ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າອວຍພອນຄະນະພັກ, ຄະນະບັນຊາ ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ ( 20 ມັງກອນ 1949- 20 ມັງກອນ 2022)

ໃນວັນທີ 19 ມັງກອນ 2021 ຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍຄະນະເຂົ້າອວຍພອນ ຄະນະພັກ, ຄະນະບັນຊາ ກະຊວງປ້ອງກັນປະເທດ ນຳໂດຍ ທ່ານ ປອ ຄໍາພັນ ເຜີຍຍະວົງ  ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ຕາງໜ້າໃຫ້ແກ່ຄະນະພັກ ຄະນະນຳ ຕະຫຼອດຮອດພະນັກງານນັກຮົມແນວຄິດທົ່ວປະເທດເຂົ້າອວຍພອນ ຄະນະພັກ, ຄະນະບັນຊາ ກະຊວງປ້ອງກັນປະເທດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 73 ປີ, ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກ, ຄະນະບັນຊາການກະຊວງປ້ອງກັນປະເທດທີ່ຍາມໃດກໍ ໄດ້ເອົາໃຈໃສ່ພັດທະນາກອງທັບໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ມີຄວາມທັນສະໄໝຂຶ້ນເລື້ອຍໆ; ສາມາດປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັບຄົບຖ້ວນຂອງຊາດໄວ້ຢ່າງໝັ້ນຄົງ. ພ້ອມນັ້ນ, ເນື່ອງໃນວັນສ້າງຕັ້ງກອງທັບ ຄົບຮອບ 73 ປີນີ້ ຂໍອວຍພອນໄຊໃຫ້ ຄະນະພັກ-ຄະນະບັນຊາ ກະຊວງປ້ອງກັນປະເທດ, ພະນັກງານບຳນານ, ນາຍ ແລະ ພົນທະຫານ ຈົ່ງມີສຸຂະພາບເຂັ້ມແຂງ ມີຜົນງານອັນຍິ່ງໃຫຍ່ກວ່າເກົ່າ, ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວທີ່ຫາກໍສຳເລັດລົງ ໃຫ້ປະກົດຜົນເປັນຈິງ.

ໂອກາດດຽວກັນນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ປອ ຄໍາພັນ ເຜີຍຍະວົງ  ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ຍາມໃດກໍໄດ້ເປັນຫ່ວງເປັນໄຍ ແລະ ໃຫ້ການສະໜັບສະໜູນກອງທັບປະຊາຊົນລາວຕະຫຼອດມາ, ການສະໜັບສະໜູນໃນຄັ້ງນີ້ ໄດ້ສະແດງເຖິງການພົວພັນຮ່ວມມື, ຄວາມສາມັກຄີຮັກແພງທີ່ເປັນມູນເຊື້ອເພື່ອປະກອບສ່ວນເຂົ້າໃນວຽກງານການເມືອງແນວຄິດ ກໍຄືວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໝ້ນກາຍເປັນກອງທັບທີ່ມີຄວາມທັນສະໄໝ ແລະ ກະກຽມຄວາມພ້ອມປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາສັນຕິພາບ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ແລະ ຍຸຕິທຳ.