ພິທີປາຖະກະຖາ 3 ວັນສຳຄັນຂອງຊາດຂອງພັກ ແລະ ປະກາດຮັບເອົາຫ້ອງການສະພາທິດສະດີສູນກາງພັກ ມາຂື້ນກັບ ຄະນະໂຄສະນາອົບຮົມສູນກາງພັກ.

ພິທີປາຖະກະຖາ 3 ວັນສຳຄັນຂອງຊາດຂອງພັກ ແລະ ປະກາດຮັບເອົາຫ້ອງການສະພາທິດສະດີສູນກາງພັກ ມາຂື້ນກັບ ຄອສພ.

    ຕອນເຊົ້າວັນທີ 13 ທັນວາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາ ວັນຊາດ ທີ 2 ທັນວາ ຄົບຮອບ 46 ປີ, ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 101 ປີ,  ຜົນສຳເລັດການກໍ່ສ້າງລົດໄຟ ລາວ-ຈີນ ແລະ ປະກາດຮັບເອົາຫ້ອງການສະພາທິດສະດີສູນກາງພັກ ມາຂື້ນກັບຄະນະໂຄສະນາອົບຮົມສູນກາງພັກ.ໃຫ້ກຽດເປັນປະທານໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ຄະນະປະຈໍາ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ພະນັກງານອາວຸໂສບໍານານ, ຫ້ອງການສະພາທິດສະດີສູນກາງພັກ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຕາງໜ້າຫ້ອງວ່າການສູນກາງພັກ, ແລະ ພະນັກງານ ທົ່ວຄອສພ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີປາຖະກະຖາຄັ້ງນີ້ ໄດ້ຮັບຟັງ ແລະ ເຊື່ອມຊຶມ ເນື້ອໃນບົດສູນທອນພົດ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ທີ່ກ່າວໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 46 ປີ ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ເຊິ່ງທ່ານໄດ້ຍົກໃຫ້ເຫັນບາງບັນຫາໃຫ່ຍຄື: 1. ມູນເຊື້ອການຕໍ່ສູ້ກູ້ຊາດອັນພິລະອາດຫານຂອງປະຊາຊົນລາວບັນດາເຜົ່ານັບແຕ່ສະໄໝເຈົ້າຟ້າງຸ່ມທ້ອນໂຮມອານາຈັກລ້ານຊ້າງ ປີ ຄສ 1353 ເປັນ ຕົ້ນມາ, 2. ມູນເຊື້ອການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, 3. ຜົນສໍາເລັດທີ່ເຮົາຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ນັບແຕ່ປີ 1975 ເປັນຕົ້ນມາ ໃນໄລຍະ 46 ປີ ຜ່ານມາ, 4. ເພື່ອຜັນຂະຫຍາຍຜົນງານ ແລະ ມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານໃນເມື່ອກ່ອນກໍຄືການສ້າງສາພັດທະນາປະເທດຊາດໃນປັດຈຸບັນເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງພວກເຮົາ. ນອກຈາກນີ້້ ທ່ານຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອ, ບົດຮຽນ ແລະ ຜົນສຳເລັດທີ່ຍາດມາໄດ້ໃນຕະຫຼອດໄລຍະ 46 ປີ ຜ່ານມາ.

    ຫຼັງຈາກນັ້ນ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ສືບຕໍ່ໃຫ້ກຽດປະຖະກະຖາ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳແສນເຄົາລົບຮັກຂອງປວງຊົນລາວ ຄົບຮອບ 101 ປີ ທ່ານໄດ້ຍົກໃຫ້ເຫັນ ປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງກອງລາດຊະວົງ ຊຶ່ງເປັນຕົ້ນກໍາເນີດກອງທັບປະຊາຊົນລາວ, ຍຸດທະວິທີປັບປຸງຈາກອາວຸດທີ່ຂາດເຂີນລ້າສະໄໝ, ກໍາລັງຂາດເຂີນ ບົນຈິດໃຈຕໍ່ສູ້ດ້ວຍຈິດໃຈຮັກຊາດພາຍໃຕ້ການຊີ້ນໍາອັນສະຫຼາດສ່ອງໃສຂອງພັກຈົນກາຍມາເປັນກອງກໍາລັງປະກອບອາວຸດທີ່ເຂັ້ມແຂງ, ທັນສະໄໝ ແລະ ໄດ້ຮັບການສ້າງຕັ້ງໃນວັນທີ 20 ມັງກອນ 1949 ແລະ ໃນ 6 ປີຕໍ່ມາໄດ້ປະກາດສ້າງຕັ້ງພັກປະຊາຊົນລາວ (ພັກປະຊາຊົນປະຕິວັດລາວປັດຈຸບັນ) ໃນວັນທີ 22 ມີນາ 1955 ເຊິ່ງເປັນພັກລັດທິມາກ-ເລນິນ ທີ່ສືບທອດມາຈາກພັກກອມມູນິດອິນດູຈີນ. ຍ້ອນມີພັກນໍາພາໃນການຕໍ່ສູ້ປົດປ່ອຍຊາດ, ຈັດຕັ້ງນໍາພາໃນການປ່ຽນແປງໃໝ່ຮອບດ້ານ ທີ່ມີລັກການຂອງພັກ, ຫັນຈາກເສດຖະກິດທໍາມະຊາດໄປສູ່ ເສດຖະກິດຜະລິດເປັນສິນຄ້າ, ສ້າງຄວາມເຂັ້ມແຂງດ້ານການຜະລິດ ແລະ ເປີດປະຕູເຊື່ອມໂຍງກັບສາກົນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວດີຂຶ້ນເປັນກ້າວໆ. ບົນເສັ້ນທາງປະຕິວັດເພື່ອຊາດຂອງປະທານ ໄກສອນ ພົມວິຫານ ນີ້ນັກຮົບແນວຄິດຕ້ອງໄດ້ກຳແໜ້ນແນວທາງສືບຕໍ່ພາລະກິດປະຕິວັດຂອງຊາດ, ຮຽນຮູ້ຢູ່ຕະຫຼອດເວລາໂດຍສະເພາະແມ່ນການຄົ້ນຄວ້າຮ່ຳຮຽນທິດສະດີລັດທິມາກເລນິນ, ແນວຄິດປະທານໄກສອນ ພົມວິຫານ ເພື່ອເປັນແວ່ນແຍງໃນການວາງແນວທາງການປະຕິວັດປ່ຽນແປງໃໝ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າເລື້ອຍໆ.

    ຫຼັງຈາກນັ້ນ ສະຫາຍ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດສືບຕໍ່ປາຖະກະຖາຫົວຂໍ້ສຸດທ້າຍ ຜົນສຳເລັດການກໍ່ສ້າງລົດໄຟລາວ-ຈີນ ທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ຄວາມເປັນມາຂອງໂຄງການກໍ່ສ້າງລົດໄຟລາວ-ຈີນ ພັກ ແລະ ລັດຖະບານເຮົາຍາມໃດກໍຖືເອົາການຄົມມະນາຄົມຂົ່ນສົ່ງເປັນວຽກງານໜຶ່ງທີ່ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ປະເທດເຮົາຈະມີພື້ນຖານໂຄງລ່າງທາງດ້ານເສດຖະກິດທີ່ໝັ້ນຄົງເພື່ອຕອບສະໜອງຍຸດທະສາດການຫັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລມາເປັນປະເທດເຊື່ອມໂຍງ, ເຊື່ອມຈອດກັບບັນດາພາກພື້ນ ແລະ ສາກົນເພື່ອດືງດູດນັກລົງທືນຈາກຕ່າງປະເທດ, ສົ່ງເສີມຜະລິດຕະພັນພາຍໃນປະກອບສ່ວນເປັນທ່າແຮງໃນຂະແໜງກະສິກຳ, ອຸດສາຫະກຳ ແລະ ອຶ່ນໆຢູ່ໃນປະເທດເຮົາ.

    ໃນວາລະທີສອງໄດ້ມີພິທີການປະກາດກົງຈັກການຈັດຕັ້ງ ປະກາດຮັບເອົາຫ້ອງການສະພາທິດສະດີສູນກາງພັກມາຂື້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ຕາງໜ້າໃຫ້ຄະນະຈັດຕັ້ງສູນກາງພັກ ຂຶ້ນອ່ານຂໍ້ຕົກລົງ ແລະ ປະກາດລາຍຊື່ພະນັກງານການນໍາຂັ້ນສູງ 6 ທ່ານ ຈາກຫ້ອງການສະພາທິດສະດີສູນກາງພັກ ອອກຮັບອຸດໝູນບໍານານ. ຈາກນັ້ນ ກົມຈັດຕັ້ງພະນັກງານ ຄອສພ ໄດ້ສືບຕໍ່ປະກາດລາຍຊື່ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ອອກພັກການຮັບອຸດໝູນບຳນານຈຳນວນ 2 ທ່ານ.

    ໃນຕອນທ້າຍພິທີຕາງໜ້າໃຫ້ຄະນະເລຂາທິການສູນກາງພັກສະຫາຍ ຄຳພັນ ເຜີຍຍະວົງໃຫ້ກຽດໂອ້ລົມຕໍ່ພິທີທີ່ມີກຽດດັ່ງກ່າວ.