ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງບໍ່ແກ້ວ

ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງບໍ່ແກ້ວ

    ໃນວັນທີ 18 ກຸມພາ 2022 ທີ່ຜ່ານມາ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານຈາກຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ

    ໃນພິທີ ທ່ານ ທ່ານ ຄອນສະຫວັນ ຊາພັກດີ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ໄດ້ລາຍງານ ການເຄື່ອນໄຫວວຽກງານໂຄສະນາອົບຮົມ ຂອງແຂວງ ເຊີ່ງ ທ່ານໄດ້ຍົກໃຫ້ເຖິງຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາທັງຂໍ້ສະດວກ ແລະ ຂໍ້ຄົງຄ້າງ, ຈາກນັ້ນ ທັງສອງຝ່າຍກໍ່ໄດ້ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານທີ່ຍັງພົບຄວາມຫຍຸ້ງຍາກຂອງຄະນະໂຄສະນາອົບຮົມແຂວງເພື່ອພ້ອມກັນປຶກສາຫາລືແກ້ໄຂ ແລະ ວາງທິດທາງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມຂອງແຂວງໃນຕໍ່ໜ້າມີການຫັນປ່ຽນດີຂື້ນ.

    ຈາກນັ້ນ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ສະແດງຄວາມດີໃຈເປັນຢ່າງຍີ່ງ ທີ່ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະໂຄສະຍາອົບຮົມແຂວງບໍ່ແກ້ວ, ທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງວຽກງານໂຄສະນາອົບຮົມແຂວງທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ແລະ  ທ່ານຍັງໄດ້ເນັ້ນໃຫ້ຄະນະໂຄສະນາອົບຮົມແຂວງ ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດທີ່ຜ່ານມາຜັນຂະຫຍາຍໃຫ້ສອດຄ່ອງກັບວຽກງານຕົວຈິງ ໃຫ້ສົມກັບເປັນແຂນຂວາຂອງແຂວງໃນດ້ານວຽກງານການເມືອງແນວຄິດ, ພ້ອມທັງເອົາໃຈໃສ່ຍົກລະດັບຄວາມຮູ້ດ້ານທິດສະດີ, ແນວຄິດປະທານໄກສອນ ພົມວິຫານ ເພື່ອຍົກສູງວຽກງານການເມືອງແນວຄິດໃນໄລຍະໃໝ່. ໃນຕອນທ້າຍພິທີຄະນະໂຄສະນາອົບຮົມສູນກາງພັກໄດ້ມອບຄອມພິວເຕີ ແລະ ເງິນຈຳນວນໜື່ງໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ເພື່ອຮັບໃຊ້ເຂົ້າໃນວຽກງານໂຄສະນາອົບຮົມ.