັ້ນທາງທີ່ໂຮຍດ້ວຍດອກໄມ້” ແຕ່ຢ່າງໃດ, ເສັ້ນທາງຕ້ອງມີອຸປະສັກ ແລະ ທຸລະກັນດານ, ແຕ່ພວກເຮົາ ຕ້ອງສ້າງໃຫ້ມີຄວາມອາດສາມາດຜ່ານໄປໄດ້, ຕ້ອງເດັດດ່ຽວ “ໄປໃຫ້ສຸດ, ຂຸດໃຫ້ເຖີງ” ເດີນໃຫ້ເຖີງຈຸດໝາຍ, ນີ້ເປັນພາລະໜ້າທີ່ທ້າທ້າຍຕໍ່ຄົນຮຸ່ນໃໝ່ຂອງພວກເຮົາ. ແຕ່ພວກເຮົາຄົນຮຸ່ນນີ້ ຈະສະໜັບສະໜູນຊີ້ສ່ອງທາງເດີນໃຫ້ ແລະ ພວກເຮົາທີ່ກຳລັງມີໜ້າທີ່ຢູ່ດຽວນີ້ຕ້ອງເຊື່ອໝັ້ນໃນຄວາມສາມາດຂອງຄົນຮຸ່ນຕໍ່ໆໄປ. ພວກເຮົາຕ້ອງກ້າຫານຝາກອະນາຄົດຂອງປະເທດຊາດໄວ້ນຳເຂົາເຈົ້າ, ພຽງແຕ່ຮຽກຮ້ອງໃຫ້ເຂົາເຈົ້າ ຕ້ອງເປັນຄົນທີ່ໝັກແໜ້ນ, ຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນທີ່ແທ້ຈິງ, ໃຫ້ເຂົາສ້າງຕົນເອງ ໃຫ້ເປັນຄົນລາວທີ່ມີຄວາມໜັກແໜ້ນເຂັ້ມແຂງ ເປັນຮຸ່ນຄົນທີ່: “ຄິດໃຫ້ກວ້າງ, ມອງໃຫ້ໄກ, ໄປໃຫ້ຖືກ” ເທົ່ານັ້ນ.
ສາມ: 46 ປີຜ່ານມາຖ້າພວກເຮົາຮຽນຮູ້ໄດ້ຈາກທິດສະດີ ແລະ ພຶດຕິກຳໃນການພັດທະນາປະເທດທີ່ເລິກເຊິ່ງ, ພວກເຮົາຈະເຫັນວ່າ: ເສັ້ນທາງເດີນຂອງການພັດທະນາປະເທດໃນໄລຍະໃໝ່ນັບແຕ່ 02 ທັນວາ 1975 ມານີ້, ແມ່ນເສັ້ນທາງທີ່ເຕັມໄປດ້ວຍຄວາມລະອິດອ້ຽວຂ້ຽວຂາດ, ເຕັມໄປດ້ວຍຂວາກໜາມ, ແຕ່ພັກເຮົາໄດ້ວາງແນວທາງປະຕິວັດອອກແຕ່ລະໄລຍະ, ປັບປຸງປ່ຽນແປງເປັນແຕ່ລະໄລຍະໃຫ້ສອດຄ່ອງກັບສະຖານະການທີ່ຜັນແປ ເຊັ່ນ: ໄລຍະຮຳບາດແຜສົງຄາມໄດ້ປົກຄອງປະເທດ ແລະ ວາງແນວທາງອອກແນວໜຶ່ງ, ໄລຍະແຫ່ງການປະຕິບັດແນວທາງປ່ຽນແປງໃຫມ່ ກໍ່ໄດ້ວາງແນວທາງນະໂຍບາຍ ແລະ ວາງແຜນພັດທະນາອອກໃຫ້ໄປຄຽງຄູ່ກັບການສ້າງໃຫ້ລັດເຮົາປົກຄອງດ້ວຍລັດຖະທຳມະນູນ ແລະ ກົດໝາຍໃຫ້ນັບມື້ນັບຄົບຊຸດ ແລະ ຮັດກຸມ… ແລະ ໄລຍະຕໍ່ມາກໍ່ເປັນໄລຍະແຫ່ງການເປີດກວ້າງປະເທດອອກສູ່ໂລກ… ທັງໝົດເຫຼົ່ານີ້, ພວກເຮົາຈະເຫັນວ່າ ປະເທດເຮົາ, ຊາດເຮົາໄດ້ມີການປ່ຽນແປງໄປໃນທາງທີ່ດີ ແລະ ກ້າວໜ້າຢ່າງເຫັນໄດ້ປະຈັກຕາ… ແຕ່ພວກເຮົາ ກໍ່ຍັງຕ້ອງໄດ້ຄິດຕໍ່ຄຳເວົ້າ ທີ່ເຄີຍໄດ້ຍິນຈາກປະຊາຊົນລາວ ທີ່ເປັນການສະແດງອອກໃນລັກສະນະສົມທຽບວ່າ: … “ເຮືອນມີຂື່-ມີແປ” ຫຼື ຈົ່ມວ່າ “ເຮືອນບໍ່ມີຂື່-ບໍ່ມີແປ”ຄຳເວົ້ານີ້ສະທ້ອນເຖິງການປົກຄອງຂອງປະເທດ, ຂອງສັງຄົມທີ່ສະທ້ອນໃຫ້ເຫັນວ່າປະຊາຊົນຢາກໃຫ້ມີການປົກຄອງທີ່ດີນັ້ນເອງ… ຕໍ່ກັບເລື່ອງນີ້ຂ້າພະເຈົ້າຢາກຂໍໃຫ້ທຸກຄົນໄດ້ຄິດ ແລະ ສຳນຶກວ່າ: ພາບຂອງເຮືອນຫຼັງໜຶ່ງທີ່ຄົນລາວມັກປຸກຂຶ້ນເປັນທີ່ຢູ່ອາໄສນັ້ນ, ຈິງຢູ່ວ່າຕ້ອງ ມີຂື່-ມີແປ ທີ່ທົນທານແຂງແຮງ, ແຕ່ຢາກໃຫ້ເຮືອນສາມາດເປັນເຮືອນທີ່ແຂງແຮງທົນທານ, ເປັນທີ່ເພິ່ງ ຂອງຜູ້ຢຸ່ອາໄສທີ່ໝັ້ນໃຈໄດ້, ເຮືອນຫຼັງນັ້ນຕ້ອງມີຫຼາຍເສົາແຕ່ຕ້ອງມີເສົາຫຼັກທີ່ແຂງແຮງທົນທານ. ມີເສົາທົນທານ, ມີຂື່-ມີແປທີ່ເຂັ້ມແຂງ ແລະ ຍັງຕ້ອງມີພື້ນທີ່-ຖານທີ່ກວ້າງຂວາງ, ແໜ້ນໜາຮອງຮັບທີ່ໄວ້ໃຈໄດ້. ຖ້າພື້ນບໍ່ທົນທານ, ບໍ່ກວ້າງຂວາງ ກໍ່ຈະເຮັດໃຫ້ເຮືອນບໍ່ຢູ່ດົນ, ທົນບໍ່ໄດ້ນານ. ອີກສຳຄັນໜຶ່ງ, ຂ້າພະເຈົ້າຂໍສະເໜີວ່າ ຜູ້ຢູ່ອາໄສຕ້ອງໝັ່ນກວດກາ, ສ້ອມແຊມຫຼັງຄາບໍ່ໃຫ້ແຕກແຫງ, ບໍ່ໃຫ້ຮົ່ວໃນຍາມຝົນຕົກລົງມາ. ເພາະຖ້າເປັນເຊັ່ນນັ້ນ, ຄົນໃນເຮືອນຈະຢູ່ບໍ່ເປັນສຸກ.. ຂໍໃຫ້ແຕ່ລະຄົນນຳໄປວິໄຈເອົາເອງ ວ່າສ່ວນປະກອບຂອງເຮືອນຫຼັງໜຶ່ງນີ້ມັນທຽບກັບປະເທດໜຶ່ງ, ທຽບກັບສັງຄົມໜຶ່ງ, ໂດຍສະເພາະສັງຄົມເຮົາໄດ້ຄືແນວໃດແດ່, ຂໍຝາກໄວ້ກັບຄົນຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປຈະເສີມສ້າງ” ເຮືອນຫຼັງໃຫຍ່ຂອງພວກເຮົາໄດ້ໝັ້ນຄົງຖາວອນ, ໃຫ້ປອດໄພ ແລະ ໃຫ້ກ້າວໜ້າໄດ້ຄືແນວໃດ.
ສີ່: ພວກເຮົາໂຊກດີທີ່ປະເທດເຮົາມີທີ່ຕັ້ງທີ່ປອດໄພ. ບັນພະບູລຸດໄດ້ປະມູນມໍລະດົກອັນລ້ຳຄ່າ ຢ່າງຫຼວງຫຼາຍເຊິ່ງຄວາມສວຍສົດງົດງາມ, ຄວາມອຸດົມຮັ່ງມີຂອງຊັບພະຍາກອນທຳມະຊາດ ໄວ້ໃຫ້ພວກເຮົາປົກປັກຮັກສາ ແລະ ນຳໃຊ້ເພື່ອຊີວິດທີ່ດີ ແລະ ການພັດທະນາທີ່ຍືນຍົງ…ພວກເຮົາສາມາດຮຽນຮູ້ຈາກພຶດຕິກຳຕົວຈິງໃນຂະບວນວິວັດແຫ່ງການພັດທະນາປະເທດເຮົາຜ່ານ 46 ປີຜ່ານມາ, ຮຽນຮູ້ທັງບົດຮຽນທີ່ດີ, ຕັ້ງໜ້າ, ແຕ່ເວລາດຽວກັນພວກເຮົາກໍ່ຮຽນຮູ້ຈາກຄວາມຜິດພາດ ແລະ ຂໍ້ບົກພ່ອງໄດ້ເປັນຢ່າງດີແລ້ວ. ຂ້າພະເຈົ້າ ຢາກຂໍຝາກຂໍ້ຄິດໄວ້ກັບຄົນຮຸ່ນນີ້ ແລະ ຄົນຮຸ່ນຕໍ່ໆໄປວ່າ: ຮຽນໃຫ້ຮູ້ຈາກການນຳໃຊ້ຊັບພະຍາກອນທຳມະຊາດຢ່າງກຸ່ມຄ່ານັ້ນ, ຈະເຮັດແນວໃດຈຶ່ງສ້າງໄດ້ທັດສະນະຄະຕິທີ່ດີ ກວ່າເພື່ອປ້ອງກັນການສູນເສຍອັນໃຫຍ່ຫຼວງ ຂອງຊັບພະຍາກອນພວກເຮົາໄປຢ່າງໜ້າເສຍດາຍ ທີ່ບໍ່ສາມາດເອົາຄືນມາໄດ້… ຂໍຝາກໄວ້ນຳຄົນ, ທັງຮຸ່ນປັດຈຸບັນ ແລະ ຮຸ່ນຕໍ່ໄປວ່າ: ໃຫ້ຕັດສິນໃຈປ່ຽນແປງທັດສະນະຄະຕິ ແລະ ໃຫ້ຄິດສະເໝີວ່າ:…”ເຮົາຈະເອົາຊີວີດເຮົາ ເປັນເດີມພັນ ເພື່ອປົກປ້ອງຊັບພະຍາກອນອັນລ້ຳຄ່າຂອງຊາດໄວ້ໃຫ້ໄດ້ນຳໃຊ້ຍາວນານ, ໄດ້ຜົນປະໂຫຍດ ແຕ່ບໍ່ທຳລາຍໃຫ້ເສຍຫາຍ, ພວກເຮົາຈະບໍ່ປ່ອຍໃຫ້ຄົນເອົາຊັບພະຍາກອນ ທີ່ອຸດົມຮັ່ງມີເຫຼົ່ານີ້ໄປໃຊ້ໂດຍຂາດຄວາມຮັບຜິດຊອບ, ຂາດຈັນຍາທຳ, ຂາດຈັນຍາບັນ ເພື່ອທຳລາຍໄປ, ສູນຫາຍໄປຢ່າງໜ້າເສຍດາຍອີກຕໍ່ໄປໄດ້ແນວໃດ”. ຂໍໃຫ້ນຳເອົາບັນຫານີ້ເຂົ້າສູ່ການຄົ້ນຄວ້າສົນທະນາ ແລະ ນຳໄປສູ່ການມີມາດຕະການທີ່ດີກວ່າ ເພື່ອສ້າງອະນາຄົດອັນດີງາມໃຫ້ປະເທດຊາດຂອງພວກເຮົາຍືນຍົງຕໍ່ໄປ ແລະ ພັດທະນາໄປຕາມແນວທາງນະໂຍບາຍຂອງພັກ ຄື: “ພັດທະນາທີ່ຍືນຍົງ ແລະ ສີຂຽວ”.
ຫ້າ: ຖ້າພວກເຮົາເຫັນວັດທະນະທຳອັນດີງາມ, ລ້ຳຄ່າ ຮີດຄອງປະເພນີໜ້າປົກປ້ອງ, ຫວງແຫນ ແລະ ສາມາດພັດທະນາໃຫ້ເປັນເອກະລັກຂອງຊາດ ເພື່ອຮັກສາໄວ້ເປັນເອກະລັກ, ແຕ່ໃຫ້ເອົາສິ່ງເຫຼົ່ານັ້ນ ມາຮັບໃຊ້ຊີວິດການເປັນຢູ່ທີ່ດີກວ່າຂອງປະຊາຊົນເຮົານຳເອົາຜົນປະໂຫຍດໃຫ້ຊາດ ແລະ ໃຫ້ປະຊາຊົນ ສືບຕໍ່ເປັນຄວາມເອກອ້າງສືບຕໍ່ໄປ, ຂ້າພະເຈົ້າຂໍຝາກໄວ້ເປັນຂໍ້ຄິດທີ່ວ່າ ເຖິງວ່າໂລກຈະປ່ຽນໄປ, ຄ່ານິຍົມຂອງຄົນຫຼາຍປະເທດປ່ຽນໄປ, ຜົນສະທ້ອນຂອງການປ່ຽນແປງຂອງໂລກນັ້ນ, ຂໍຢ່າໃຫ້ມາປ່ຽນແປງວັດທະນະທຳ ແລະ ປະເພນີອັນດີງາມຂອງຊາດລາວເຮົາໄດ້. ການຮັກສາຄຸນຄ່າຂອງຄວາມເປັນລາວທາງດ້ານປະເພນີຮີດຄອງ ເອົາໄວ້ໄດ້ຈົນເທົ່າໃດໆນັ້ນ ເປັນການຮັກສາຄວາມເປັນລາວໄວ້ຈົນເທົ່າໃດໆເໝືອນກັນ.
ຫົກ: ມູນເຊື້ອອັນດີງາມເປັນທີ່ໂດດເດັ່ນຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວເຮົາໃນ 46 ປີຜ່ານມານັ້ນ, ແມ່ນນະໂຍບາຍຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍ, ເປີດກວ້າງ, ຫຼາຍຮູບ, ຫຼາຍສີ, ພົວພັນຫຼາຍຝ່າຍ, ຫຼາຍລະດັບທີ່ສະຫຼາດມີພິກໄຫວ ແລະ ຄ່ອງຕົວຂອງພັກ ແລະ ລັດທີ່ໄດ້ສືບທອດມໍລະດົກມາແຕ່ສະໄໝຕໍ່ສູ້ກູ້ຊາດ. ພວກເຮົາຄົນຮຸ່ນນີ້ ແລະ ຄົນຮຸ່ນຕໍ່ໄປ ບໍ່ສະເພາະແຕ່ຮັກສາມູນເຊື້ອອັນດີງາມນີ້ໄວ້ເປັນບົດຮຽນເທົ່ານັ້ນ, ຫາກຍັງຕ້ອງເຊີດຊູຄວາມຮັບຜິດຊອບ, ພັດທະນາວຽກງານພົວພັນຕ່າງປະເທດ ແລະ ການທູດໃຫ້ສືບຕໍ່ມີຄວາມໜັກແໜ້ນ, ກວ້າງໄກ, ມີໄຫວພິບ, ຮູ້ເລິກ, ຮູ້ຕື້ນ, ຮູ້ໜາ, ຮູ້ບາງ, ຮູ້ມິດ, ຮູ້ສັດຕູ ແລະ ສືບຕໍ່ປະຕິບັດ” ນະໂຍບາຍການທູດປ້ອງກັນເຫດ, ບຸກທະລຸ ເພື່ອພາລະກິດ ປົກປັກຮັກສາ ແລະ ພັດທະນາປະເທດເຮົາ” ການທູດທີ່ດີຈະຊ່ວຍວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ດີ, ການທູດທີ່ດີຈະຊ່ວຍການພັດທະນາເສດຖະກິດ, ການທູດທີ່ດີຈະຊ່ວຍສ້າງບົດບາດໜ້າຕາຂອງປະເທດ… ນີ້ຄືບົດຮຽນຕົວຈິງຂອງ 46 ປີ ຜ່ານມາ ຫຼື ຫຼຽວຄືນໄປອະດີດ, ການທູດສ້າງເງື່ອນໄຂໃຫ້ການຕໍ່ສູ້ທີ່ເປັນທຳ ຂອງປະຊາຊົນລາວໄດ້ຮັບໄຊຊະນະເປັນຂັ້ນໆມາ.
ນັ້ນຄື: ຫົກບັນຫາສຳຄັນທີ່ຜູ້ຂຽນຢາກນຳສະເໜີໃຫ້ພະນັກງານສະມາຊິກພັກໃນຂົງເຂດໂຄສະນາອົບຮົມນັບທັງສູນກາງ ແລະ ທ້ອງຖິ່ນໄດ້ກຳແໜ້ນເພື່ອຈັດຕັ້ງເຊື່ອມຊຶມໃຫ້ທົ່ວສັງຄົມໄດ້ເຂົ້າໃຈ, ໄດ້ຄິດຫງຳ; ໄດ້ປຶກສາຫາລືເພື່ອພ້ອມກັນເສີມຂະຫຍາຍ ແລະ ແກ້ໄຂບົນເສັ້ນທາງກ້າວໄປໜ້າຂອງປະເທດເຮົາສູ່ຈຸດໝາຍສັງຄົມນິຍົມ.