ຄະນະໂຄສະນາອົບຮົມສູນກາງພັກ ປາຖະກະຖາວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ

ຄະນະໂຄສະນາອົບຮົມສູນກາງພັກ

ປາຖະກະຖາວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ

ໂດຍ: ສີໄຄ ໄຊຍະວົງ

       ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ການຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິບັດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ. ໃນຕອນເຊົ້າຂອງວັນທີ 13/12/2021 ທີ່ສະໂມສອນໃຫຍ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາຂື້ນພາຍໃຕ້ການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະປະຈໍາພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ພະນັກງານ – ລັດຖະກອນພາຍໃນຄະນະໂຄສະນາອົບຮົມສູນກາງພັກ ແລະ ຫ້ອງການສະພາທິດສະດີສູນກາງພັກເຂົ້າຮ່ວມຈໍານວນ 50 ກວ່າຄົນ. ການປາຖະກະຖາຄັ້ງນີ້ໄດ້ນໍາເອົາເອກະສານຕ່າງໆມາເຜີຍແຜ່ເຊັ່ນ: ເອກະສານຊີວິດ ແລະ ການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ, ເອກະສານສູນທອນພົດຂອງສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ທອງລຸນ ສີສຸລິດ ກ່າວເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 46 ປີ ແລະ ຜົນສໍາເລັດການກໍ່ສ້າງທາງລົດໄຟລາວ – ຈີນ, ໂອກາດດັ່ງກ່າວ ທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ເນັ້ນໜັກໃຫ້ພະນັກງານ – ລັດຖະກອນທົ່ວຄະນະໂຄສະນາອົບຮົມສູນກາງພັກຈົ່ງສືບຕໍ່ນໍາເອົາເນື້ອໃນເອກະສານຕ່າງໆໄປຈັດຕັ້ງໂຄສະນາເຜີຍແຜ່ໃຫ້ກວ້າງຂວາງເລິກເຊິ່ງຕື່ມອີກ.

          ໃນຕອນທ້າຍໄດ້ມີພິທີປະກາດຮັບເອົາຫ້ອງການສະພາທິດສະດີສູນກາງມາຂື້ນກັບຄະນະໂຄສະນາອົບຮົມສູນກາງພັກເພື່ອເຮັດໃຫ້ການເຄື່ອນໄຫວວຽກງານມີຄວາມສະດວກຂື້ນ. ພ້ອມນັ້ນຍັງໄດ້ປະກາດພະນັກງານການນໍາຂັ້ນສູງຂອງສະພາທິດສະດີ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກຈໍານວນໜຶ່ງອອກຮັບອຸດໜູນບໍານານ.