ຊາວໜຸ່ມກົມຂໍ້ມູນຂ່າວສານຝຶກອົບຮົບວຽກງານໄອທີ ແລະ ການນຳໃຊ້ໂປຼແກຼມໃໝ່ ໃຫ້ແກ່ສະມາຊິກຊາວໜຸ່ມພາຍໃນຄະນະໂຄສະນາອົບຮົມສູນກາງພັກ

ຊາວໜຸ່ມກົມຂໍ້ມູນຂ່າວສານຝຶກອົບຮົບວຽກງານໄອທີ ແລະ ການນຳໃຊ້ໂປຼແກຼມໃໝ່ ໃຫ້ແກ່ສະມາຊິກຊາວໜຸ່ມພາຍໃນຄະນະໂຄສະນາອົບຮົມສູນກາງພັກ

ວັນທີ 26 -27 ມັງກອນ 2022 ກົມຂໍ້ມູນຂ່າວສານໄດ້ເປີດຊຸດຝຶກອົບຮົມການນຳໃຊ້ໂປຼແກຼມໃໝ່ ແລະ ວຽກງານໄອທີໃຫ້ແກ່ສະມາຊິກຊາວໜຸ່ມພາຍໃນຄະນະໂຄສະນາອົບຮົມສູນກາງພັກຢູ່ທີ່ຫ້ອງອິນເຕີເນັດຊັ້ນ 3 ຄອສພ. ໃຫ້ກຽດກ່າວເປີດພິທີໂດຍ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ, ເຂົ້າຮ່ວມ​ມີ: ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ຄະນະຮັບຜິດຊອບຝຶກອົບຮົມ ແລະ ຊາວໜຸ່ມຈາກບັນດາກົມອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ.

ຈຸດປະສົງ​ໃນ​ການ​ເປີດ​ຊຸດ​ອົບຮົມ​ຄັ້ງນີ້ ​ແມ່ນ​ເພື່ອ​​ຍົກ​ລະດັບ​ຄວາມ​ຮູ້​, ຄວາມ​ສາມາດທາງດ້ານວຽກງານໄອທີ ແລະ ການນຳໃຊ້ໂປຼແກຼມໃໝ່​ໃຫ້​ແກ່ຊາວໜຸ່ມ ຄອສພ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ແລະ ສາມາດນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານວິຊາສະເພາະເພື່ອຍົກສູງປະສິດທິພາບຂອງວຽກງານໃຫ້ສູງຂຶ້ນ. ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ປະກອບມີ 4 ບົດຄື:

  1. ການນຳໃຊ້ແອັບລາວສູ້ໆ Lao kyc
  2. ການນຳໃຊ້ໂປຼແກຼມ Letsview
  3. ການນຳໃຊ້ໂປຼແກຼມ Google meet ປະຊຸມທາງໄກ
  4. ຄວາມາຮູ້ພຶ້ນຖານແຫ່ງໂລກດີຈີຕອນຍຸກໃໝ່ Metaverse

ການຝຶກອົບຮົມໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງປິດລົງ. ໃນພິທີປິດຊຸດຝຶກອົບຮົມຄະນະຮັບຜິດຊອບບັ້ນຝຶກອົບຮົມໄດ້ຂື້ນສະຫລຸບລາຍງານຈຸດດີ-ຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ເພື່ອສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ຫຼັງຈາກນັ້ນກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ສະມາຊິກຊາວໜຸ່ມ ແລະ ໃນຕອນທ້າຍ ທ່ານ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານໄດ້ມີຄຳເຫັນໂອ້ລົມຕໍ່ຊຸດຝຶກອົບຮົມໃນຄັ້ງນີ້ເຊິ່ງໄດ້ຮຽກຮ້ອງເຖີງນັກຝຶກອົບຮົມທີ່ເຂົ້າຮ່ວມຝຶກອົມຮົມຄັ້ງນີ້ຕ້ອງໄດ້ຍາດແຍ່ງເວລາ ແລະ ເອົາໃຈໃສ່ຮຽນຮູ້ເອົາສິ່ງໃໝ່ໆກ່ຽວກັບໂລກປັດຈຸບັນ ໂດຍສະເພາະການຮຽນຮູ້ໂລກສະເໝືອນຈິງ, ເຂົ້າໃຈກ່ຽວກັບເງິນດີຈີຕອນ (Cryptocurrency), ປັນຍາປະດິດ AI (Artificial Intelligence), Blockchain, NFT (Non fungible token), Defi (Decentralized Finance) ແລະ ໂປຼແກຼມຕ່າງໆທີ່ສຳຄັນໃຫ້ເຂົ້າໃຈເລິກເຊິ່ງສົມດັ່ງຄຳທີ່ວ່າ “ຊາວໜຸ່ມເໝືອນດ່ັງນົກອິນຊີແຫ່ງຍຸກສະໄໝ” ແລະ ເພື່ອນຳໄປໝູນໃຊ້ເຂົ້າວຽກງານວິຊາສະເພາະໃຫ້ມີປະສິດທິພາບສູງຂຶ້ນຫັນປ່ຽນວຽກງານໂຄສະນາໃຫ້ມີຄວາມທັນສະໄໝ ແລະ ມີຄວາມວ່ອງໄວທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນຍຸກປັດຈຸບັນ ຫຼື ຍຸກ 4,0.