ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຟັງປາຖະກະຖາ ໃນຫົວຂໍ້ “ ສະເຫຼີມສະຫຼອງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຄົບຮອບ 70 ປີ ”

ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຟັງປາຖະກະຖາ ໃນຫົວຂໍ້ ສະເຫຼີມສະຫຼອງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຄົບຮອບ 70 ປີ

    ໃນຕອນເຊົ້າວັນທີ 25 ກຸມພາ 2022 ທີ່ ສູນການຮ່ວມມື ແລະ ການຝຶກອົບຮົມສາກົນ (ICTC) ກະຊວງການຕ່າງປະເທດຮ່ວມກັບສະຖານທູດອົດສະຕຮາລີ ປະຈຳ ສປປ ລາວ ໄດ້ຈັດພິທີປາຖະກະຖາວັນສະເຫຼີມສະຫຼອງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຄົບຮອບ 70 ປີ (Celebrating 70 years of Diplomatic Relations between the Lao PDR and Australia) ໃຫ້ກຽດປາຖະກະຖາ ໂດຍ ທ່ານ ນ. ມາຣີສ ເພນ ລັດຖະມົນຕີຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງແຫ່ງອົດສະຕຣາລີ ໃຫ້ກຽດເຂົ້າຮ່ວມມີ: ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ Paul Kelly, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ມີບັນດາຜູ້ຕາງໜ້າຈາກ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ ​ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.

    ໃນພິທີ ທ່ານ ນ. ມາຣີສ ເພນ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງແຫ່ງອົດສະຕຣາລີ ໄດ້ໃຫ້ກຽດປາຖະກະຖາກ່ຽວກັບສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ແລະ ໄດ້ເນັ້ນໜັກວ່າຈະ​ສືບ​ຕໍ່​ໃຫ້ການ​ຊ່ວຍ​ເຫຼືອ​ບັນດາ​ໂຄງການ​ຕ່າງໆ ທີ່ກໍາລັງ​ຈັດ​ຕັ້ງ​ປະຕິບ​ັດຢູ່ ສປປ ລາວ ຂອງ ອົດ​ສະຕຣາລີ ​ເປັນ​ຕົ້ນ​ແມ່ນ ​​ໂຄງການຄຸນນະພາບ ແລະ ເຂົ້າເຖິງການສຶກສາ ຢູ່ ສປປ ລາວ ໂຄງການທີ 2 (Basic Education Quality and Access in Lao PDR), ​​ສູນ​ລາວ-ອົດ​ສະຕຣາລີ ​​ເພື່ອ​ສະໜັບສະໜູ​ນການ​ພັດທະນາ​ເສດຖະກິດ ​ແລະສັງຄົມ, ​ໂຄງການ​ຄູ່​ຮ່ວມ​ມື​ແມ່​ນໍ້າຂອງ-ອົດ​ສະ ຕຣາລີ (Mekong-Australia Partnership), ຄະນະ​ກໍາມະການ​ແມ່​ນໍ້າຂອງ (MRC)​ ​ແລະ ​ໂຄງການ​ ຄູ່​ຮ່ວມ​ມື​ດ້ານ​ພື້ນຖານ​ໂຄງ​ລ່າງ (Partnership for Infrastructure program). ​