ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ

ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ

    ໃນວັນທີ 17 ກຸມພາ 2022 ນີ້, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ມໍ ຊົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ແລະ ພະນັກງານຈາກຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ

    ໃນພິທີ ທ່ານ ມໍ ຊົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງອຸດົມໄຊ ໄດ້ລາຍງານ ການເຄື່ອນໄຫວວຽກງານໂຄສະນາອົບຮົມຂອງແຂວງ ເຊິ່ງ ທ່ານໄດ້ຍົກໃຫ້ເຖິງຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາທັງຂໍ້ສະດວກ ແລະ ຂໍ້ຄົງຄ້າງ, ນອກນັ້ນ ຕາງໜ້າຂອງບັນດາກົມຈາກຄະນະໂຄສະນາອົບຮົມສູນກາງຍັງໄດ້ລົງເລິກແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຂອງແຕ່ລະຂະແໜງການຂອງຄະນະໂຄສະນາອົບຮົມແຂວງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນຕໍ່ໜ້າມີຜົນສຳເລັດຂື້ນກ່າວເກົ່າ.

    ຫຼັງຈາກນັ້ນ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ສະແດງຄວາມດີໃຈເປັນຢ່າງຍີ່ງ ທີ່ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ ໂດຍສະເພາະແມ່ນຄະນະໂຄສະນາອົບຮົມແຂວງ, ທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງວຽກງານໂຄສະນາອົບຮົມແຂວງທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານ ຄະນະໂຄສະນາອົບຮົມແຂວງທີ່ເປັນຜູ້ເຮັດວຽກການເມືອງ-ແນວຄິດ ນຳເອົາເນື້ອໃນຈິດໃຈ ຂອງກອງປະຊຸມວຽກງານໂຄສະນາອົບຮົມທົ່ວປະເທດທີ່ຜ່ານມາຜັນຂະຫຍາຍໃຫ້ສອດຄ່ອງກັບວຽກງານຕົວຈິງ, ພ້ອມທັງເອົາໃຈໃສ່ຍົກລະດັບຄວາມຮູ້ດ້ານທິດສະດີ, ແນວຄິດປະທານໄກສອນ ພົມວິຫານ ເພື່ອຍົກສູງວຽກງານການເມືອງແນວຄິດໃນໄລຍະໃໝ່. ໃນຕອນທ້າຍພິທີຄະນະນໂຄສະນາອົບຮົມສູນກາງພັກໄດ້ມອບຄອມພິວເຕີ ແລະ ເງິນຈຳນວນໜື່ງໃຫ້ແກ່ຄະນະໂຄສະນາອົບຮົມແຂວງ ເພື່ອຮັບໃຊ້ເຂົ້າໃນວຽກງານໂຄສະນາອົບຮົມ.

    ໃນໂອກາດດຽວກັນ, ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ຍັງໄດ້ເດີນທາງໄປເມືອງປາກແບງ ແຂວງອຸດົມໄຊ ເພື່ອມອບອາຄານຮຽນຫຼັງໃໝ່ທີ່ສຳເລັດການກໍ່ສ້າງໜື່ງຫຼັງ ແລະ ອຸປະກອນການຮຽນຈຳນວນໜື່ງໃຫ້ແກ່ ໂຮງຮຽນປະຖົມສົມບູນໄຊມຸງຄຸນ ທີ່ທ່ານໄດ້ລະດົມຂໍການຊ່ວຍເຫຼືອຈາກບໍລິສັດໃນແຂວງອຸດົມໄຊ ໃນຊ່ວງໄລຍະທີ່ທ່ານໄດ້ຮັບຕຳແໜ່ງເຈົ້າແຂວງອຸດົມໄຊ.

    .