ຄະນະໂຄສະນາອົບຮົມສູນກາງພັກ ເຜີຍແຜ່, ຄໍາສັ່ງ, ຄໍາແນະນໍາກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ – ອົງການ ແລະ ທ້ອງຖິ່ນ

ຄະນະໂຄສະນາອົບຮົມສູນກາງພັກ

ເຜີຍແຜ່, ຄໍາສັ່ງ, ຄໍາແນະນໍາກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ – ອົງການ ແລະ ທ້ອງຖິ່ນ

ໂດຍ: ສີໄຄ ໄຊຍະວົງ

          ໃນຕອນເຊົ້າຂອງວັນທີ 24/2/2022 ທີ່ສະໂມສອນໃຫຍ່ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກອງປະຊຸມເຜີຍແຜ່ບັນດານິຕິກໍາກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ – ອົງການ ແລະ ທ້ອງຖິ່ນ ໃຫ້ກຽດເປັນປະທານເຜີຍແຜ່ໂດຍທ່ານ ລາວປາວຊົງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ມີບັນດາສະຫາຍຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ບັນດາສະມາຊິກພັກ, ພະນັກງານ – ລັດຖະກອນ ທົ່ວ ຄອສພ ເຂົ້າຮ່ວມຮັບຟັງ.ໃນກອງປະຊຸມຄັ້ງນີ້ໄດ້ຈັດຕັ້ງເຜີຍແຜ່ຄໍາສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ – ອົງການ ແລະ ທ້ອງຖິ່ນ, ຄໍາແນະນໍາຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງເລຂາທິການສູນກາງພັກວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ, ດໍາລັດຂອງລັດຖະບານວ່າດ້ວຍການກໍານົດຕໍາແໜ່ງງານ, ແຜນດໍາເນີນງານ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ, ປັບປຸງກົງຈັກຂອງຄະນະໂຄສະນາອົບຮົມສູນກາງພັກ. ຈຸດປະສົງກໍ່ເພື່ອແນໃສ່ໃຫ້ພະນັກງານ – ສະມາຊິກພັກທຸກສະຫາຍນໍາເອົາບັນດາເອກະສານ, ນິຕິກໍາດັ່ງກ່າວນີ້ໄປຄົ້ນຄວ້າໃຫ້ເຂົ້າໃຈເລິກເຊິ່ງ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມທິດຊີ້ນໍາຂອງຂັ້ນເທິງ, ກໍ່ຄືແຜນດໍາເນີນງານຂອງຄະນະໂຄສະນາອົບຮົມສູນກາງພັກທີ່ໄດ້ກໍານົດໄວ້.

ໃນວາລະສຸດທ້າຍຂອງກອງປະຊຸມເຜີຍແຜ່ວຽກງານດັ່ງກ່າວປະທານກອງປະຊຸມຍັງໄດ້ຮຽກຮ້ອງມາຍັງພະນັກງານ – ລັດຖະກອນ ແລະ ສະມາຊິກພັກທຸກສະຫາຍພາຍໃນຄະນະໂຄສະນາອົບຮົມສູນກາງພັກຈົ່ງນໍາເອົາເນື້ອໃນຂອງເອກະສານ, ນິຕິກໍາ, ຄໍາສັ່ງ ແລະ ຄໍາແນະນໍາທັງໝົດທີ່ໄດ້ເຜີຍແຜ່ໃນຄັ້ງນີ້ນໍາໄປຄົ້ນຄວ້າ, ເຊື່ອມຊຶມຢ່າງເລິກເຊິ່ງທົ່ວເຖິງ ເພື່ອພ້ອມກັນບຸກທະລຸດ້ານຈິນຕະນາການໃຫ້ປະກົດຜົນເປັນຈິງ, ພ້ອມນັ້ນ ກໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ພັກມອບໝາຍໃຫ້ມີຜົນສໍາເລັດຕາມແຜນການ.