ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2021

ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2021

    ກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດ ປະຈໍາປີ 2021 ໄດ້ຈັດຂື້ນໃນວັນທີ 09 ກຸມພາ 2022 ທີ່ຫ້ອງປະຊຸມໃຫຍ່ ຄອສພ ໂດຍຜ່ານລະບົບທາງໄກທົ່ວປະເທດ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມມີ: ຮອງຫົວໜ້າ ຄອສພ, ບັນດາຄະ​ນະ​ປະ​ຈຳ​ພັກ​ແຂວງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ນະ​ຄອນຫຼວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ​ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ຄະ​ນະ​ພັກ​ກະ​ຊວງ-ອົງ​ການ​ຂອງ​ພັກ-ລັ​ດ, ແນວລາວສ້າງຊາດ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ອ້ອມ​ຂ້າງ​ສູນ​ກາງ ແລະ ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພາຍໃນຄະນະໂຄສະນາອົບຮົມຂັ້ນສູນກາງ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ສະຫາຍ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ຜ່ານບົດສະຫຼຸບຕີລາຄາວຽກງານໂຄສະນາອົບຮົມ ປະຈຳປີ 2020-2021 ແລະ ທິດທາງໜ້າວຽກຈຸດສຸມປີ 2022. ໃນໄລຍະ 2 ປີຜ່ານມາ ນັບທັງດ້ານດີ, ດ້ານອ່ອນຄົງຄ້າງ, ສາເຫດພາໃຫ້ມີຂໍ້ຄົງຄ້າງ; ​ບັນ​ດາ​ປັດ​ໄຈ​ຕັ້ງ​ໜ້າ ແລະ ຫຍໍ້​ທໍ້ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ການເຄື່ອນໄຫວວຽກງານໂຄສະນາອົບຮົມ, ເພື່ອ​ກຳ​ນົດ​ທິດ​ທາງ​ໜ້າ​ທີ່​ຈຸດ​ສຸມ​ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ ໃນ​ປີ 2022 ໃຫ້​ມີ​ເນື້ອ​ໃນ​ເລິກ​ເຊິ່ງ, ແທດ​ຕົວ​ຈິງ ແລະ ສາ​ມາດ​ປະ​ຕິ​ບັດ​ໄດ້ ແລະ ​ໄດ້ຮັບຟັງ ການປະກອບຄຳເຫັນຂອງບັນດາກະຊວງ-ອົງການ ແລະ ຄະນະໂຄສະນາອົບຮົມແຂວງໃນຫົວຂໍ້ຕ່າງໆ ແລະ ການປະກອບຄວາມເຫັນຕໍ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ຈາກຜູ້ແທນເຂົ້າຮ່ວມກອງປະຊຸມ.

    ໃນຕອນບ່າຍໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປລາວ. ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຂອງ ຄະນະໂຄສະນາອົບຮົມ ໃນໄລຍະ 2 ປີຜ່ານມາ ພ້ອມທັງເນັ້ນໜັກ 7 ບັນຫາສໍາຄັນ ທີ່ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ປັບປຸງແກ້ໄຂແນ່ໃສ່ເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມມີຄວາມເຂັ້ມແຂງ ແລະ ມີບາດກ້າວໃໝ່ຢ່າງຈະແຈ້ງຄື:

1) ຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີການນຳພາ-ຊີ້ນຳ ວຽກງານການເມືອງ-ແນວຄິດ ກໍຄືວຽກງານໂຄສະນາອົບຮົມ ໃຫ້ແທດເຖິງ, ເລິກເຊິ່ງ ແລະ ແຂງແຮງກວ່າເກົ່າ ໂດຍສະເພາະ ແມ່ນການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກົມການເມືອງສູນກາງພັກ ວ່າດ້ວຍທິດທາງໜ້າທີ່ຕົ້ນຕໍ ແລະ ມາດຕະການລວມຂອງວຽກງານການເມືອງ-ແນວຄິດ ໃນສະພາບການໃໝ່ ແລະ ເນື້ອໃນມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ມະຕິກອງປະ ຊຸມໃຫຍ່ຂອງ ແຕ່ລະອົງຄະນະພັກ ໃຫ້ກວ້າງຂວາງ, ທົ່ວເຖິງ ທຸກເປົ້າໝາຍ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ, ກໍາແໜ້ນ, ພ້ອມທັງປຸກລະດົມນຳພາຈັດຕັ້ງປະຕິບັດ ໃຫ້ເປັນຂະບວນຟົດຟື້ນ ແລະ ເກີດຜົນເປັນຈິງ ໃນທົ່ວສັງຄົມ. ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ໄດ້ກ່າວໄວ້ວ່າ: “ມີແນວທາງທີ່ຖືກຕ້ອງ ແລະ ສອດຄ່ອງ, ແຕ່ຖ້າຫາກບໍ່ໄດ້ຮັບການເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກໍຈະບໍ່ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ເປັນຈິງ. ການເຮັດໃຫ້ທຸກຄົນເຊື່ອມຊຶມ ແລະ ເຂົ້າໃຈແນວທາງ ແລະ ບາດກ້າວເດີນກໍບໍ່ແມ່ນເລື່ອງງ່າຍ, ມັນຮຽກຮ້ອງໃຫ້ມີຄວາມຕັ້ງໜ້າ, ພະຍາຍາມໃນການໂຄສະນາ, ສຶກສາອົບຮົມ, ອະທິບາຍ, ຄົ້ນຄວ້າຮໍ່າຮຽນຢ່າງເປັນປະຈໍາ”.

2) ຕ້ອງສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ທາງດ້ານເນື້ອໃນ ແລະ ຮູບການ ຂອງການເຄື່ອນໄຫວວຽກງານໂຄສະນາອົບຮົມ ເພື່ອໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່:

– ວຽກງານໂຄສະນາ ຕ້ອງມີເນື້ອໃນອຸດົມສົມບູນ ມີຊີວິດຊີວາ ສ່ອງແສງເຖິງຜົນສຳເລັດ ຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືລະບອບໃໝ່ຂອງພວກເຮົາ, ຕອບຕ້ານຢ່າງແຂງແຮງ, ເລິກເຊິ່ງ ແລະ ທັນການ ຕໍ່ການໂຄສະນາບິດເບືອນແນວທາງນະໂຍບາຍຂອງພັກ, ການໃສ່ຮ້າຍປ້າຍສີການນຳພາຂອງພັກ-ການຄຸ້ມຄອງຂອງລັດ ກໍຄືລະບອບໃໝ່ຂອງພວກເຮົາ, ມີການໂຄສະນາເຜີຍແຜ່ມູນເຊື້ອຂອງພັກ, ຂອງຊາດ, ຂອງທ້ອງຖິ່ນ-ກົມກອງ, ໂຄສະນາເຜີຍແຜ່ບົດຮຽນ ວຽກດີ-ຄົນເດັ່ນ ກໍຄືຕົວແບບຕ່າງໆ ດ້ວຍວິທີຈັດຕັ້ງປາຖະກະຖາ, ຈັດຕັ້ງໃຫ້ນັກປະຕິວັດອາວຸໂສຜູ້ດີເດັ່ນ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ເລົ່າມູນເຊື້ອຕ່າງໆ ແລະ ໂຄສະນາຜ່ານລະບົບສື່ມວນຊົນຕ່າງໆ ໃຫ້ກວ້າງ ຂວາງ, ທົ່ວເຖິງ, ວ່ອງໄວທັນການ.

– ວຽກງານສຶກສາອົບຮົມການເມືອງນຳພາແນວຄິດ, ກ່ອນອື່ນໝົດ ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ສຶກສາອົບຮົມສະຕິຊາດ, ເອກະລາດເປັນເຈົ້າຕົນເອງ, ນ້ຳໃຈຮັກຊາດ ຕິດພັນກັບການຮັກສາລະບອບໃໝ່ຂອງພວກເຮົາ, ສ້າງຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ດ້ວຍກົດໝາຍ, ສຶກສາອົບຮົມສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍ ໃຫ້ສູງຂຶ້ນ, ສຶກສາອົບຮົມ ມູນເຊື້ອຄວາມສາມັກຄີເປັນປຶກແຜ່ນໃນທົ່ວວົງຄະນະຍາດແຫ່ງຊາດ, ຕອບຕ້ານການໂຄສະນາແບ່ງແຍກຄວາມສາມັກຄີບັນດາເຜົ່າ ແລະ ອື່ນໆ; ການສຶກສາອົບຮົມການເມືອງນຳພາແນວຄິດ ຕ້ອງຕິດພັນກັບການປະຕິບັດໜ້າທີ່ ການ ເມືອງ ແລະ ຄວາມຮັບຜິດຊອບ ຂອງແຕ່ລະເປົ້າໝາຍ ແລະ ຕິດພັນກັບການຜັນແປຂອງສະພາບການຕົວຈິງ ແຕ່ລະໄລຍະ, ສະເພາະໜ້ານີ້ ແມ່ນໃຫ້ສືບຕໍ່ຈັດຕັ້ງເຊື່ອມຊຶມ, ກຳ       ແໜ້ນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ 2 ວາລະແຫ່ງຊາດ ຕິດພັນກັບການເຊື່ອມຊຶມຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງແຕ່ລະອົງຄະນະພັກ ໃຫ້ເກີດຜົນເປັນຈິງ ຕາມທີ່ກຳນົດໄວ້; ສົມທົບແໜ້ນກັບການຈັດຕັ້ງຊາວໜຸ່ມ ແລະ ສະຫະພັນແມ່ຍິງ ແລະ ພາກສ່ວນກ່ຽວຂ້ອງ ສຶກສາອົບຮົມຄ່ານິຍົມທີ່ຖືກຕ້ອງໃນຖັນແຖວຊາວໜຸ່ມ, ເຍົາວະຊົນ, ຕອບຕ້ານການແຜ່ຂະຫຍາຍວັດທະນາທຳ ແລະ ແບບແຜນດຳລົງຊີວິດຫຼິ້ນກິນຟຸ່ມເຟືອຍ ແລະ ອື່ນໆ.

3) ຕ້ອງສຸມໃສ່ການກໍາສະພາບແນວຄິດສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ທົ່ວສັງຄົມ ໃຫ້ເລິກເຊິ່ງ ເພື່ອເຮັດວຽກງານໂຄສະນາປຸກລະດົມ, ສຶກສາອົບຮົມ, ຕີຖອຍບັນດາປະກົດການຫຍໍ້ທໍ້ ຢູ່ພາຍໃນກົງຈັກການຈັດຕັ້ງ ຂອງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ແລະ ໃນສັງຄົມ. ໂດຍເລີ່ມຈາກການສຶກສາອົບຮົມພະນັກງານ, ສະມາຊິກພັກ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແລະ ມີຄວາມເປັນແບບຢ່າງນໍາໜ້າ ທີ່ດີໃນການປະຕິບັດໜ້າທີ່ ແລະ ການດຳລົງຊີວິດ; ພ້ອມທັງສະກັດກັ້ນ ສະພາບການຫັນປ່ຽນດ້ວຍຕົນເອງ ອັນເປັນຊ່ອງຫວ່າງໃຫ້ອິດທິກໍາລັງປໍລະປັກໂຈມຕີ ແລະ ແຊກມ້າງ; ໂຄສະນາສຶກສາອົບຮົມ ໃຫ້ທຸກເປົ້າໝາຍໃນທົ່ວສັງຄົມ ໃຫ້ມີສະຕິເຄົາລົບກົດ   ໝາຍ, ມີສະຕິຕື່ນຕົວໃນການປະຕິບັດພັນທະ ແລະ ໜ້າທີ່ຂອງຕົນ, ມີຄວາມຫ້າວຫັນບຸກບືນຊອກຊ່ອງທາງ ພັດທະນາຊິວິດການເປັນຢູ່ ທີ່ຖືກຕ້ອງຕາມລະບຽບກົດໝາຍ ໂດຍຕິດພັນກັບການຫັນເຂົ້າສູ່ການດຳລົງຊີວິດປົກກະຕິແບບໃໝ່ ໃນເງື່ອນໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ການດໍາລົງຊີວິດ ຂອງພວກເຮົາ ແລະ ກໍຍັງບໍ່ສາມາດຄາດເດົາໄດ້ວ່າ ເຊື້ອພະຍາດດັ່ງກ່າວ ຈະໝົດສິ້ນໄປແນວໃດ ເຊິ່ງການດຳລົງຊີວິດແບບໃໝ່ ແມ່ນແບບໃດນັ້ນ? ພວກເຮົາຕ້ອງໄດ້ຄົ້ນຄວ້າ ແລະ ກໍານົດຄັກແນ່ ເພື່ອເປັນບ່ອນອີງໃນການໂຄສະນາສຶກສາອົບ ຮົມ ໃຫ້ທົ່ວສັງຄົມ ຮັບຮູ້, ເຂົ້າໃຈ ມີການປັບປ່ຽນ ໃຫ້ສອດຄ່ອງກັບສະ ພາບຕົວຈິງ.

4) ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະພາທິດສະດີສູນກາງພັກ ໃຫ້ສືບຕໍ່ເອົາໃຈໃສ່ຫຼາຍຂຶ້ນຕື່ມ ຕໍ່ວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກໍາຂອງພັກ ຢ່າງຕໍ່ເນື່ອງ ແລະ ເລິກເຊິ່ງ ໂດຍສະເພາະ ການເກັບກໍາສະຫຼຸບບົດຮຽນ ຂອງພັກເຮົາ ໃນການຄົ້ນຄວ້າຜັນຂະຫຍາຍບັນດາຫຼັກມູນທິດສະດີມາກ-ເລນິນ ເຂົ້າໃນສະພາບການຕົວຈິງ ຂອງປະເທດເຮົາ ແຕ່ລະໄລຍະ ຂອງການປະຕິວັດ,​ ສືບຕໍ່ຄົ້ນຄວ້າຜັນຂະຫຍາຍບັນດາຫຼັກມູນທິດສະດີມາກ-ເລນິນ ແລະ ບົດຮຽນ ກໍຄືຜົນສຳເລັດ ການຄົ້ນຄວ້າ ດ້ານທິດສະດີ ແລະ ບົດຮຽນ ຂອງພັກອ້າຍນ້ອງ ເພື່ອມູນໃຊ້ເຂົ້າໃນການກຳນົດ ແລະ ປັບປຸງບູລະນະແນວທາງນະໂຍ ບາຍ ຂອງພັກເຮົາ ໃນເງື່ອນ ໄຂໃໝ່ ຂອງການເຊື່ອມໂຍ່ງ ແລະ ການພັດທະນາ;

5) ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂອງຄະນະໂຄສະນາອົບຮົມແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ສົມຄູ່ກັບພາລະບົດບາດ ແລະ ຄວາມສໍາຄັນຂອງວຽກງານນີ້. ໃນນັ້ນ, ບັນຫາສໍາຄັນຕົ້ນຕໍ ແມ່ນການເລືອກເຟັ້ນ, ກໍ່ສ້າງ-ບໍາລຸງຍົກລະດັບ ຂອງພະນັກ ງານ ທີ່ເຮັດວຽກງານໂຄສະນາອົບຮົມໃຫ້ເປັນລະບົບ, ຕໍ່ເນື່ອງ ດ້ວຍການສົ່ງໄປຮຽນຢູ່ພາຍໃນ ແລະ ຕ່າງປະເທດ, ສົມທົບລະຫວ່າງການບຳລຸງຍົກລະດັບທາງດ້ານທິດສະດີ-ວິຊາສະເພາະ ກັບການນໍາໃຊ້ເຂົ້າໃນວຽກງານຕົວຈິງ; ພ້ອມກັນນີ້,​ ພະນັກງານທີ່ເຮັດວຽກງານໂຄສະນາອົບຮົມ ກໍຕ້ອງເປັນເຈົ້າການບຸກບືນຄົ້ນຄວ້າຮ່ຳຮຽນ ຍົກສູງລະດັບຄວາມຮັບຮູ້, ຄວາມສາມາດ ຂອງຕົນເອງໃຫ້ຮອບດ້ານ ເພື່ອຕອບສະໜອງກັບການເລັ່ງທ່ວງຂອງວຽກງານໂຄສະນາສຶກສາອົບຮົມໃນເງື່ອນໄຂໃໝ່, ພ້ອມທັງຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງ ກໍຄືວຽກງານທີ່ໄດ້ຮັບມອບໝາຍ, ຕັ້ງໜ້າຄົ້ນຄວ້າປະຕິບັດພາລະບົດບາດ ເປັນເສນາທິການໃຫ້ຄະນະພັກຂັ້ນຂອງຕົນ ດ້ານວຽກງານໂຄສະນາອົບຮົມໃຫ້ເຂັ້ມແຂງສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່; ປັບປຸງກົງການຈັດຕັ້ງ ແລະ ການບຳລຸງ, ກໍ່ສ້າງພະນັກງານ ໂດຍຕິດພັນກັບການປັບປຸງກໍ່ສ້າງພັກ ໃນຂະແໜງວຽກໂຄສະນາອົບຮົມ ໃຫ້ປອດໄສ, ເຂັ້ມແຂງ ແລະ ໜັກແໜ້ນ, ປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກ ຂອງຄະນະພັກໃຫ້ຖືກຕ້ອງຕາມຫຼັກການຂອງພັກ.

6) ປັບປຸງລະບົບກົນໄກປະສານງານລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ກັບຄະນະພັກກະຊວງ-ອົງການຕ່າງໆຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ກົມກຽວ ແລະ ວ່ອງ ໄວ ເພື່ອຕິດຕາມ, ຊຸກຍູ້ການປະຕິບັດວຽກງານໂຄສະນາອົບຮົມ ໃຫ້ເປັນປົກກະຕິ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມ ກໍຄືສະພາບແນວຄິດ ຂອງສະມາຊິກພັກ-ພະນັກງານ ແລະ ປະຊາຊົນ, ຊັ້ນຄົນຕ່າງໆໃນສັງຄົມ ເພື່ອຮູ້ໄດ້ສະພາບການຫັນປ່ຽນທາງດ້ານແນວຄິດ ຂອງທົ່ວສັງຄົມ ໃນແຕ່ລະໄລຍະ, ເປັນບ່ອນອີງໃນການສ້າງເອກະສານສຶກສາອົບຮົມ ນໍາພາແນວຄິດໃຫ້ແທດເຖິງ ແລະ ທັນການ, ທັງນຳໃຊ້ລະບົບສື່ມວນຊົນ ແລະ ຮູບການອື່ນໆ ທີ່ທັນສະໄໝ ເພື່ອໂຄສະນາສຶກສາອົບຮົມ ໃຫ້ກວ້າງຂວາງ,​ ທົ່ວເຖິງ, ວ່ອງໄວ ແລະ ທັນການ.

7) ໃນຍຸກໂລກາພິວັດ ທີ່ເທັກໂນໂລຊີດ້ານຂໍ້ມູນ-ຂ່າວສານ ມີການຂະຫຍາຍຕົວຢ່າງກ້າວກະໂດດ, ໃຫ້ເອົາໃຈໃສ່ການສ້າງ ແລະ ປັບປຸງຮູບການໂຄສະນາອົບຮົມຜ່ານພາ ຫະນະທີ່ທັນສະໄໝໃຫ້ແຂງແຮງກວ່າເກົ່າ ເປັນຕົ້ນ ແມ່ນການນໍາໃຊ້ພາຫະນະທາງດ້ານວັດ ທະນະທໍາ ແລະ ສື່ສັງຄົມຕ່າງໆ ໃຫ້ແຫຼມຄົມ; ໃນນັ້ນ, ຕົ້ນຕໍແມ່ນການຍົກລະດັບຄຸນນະພາບ, ການຄຸ້ມຄອງ ແລະ ຂະຫຍາຍຍົກລະດັບຮູບແບບຂອງເຄື່ອງມືສື່ຕ່າງໆ ທີ່ພວກເຮົາມີໃນປັດຈຸບັນໃຫ້ສູງຂຶ້ນ ເປັນຕົ້ນ: ໂທລະພາບ, ໜັງສືພິມ, ວິທະຍຸ ໃຫ້ເປັນຮູບແບບເອເລັກໂຕຼນິກ, ຜ່ານສື່ສັງຄົມອອນລາຍໃຫ້ຫຼາຍໆ; ສ່ວນດ້ານເນື້ອໃນ ແມ່ນໃຫ້ຍົກລະດັບການເຄື່ອນໄຫວທີ່ມີລັກສະນະນໍາພາແນວຄິດ, ລັກສະນະຕໍ່ສູ້ ແລະ ລັກສະນະມະຫາຊົນ ດ້ວຍຄວາມວ່ອງໄວທັນການ ແລະ ຫຼາຍຮູບຫຼາຍສີ ມີຄວາມຈັບອົກຈັບໃຈ.

    ໃນຕອນທ້າຍຂອງພິທີ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຂຶ້ນຮັບຄໍາໂອວາດ ແລະ ກ່າວປິດກອງປະຊຸມ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ທຸກສະຫາຍ ພ້ອມກັນເອົາໃຈໃສ່ສຶບຕໍ່ຄົ້ນຄວ້າເຊື່ອມຊຶມ ກໍາແໜ້ນບັນດາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ເພື່ອເອົານໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງຂອງຕົນ ໃຫ້ມີປະສິດທິຜົນສູງສຸດ ແລະ ຖືເອົາວຽກງານໂຄສະນາອົບຮົມເປັນວຽກສໍາຄັນ, ເປັນວຽກຫຼັກເປັນວຽກງານແຖວໜ້າໃນຂົງເຂດວຽກງານການເມືອງ-ແນວຄິດ.

ພາບ-ຂ່າວ: ຄອນສະຫວັນ ເນົາວະລັງສີ