ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມພິທີຝຶກອົບຮົມການສ້າງເພື່ອນຮ່ວມງານວາລະສານນະຄອນຫຼວງວຽງຈັນ

ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມພິທີຝຶກອົບຮົມການສ້າງເພື່ອນຮ່ວມງານວາລະສານນະຄອນຫຼວງວຽງຈັນ

    ໃນວັນທີ 17-19 ມັງກອນ 2022 ທ່ານ ຄຳວິສັນ ແກ້ວສຸວັນ ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມພິທີຝຶກອົບຮົມການສ້າງເພື່ອນຮ່ວມງານວາລະສານນະຄອນຫຼວງວຽງຈັນ ຜ່ານຮູບແບບທາງໄກຢູ່ທີ່ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ສົມເພັດ ອິນທິສາລາດ ຮອງຫົວໜ້າໂຄສະນາອົບຮົມ ນວ ມີສໍາມະນາກອນຈາກຄະນະໂຄສະນາອົບຮົມ 9 ຕົວເມືອງ, ພະແນກການ, ອົງການທຽບເທົ່າ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

    ຈຸດປະສົງເພື່ອແນໃສຊຸກຍູ້-ສົ່ງເສີມໃຫ້ວຽກງານໂຄສະນາຖະແຫຼງຂ່າວ ກໍຄືວຽກສື່ສິ່ງພິມໃຫ້ມີການຂະຫຍາຍຕົວ ແລະ ທັງກາຍເປັນອາວຸດທີ່ແຫຼມຄົມຂອງພັກ-ລັດ ປັດຈຸບັນມັນໄດ້ຮຽກຮ້ອງໃຫ້ຊາວນະຄອນຫຼວງວຽງຈັນຕ້ອງໄດ້ຮັບຮູ້ຂໍ້ມູນຂ່າວສານທີ່ມີມູນຄວາມຈິງ ວ່ອງໄວ ທັນການ ສະນັ້ນ ການສະໜອງຂໍ້ມູນຂ່າວສານຂອງພະແນກການອ້ອມຂ້າງນະຄອນຫຼວງ ແລະ ເມືອງ ໃຫ້ແກ່ວາລະສານນະຄອນຫຼວງວຽງຈັນ ແມ່ນມີຄວາມຈຳເປັນຢ່າງຍິ່ງ ທັງໃຫ້ມີຫຼາກຫຼາຍເນື້ອໃນ-ຫຼາຍສີສັນ ຈາກຫຼາຍໆພາກສ່ວນໃນແຕ່ລະສະບັບໃຫ້ສັງຄົມ-ຊັ້ນຄົນໄດ້ຮັບຮູ້ທັນສະພາບການ ແລະ ທັນເວລາຂອງເຫດການທີ່ເກີດຂຶ້ນໃນແຕ່ລະໄລຍະ. ຊຸດເຝິກອົບຮົມຄັ້ງນີ້ຖືວ່າເປັນຊຸດທຳອິດທີ່ວາລະສານ ນວ ໄດ້ຈັດຂຶ້ນ ເຊິ່ງມີໄລຍະເວລາສັ້ນ ແລະ ຢູ່ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍເນື້ອໃນຂອງການເຝິກອົບຮົມ ປະກອບມີ ວຽກງານໂຄສະນາອົບຮົມໄລຍະໃໝ່ ສື່ມວນຊົນລາວກ້າວສູ່ຄຸນນະພາບໃໝ່ ແລະ ເຊື່ອມໂຍງສາກົນ ເຕັກນິກ ຂັ້ນຕອນ ແລະ ວິທີການນໍາໃຊ້ກ້ອງຖ່າຍຮູບ ການເກັບກໍາຂໍ້ມູນ ວິທີການສໍາພາດ ແລະ ສ້າງຕາໜ່າງຂ່າວການຂຽນຂ່າວສື່ສິ່ງພິມ-ສື່ເອເລັກໂຕຣນິກ ການຂຽນບົດສະເໜີ ບົດຂ່າວສານ ແລະ ບົດຄວາມ.