ສະຫະພັນກຳມະບານ ຂອງຄະນະໂຄສະນາອົບຮົມສູນກາງພັກ ຈັດຂະບວນການແຂ່ງຂັນກິລາ ກັບ ນັກສຶກສາສາຂາໂຄສະນາອົບຮົມຮຸ້ນ24 ສມປຊ ເພື່ອສະເຫຼີມສະຫຼອງວັນກຳມະບານລາວ ຄົບຮອບ 66 ປີ ແລະ ກອງປະຊຸມວຽກງານໂຄສະນາອົບຮົມປະຈຳປີ2020- 2021

ສະຫະພັນກຳມະບານ ຂອງຄະນະໂຄສະນາອົບຮົມສູນກາງພັກ ຈັດຂະບວນການແຂ່ງຂັນກິລາ ກັບ ນັກສຶກສາສາຂາໂຄສະນາອົບຮົມຮຸ້ນ24 ສມປຊ ເພື່ອສະເຫຼີມສະຫຼອງວັນກຳມະບານລາວ ຄົບຮອບ 66 ປີ ແລະ ກອງປະຊຸມວຽກງານໂຄສະນາອົບຮົມປະຈຳປີ2020- 2021

ໃນຕອນບ່າຍຂອງວັນທີ 28 ມັງກອນ 2022 ສະຫະພັນກຳມະບານ ຂອງຄະນະໂຄສະນາອົບຮົມສູນກາງພັກ ຈັດຂະບວນການແຂ່ງຂັນກິລາ ກັບ ນັກສຶກສາສາຂາໂຄສະນາອົບຮົມຮຸ້ນ24 ສມປຊ ເພື່ອສະເຫຼີມສະຫຼອງວັນກຳມະບານລາວ ຄົບຮອບ 66 ປີ ແລະ ກອງປະຊຸມວຽກງານໂຄສະນາອົບຮົມປະຈຳປີ2020-2021 ຂຶ້ນທີ່ເດີນບານ ຮີໂຣ (HERO) ເຂດບ້ານດົງໂດກ; ໂດຍໃຫ້ກຽດກ່າວເປີດພິທີໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳ 3 ອົງການຈັດຕັ້ງມະຫາຊົນ, ເຂົ້າຮ່ວມມີ: ຄະນະພັກ ຄອສພ, ເລຂາ, ຮອງເລຂາ ແລະ ສະມາຊິກກຳມະບານຈາກ ສມປຊ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ເປັນຂະບວນການຟົດຟື້ນ.

ໃນພິທີ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳ 3 ອົງການຈັດຕັ້ງມະຫາຊົນໄດ້ຂຶ້ນກ່າວຈຸດປະສົງໃນການຈັດກິດຈະກໍາຄັ້ງນີ້ແມ່ນ ເພື່ອສະເຫຼີມສະຫຼອງວັນກຳມະບານລາວ ຄົບຮອບ 66 ປີ ແລະ ກອງປະຊຸມໂຄສະນາອົບຮົມປະຈຳປີ2020-2021 ທີ່ຈະຈັດຂຶ້ນໃນມໍໆນີ້; ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ໃນໂອກາດທີ່ມີຄວາມໝາຍ ຄວາມສໍາຄັນດັ່ງກ່າວ ທ່ານໄດ້ຍົກໃຫ້ເຫັນເຖິງຄວາມໝາຍ, ຄວາມສໍາຄັນ ຂອງການຈັດຂະບວນການແຂ່ງຂັນກິລາໃນຄັ້ງນີ້ ເພື່ອເປັນການສ້າງສັນມິດຕະພາບ, ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ຂອງບັນດາສະມາຊິກກຳມະບານທັງສອງຝ່າຍ.