ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະພະນັກງານ ແລະ ນັກຮົບ ຂອງກອງພັນໃຫຍ່ລົດຕັງ-ຍາຍເກາະ 661 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73ປີ

ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ລົງພົບປະພະນັກງານ ແລະ ນັກຮົບ ຂອງກອງພັນໃຫຍ່ລົດຕັງ-ຍາຍເກາະ 661 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73ປີ

ໃນວັນທີ 19 ມັງກອນ 2022 , ທ່ານ ປອ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ​ໄດ້ລົງພົບປະໂອ້ລົມ ພະນັກງານ ແລະ ນັກຮົບ ກອງພັນໃຫຍ່ລົດຕັງ-ຍານເກາະ 661 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73ປີ.

ໃນພິທີ ໄດ້ຮັບຟັງການລາຍງານຫຍໍ້ຈາກ ທ່ານ ພັນເອກ ຄຳປານ ແພງພັນ  ຫົວໜ້າການເມືອງກອງພັນໃຫຍ່ ລົດຕັງ-ຍານເກາະ 661,  ເຊີ່ງທ່ານໄດ້ຍົກໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງກອງພັນໃຫຍ່ລົດຕັງ-ຍານເກາະ 661 ໂດຍສະເພາະການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ.

ຫຼັງຈາກນັ້ນ ທ່ານ ປອ ຄໍາພັນ ເຜີຍຍະວົງ  ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງບັນດາສະຫາຍພະນັກງານ-ນັກຮົບ ທົ່ວກົມກອງ ທີ່ໄດ້ພ້ອມກັນຕັ້ງໜ້າເຮັດ ສຳເລັດພາລະກິດປະຕິວັດອັນຍິ່ງໃຫຍ່ ແລະ ໜັກໜ່ວງທີ່ພັກມອບໝາຍໃຫ້ຢ່າງສຳລັດຜົນ, ສ້າງຜົນງານອັນດີເດັ່ນ, ວິລະກຳອັນລ້ຳເລີດ ປະດັບໄວ້ໃນໜ້າປະຫວັດສາດຂອງຊາດຢ່າງສົມກຽດ, ສ້າງມູນເຊື້ອອັນດີງາມຫຼາຍປະການໄວ້ໃຫ້ແກ່ກຳລັງປະກອບອາວຸດປະຕິວັດ. ສົມແລ້ວທີ່ເປັນກອງທັບວິລະຊົນຂອງຊາດລາວ, ນອກນັ້ນທ່ານຍັງໄດ້ເນັ້ນບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່ຄື:

1.ເຊີດຊູສະຕິລະວັງຕົວ, ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ; ສົມທົບແໜ້ນວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ; ກອງທັບ ກໍຄືກົມກອງ ຕ້ອງເປັນຫຼັກແຫຼ່ງ, ເປັນພາຫານະອັນແຫຼມຄົມຂອງພັກ.

2.ກຳລັງອາວຸດຂອງພວກເຮົາ ພາຍໃຕ້ການຊີ້ນຳໂດຍກົງ ແລະ ຮອບດ້ານຂອງພັກ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນ ພາຍໃຕ້ການອົບຮົມບົ່ມສອນຂອງພັກມາໂດຍຕະຫຼອດ. ດັ່ງນັ້ນ, ບໍ່ວ່າຈະຢູ່ໃນໄລຍະໃດ ກໍ່ຕ້ອງຮັບປະກັນຄວາມຈົ່ງຮັກພັກດີຢ່າງສຸດຊຶ້ງຕໍ່ພາລະກິດຂອງພັກ ແລະ ປະເທດຊາດ; ທົ່ວກອງທັບ ກໍຄືກົມກອງ ຕ້ອງຢູ່ໃຕ້ການນຳພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ, ຫົວໜ່ວຍກົມກອງຕ່າງໆຕ້ອງຢູ່ໃຕ້ການນຳພາຂອງຄະນະພັກຂັ້ນຂອງຕົນ. ຕ້ອງຮັບປະກັນໃຫ້ຄະນະພັກນຳພາທຸກວຽກງານ, ເປັນຜູ້ຕົກລົງຕັດສິນທຸກບັນຫາສຳຄັນຂອງກົມກອງ.

3.ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ, ຕ້ອງຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ ໃນນັ້ນ ຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ.

4.ຕ້ອງສຸມທຸກເງື່ອນໄຂຄວາມສາມາດ ເພື່ອກ້າວໄປເຖິງການກຸ້ມຕົນເອງ ຢ່າງຮອບດ້ານ, ໃຫ້ຖືເອົາວຽກງານຄຸ້ມຄອງ, ລ້ຽງດູກອງທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ ເພື່ອແກ້ໄຂຄວາມຫຍຸ້ງຍາກຝືດເຄືອງດ້ານຊີວິການເປັນຢູ່ ໂດຍສຸມໃສ່ດ້ານກະສິກຳທີ່ເປັນທ່າແຮງ (ການປູກຝັງ, ລ້ຽງສັດ) ໃຫ້ເປັນຂະບວນ, ຂະຫຍາຍດ້ານການບໍລິການທີ່ຕິດພັນ ກັບຂົງເຂດປ້ອງກັນຊາດ ໃຫ້ຄ່ອຍເພີ່ມຂຶ້ນຕາມເງື່ອນໄຂ.

5.ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືກັບປະເທດຕ່າງໆ, ປັບປຸງ ແລະເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບເພື່ອນມິດຍຸດທະສາດ ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍ່ຄືເພື່ອນມິດທີ່ກ້າວໜ້າໃຫ້ດີ, ຍາດແຍ່ງການຊ່ວຍເຫຼືອຈາກສາກົນປັບປຸງກໍ່ສ້າງກອງທັບພວກເຮົາໃຫ້ກ້າວໜ້າສູ່ຄຸນນະພາບໃໝ່.

ຈາກນັ້ນ ຄະນະໂຄສະນາອົບຮົມສູນກາງພັກ ກໍ່ໄດ້ມອບເຄື່ອງຈຳນວນໜື່ງ ລວມມູນຄ່າ 40.500.000 ກີບ ເພື່ອເປັນກຳລັງໃຈ ໃຫ້ແກ່ກອງພັນໃຫຍລົດຕັງ-ຍານເກາະ 661.

 

ພາຍຫຼັງສຳເລັດພິທີ, ກອງພັນໃຫຍ່ລົດຕັງ-ຍານເກາະ 661ໄດ້ນຳພາທີມງານຄະນະໂຄສະນາອົບຮົມສູນກາງພັກພວກເຮົາລົງເບີ່ງຕົວຈິງໂດຍລົງສຳພັດມືກັບນັກຮົບລົດຕັງ-ຍານເກາະ ຕົວຈິງໂດຍສະເພາະແມ່ນ ຕົວແທນຂອງທີມແຂ່ງຂັນລົດຕັງ-ຍານເກາະຂອງກອງທັບປະຊາຊົນລາວທີ່ເຂົ້າຮ່ວມແຂ່ງຂັນ ລົດຕັງນາໆຊາດ ຫລື ອາມີ ເກມ (Army​ Games)​ ທີ່ປະເທດລັດເຊຍ ແລະ ຊົມການສະແດງແສງຍານນຸພາບຂອງລົດຕັງຍຸກໃໝ່.