ນັກສຶກສາປະລິນຍາຕີສາຂາໂຄສະນາອົບຮົມຮຸ່ນທີ 24 ລົງປະຕິບັດຕົວຈິງ ແລະ ແກ້ຂໍ້ຂ້ອງໃຈຢູ່ກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກ

ນັກສຶກສາປະລິນຍາຕີສາຂາໂຄສະນາອົບຮົມຮຸ່ນທີ 24 ລົງປະຕິບັດຕົວຈິງ ແລະ ແກ້ຂໍ້ຂ້ອງໃຈຢູ່ກົມຂໍ້ມູນຂ່າວສານຄະນະໂຄສະນາອົບຮົມສູນກາງພັກ

    ໃນຕອນເຊົ້າວັນທີ 21 ມັງກອນ 2022 ຢູ່ທີ່ຫ້ອງອິນເຕີເນັດ ກົມຂໍ້ມູນຂ່າວສານ ຄອສພໄດ້ຈັດການພົບປະແລກປ່ຽນລະຫວ່າງຄູອາຈານ ແລະ ນັກສຶກສາປະລິນຍາຕີສາຂາໂຄສະນາອົບຮົມຮຸ່ນທີ 24 ໃນພາກປະຕິບັດຕົວຈິງ ແລະ ແກ້ໄຂຂໍ້ຂ້ອງໃຈເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ມີຄຳເຫັນໂດຍ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ, ເຂົ້າຮ່ວມີຕ່າງໜ້າຄູອາຈານມາຈາກ ສມປຊ  ແລະ ພະນັກງານວິຊາການຄູອາຈານພາຍໃນກົມຂໍ້ມູນຂ່າວສານເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍອາຈານ ແລະ ນັກສຶກສາທີ່ມາຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດທີ່ໄດ້ຮຽນຮູ້ທັກສະຕ່າງໆກ່ຽວກັບວຽກງານຂໍ້ມູນຂ່າວສານ; ໃນພາກປະຕິບັດຕົວຈິງກໍແມ່ນວຽກໜື່ງໃນແຜນການຮຽນການສອນຕາມຫຼັກສູດຂອງ ສມປຊ ຫຼັງຈາກທີ່ໄດ້ຮຽນທິດສະດີແລ້ວນັກສຶກສາຈະໄດ້ທົດລອງປະຕິບັດຕົວຈິງ; ໃນການລົງເຮັດວຽກຕົວຈິງຄັ້ງນີ້ໄດ້ເປີດໂອກາດໃຫ້ນັກສຶກສາຖາມຂໍ້ຂ້ອງໃຈທີ່ຮຽນມາທັງໝົດໃນພາກວິຊາຂໍ້ມູນຂ່າວສານເພື່ອເປັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແລະ ສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານໄອທີເຊິ່ງເປັນວຽກງານສຳຄັນ ແລະ ສາມາດໝູນໃຊ້ເຂົ້າໃນວຽກງານວິຊາສະເພາະເພື່ອປ່ຽນແປງລະບົບການເຮັດວຽກໃຫ້ມີຄວາມວ່ອງໄວຂື້ນ ເວົ້າລວມ ເວົ້າສະເພາະກໍແມ່ນການສະໜອງບັນດາຂໍ້ມູນທີ່ຈຳເປັນໃຫ້ແກ່ວຽກງານການເມືອງແນວຄິດ.

    ຫຼັງຈາກນັ້ນ ໄດ້ມີພິທີພົບປະລະຫວ່າງ ຄະນະພັກຄະນະນຳ ຄອສພ ກັບ ນັກສຶກສາປະລິນຍາຕີສາຂາໂຄສະນາອົບຮົມຮຸ່ນທີ 24 ໃຫ້ກຽດຕ້ອນຮັບ ແລະ ພ້ອມທັງເປັນປະທານ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

    ໃນພິທີຕາງໜ້ານັກສຶກສາໄດ້ຂຶ້ນລາຍງານສະພາບລວມການຮຽນ-ການສອນຫຼັງຈາກນັ້ນ ທ່ານ ປອ ຊາຍຄຳ ມູນມະນີວົງ ຄະນະບໍລິຫານງານພັກ ຮອງຫົວໜ້າຄະນະປັດຊະຍາ ໄດ້ມີຄຳເຫັນກ່ຽວກັບຫຼັກສູດການຮຽນການສອນພາກວິຊາໂຄສະນາອົບຮົມ ແລະ ໄດ້ມີການແລກປ່ຽນຄຳຄິດຄຳເຫັນພ້ອມທັງຂໍ້ສະເໜີຈຳນວນໜຶ່ງຕໍ່ຄະນະພັກຄະນະນຳ ຄອສພ.

    ຕອນທ້າຍພິທີ ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຂື້ນມີຄຳເຫັນໂອ້ລົມເຊິ່ງກ່ອນອື່ນໝົດທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈມາທາງສມປຊ ທີ່ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນການກໍ່ສ້າງບຸກຄະລະກອນກໍຄືເປັນບ່ອນຝຶກຝົນຫຼໍ່ຫຼອມວຽກງານການເມືອງແນວຄິດ, ທ່ານໄດ້ເນັ້ນໃຫ້ບັນດານັກສຶກສາຈົ່ງນຳເອົາແນວທາງດັ່ງກ່າວເຂົ້າສູ່ຂະບວນການຂອງມະຫາຊົນ, ກຳແໜ້ນພາລະບົດບາດຂອງວຽກງານໂຄສະນາ ເນື່ອງຈາກວ່ານັກສືກສາໄດ້ຮ່ຳຮຽນສາຍສາຂາໂຄສະນາອົບຮົມ ແລະ ຍຶດໝັ້ນເປັນວຽກງານຫຼັກໃນການປະຕິບັດໜ້າທີ່ວຽກງານ ແລະ ຈົ່ງນໍາເອົາບົດຮຽນ, ຄວາມຮູ້ທີ່ໄດ້ຮຽນມາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ຂອງບັນດາທ່ານໃຫ້ປະສົບຜົນສໍາເລັດ.