ກຳແໜ້ນຄຳສັ່ງແນະນຳສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022

ກຳແໜ້ນຄຳສັ່ງແນະນຳສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022

ຂຽນໂດຍ: ທ່ານ ຄຳວິສັນ ແກ້ວສຸວັນຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

    ປີ 2022 ເປັນປີທີ່ມີເຫດການສຳຄັນທາງປະຫວັດສາດແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່;  ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມນັ້ນຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022)ເພື່ອເຮັດໃຫ້ການສະເຫຼີມສະຫຼອງສອງວັນປະຫວັດສາດດັ່ງກ່າວມີຄວາມເປັນເອກະພາບ, ລວມສູນ, ເປັນຂະບວນການຟົດຟື້ນ ແລະ ຮັບປະກັນໄດ້ເນື້ອໃນທຸກກິດຈະກຳການເຄື່ອນໄຫວຕະຫຼອດປີສາມັກຄີ 2022, ຄະນະຜູ້ຊີ້ນຳລະດັບຊາດວ່າດ້ວຍການສະເຫຼີມສະຫຼອງປີສາມັກຄີລາວ-ຫວຽດນາມ 2022 ຈຶ່ງມີຄຳສັ່ງແນະນຳລົງວັນທີ 04 ກຸມພາ 2022 ເຖິງບັນດາຄະນະພັກກະຊວງ-ອົງການ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ.

ໃນຄຳສັ່ງແນະນຳມີ 3 ຂໍ້ໃຫຍ່ຄື:

  1. ຈຸດປະສົງລະດັບຄາດໝາຍ
  2. ທິດຊີ້ນຳລວມຂອງການສະເຫຼີມສະຫຼອງ
  3. ການຈັດຕັ້ງປະຕິບັດ

    ຄຳສັ່ງນີ້ລົງລາຍເຊັນໂດຍແມ່ນ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ປະທານຄະນະຊີ້ນຳລະດັບຊາດ

          ຜູ້ຂຽນຂໍອະນຸຍາດນໍາສະເໜີສອງຂໍ້ໃຫຍ່ໃຫ້ຜູ້ອ່ານໄດ້ຮັບຊາບດັ່ງນີ້:

I. ຈຸດປະສົງ, ລະດັບຄາດໝາຍ

  1. ເພື່ອຫວນຄືນສາຍພົວພັນແຫ່ງມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຊຶ່ງເປັນປັດໄຈອັນສໍາຄັນຕັດສິນໄຊຊະນະ ຂອງການປະຕິວັດລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍ່ຄືການສ້າງສາພັດທະນາ ຂອງທັງສອງປະເທດ ໃນປັດຈຸບັນ.
  2. ເພື່ອເປັນການສຶກສາອົບຮົມພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ໂດຍສະເພາະຄົນລຸ້ນໜຸ່ມ ໃຫ້ມີຄວາມເຂົ້າໃຈທີ່ຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ ແລະ ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ລະຫວ່າງ ລາວ-ຫວຽດນາມ ກໍ່ຄືເພື່ອປົກປັກຮັກສາ ໝາກຜົນຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງຍາວນານ.
  3. ເພື່ອເປັນການຈາລຶກ ຄຸນງາມຄວາມດີຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າ ໃນພາລະກິດປະຕິວັດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດລາວ ກໍ່ຄືການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜື່ງອັນດຽວ ໃນເມື່ອກ່ອນ ແລະ ປົກປັກຮັກສາ, ພັດທະນາສ້າງສາປະເທດຫວຽດນາມ ໃນປັດຈຸບັນ. ສ້າງບັນຍາກາດໃຫ້ປີ 2022 ຊຶ່ງເປັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ມີຄວາມເບີກບານມ່ວນຊື່ນ, ມີຂະບວນການຟົດຟື້ນ, ມີຊີວິດຊີວາ ແລະ ກາຍເປັນສັນຍາລັກ ແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ ລາວ-ຫວຽດນາມ.

ນັ້ນແມ່ນຫົວຂໍ້ໃຫຍ່ທີ I ສ່ວນອີກຫົວຂໍ້ໃຫຍ່ທີ່ສໍາຄັນນັ້ນຄື:

II. ການຈັດຕັ້ງປະຕິບັດ:

  1. ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນກິດຈະກໍາ ຂອງຄະນະຊີ້ນໍາລະດັບຊາດ ຂ້າງເທິງຢ່າງເຂັ້ມງວດ, ມີເນື້ອໃນເລິກເຊິ່ງ, ຮັບປະກັນຄວາມປອດໄພ ຮອບດ້ານ ແລະ ປະຢັດມັດທະຍັດ.
  2. ເພື່ອຮັບປະກັນການຈັດຕັ້ງການສະເຫຼີມສະຫຼອງ ໃຫ້ໄດ້ຜົນດີຕາມລະດັບຄາດໝາຍ ແລະ ສອດຄ່ອງຕາມທິດຊີ້ນໍາຂອງຂັ້ນເທີງ, ອີງຕາມແຜນກິດຈະກໍາ ຂອງຄະນະຊີ້ນໍາລະດັບຊາດ ແລະ ໃຫ້ແຕ່ລະພາກສ່ວນເປັນເຈົ້າການ ຂຶ້ນແຜນວຽກລະອຽດ ຂອງຕົນ.
  3. ນອກຈາກການຈັດຕັ້ງປະຕິບັດ ແຜນກິດຈະກໍາ ຂອງຄະນະຊີ້ນໍາລະດັບຊາດ, ສະເໜີໃຫ້ແຕ່ລະພາກສ່ວນປະສານສົມທົບ ກັບເພື່ອນຫວຽດນາມ ຂຶ້ນແຜນສະເພາະ ຂອງຕົນຕື່ມ.
  4. ເຂົ້າຮ່ວມຢ່າງຕັ້ງໜ້າ ທຸກຂະບວນການ ແລະ ບັນດາລາຍການກິດຈະກໍາ ຂອງສູນກາງ ແລະ ທ້ອງຖິ່ນ ຂອງຕົນ.
  5. ຮັບປະກັນໄດ້ວຽກປ້ອງກັນຊາດ ແລະ ປ້ອງກັນຄວາມສະເຫງົບ ໃນຂອບເຂດຮັບຜິເຊອບຂອງຕົນຢ່າງເຂັ້ມງວດ.
  6. ໃຫ້ແຕ່ລະພາກສ່ວນແຕ່ງຕັ້ງຄະນະຮັບຜິດຊອບຂອງຕົນຂຶ້ນ ໂດຍມີຮອງລັດຖະມົນຕີ, ຮອງເຈົ້າແຂວງ ເປັນຫົວໜ້າຄະນະ ພາຍໃຕ້ການຊີ້ນໍາ ຂອງສະຫາຍເລຂາຄະນະພັກ ກະຊວງ, ເລຂາຄະນະພັກແຂວງ, ນະຄອນຫຼວງ ໃນການຈັດຕັ້ງປະຕິບັດ ບັນດາກິດຈະກໍາເພື່ອຮັບປະກັນໃຫ້ໄດ້ຮັບໝາກຜົນເປັນຢ່າງດີ.
  7. ແຕ່ລະພາກສ່ວນນໍາໃຊ້ງົບປະມານປະຈຳປີຂອງຕົນ ແລະ ສາມາດລະດົມການປະກອບສ່ວນດ້ານທຶນຮອນ ແລະ ວັດຖຸ ຈາກພາກສ່ວນເອກະຊົນ ແລະ ບັນດາຫົວໜ່ວຍທຸລະກິດ ເພື່ອສະໜັບສະໜູນ ເຂົ້າໃນການຈັດຕັ້ງກິດຈະກໍາ ເຄື່ອນໄຫວສະເຫຼີມສະຫຼອງ ໃຫ້ໄດ້ຮັບຜົນດີ.
  8. ໃຫ້ທຸກຂະແໜງການສູນກາງ ແລະ ທ້ອງຖິ່ນ ປະສານສົມທົບກັບກະຊວງພາຍໃນ ຢ່າງລະອຽດໃນການຄົ້ນຄວ້າ ຍ້ອງຍໍ ໂດຍໃຫ້ກວດເບິ່ງວ່າ ໃນໄລຍະຜ່ານມາ ອົງການໃດ ຫຼື ບຸກຄົນໃດ ພົ້ນເດັ່ນແທ້.
  9. ພາຍຫຼັງສໍາເລັດກິດຈະກໍາແລ້ວ ໃຫ້ມີການສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ລາຍງານເຖິງຄະນະຊີ້ນໍາລະດັບຊາດ.

    ຄໍາສັ່ງແນະນໍາສະບັບນີ້ແມ່ນ ອີງຕາມມະຕິການຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີນໍາລະດັບຊາດ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022, ສະບັບເລກທີ 08/ກມສພ, ລົງວັນທີ 04 ກຸມພາ 2022. ເຊິ່ງປ່ຽນແທນມະຕິຕົກລົງສະບັບເລກທີ 01/ກມສພ, ລົງວັນທີ 05 ມັງກອນ 2022; ອີງຕາມການຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022, ໃນຄັ້ງວັນທີ 06 ມັງກອນ 2021.

    ສໍາລັບຄະນະໂຄສະນາອົບຮົມຂອງພວກເຮົາອີງຕາມແຜນການຈັດຕັ້ງປະຕິບັດການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ແລ້ວມີບັນດາໜ້າວຽກທີ່ຈະຕ້ອງໄດ້ຮີບຮ້ອນຈັດຕັ້ງປະຕິບັດຄື:

  • ຮີບຮ້ອນສ້າງເອກະສານເພື່ອຈັດຕັ້ງປາຖະກະຖາກ່ຽວກັບການພົວພັນລາວ-ຫວຽດນາມສົ່ງໃຫ້ທຸກຂະແໜງການ ແລະ ທ້ອງຖິ່ນຂອງລາວ.
  • ຈຳໜ່າຍ ແລະ ເຜີຍແຜ່ປຶ້ມປະຫວັດສາດລາວ-ຫວຽດນາມ
  • ເລີ່ມແຕ່ຫົວທີຈັດຕັ້ງການໂຄສະນາປາຖະກະຖາແບບເຊິ່ງໜ້າ ແລະ ຜ່ານສື່ມວນຊົນເພື່ອສຶກສາອົບຮົມມູນເຊື້ອການພົວພັນລາວ-ຫວຽດນາມຢູ່ຕາມບັນດາ ກະຊວງ ແລະ ທ້ອງຖິ່ນຕ່າງໆ
  • ປຸກລະດົມຂະບວນການສຶກສາອົບຮົມແນວຄິດດ້ວຍຫຼາຍຮູບຫຼາຍສີເພື່ອຮັບໃຊ້ໃຫ້ແກ່ການສະເຫຼີມສະຫຼອງສອງວັນປະຫວັດສາດດ່ັງກ່າວ.
  • ປຸກລະດົມການຂຽນບົດ, ຂຽນປຶ້ມ, ບົດບັນທຶກຄວາມຊົງຈຳ, ການເກັບຮີບໂຮມຈົດໝາຍທີ່ລະນຶກ, ການແປປຶ້ມຕ່າງໆທີ່ພົວພັນເຖິງສາຍພົວພັນລາວ-ຫວຽດນາມ, ພ້ອມທັງໃຫ້ມີການຈຳໜ່າຍປຶ້ມຮູບພາບການຮ່ວມມືລາວ-ຫວຽດນາມ.
  • ຈັດຕັ້ງໃຫ້ມີການສຳມະນາວິທະຍາສາດພາຍໃນ ແລະ ສຳມະນາປະສົມລາວ-ຫວຽດນາມກ່ຽວກັບການພົວພັນລາວ-ຫວຽດນາມ

    ສະນັ້ນຈຶ່ງຮຽກຮ້ອງໃຫ້ຄະນະໂຄສະນາອົບຮົມທຸກຂັ້ນທັງສູນກາງກໍຄືທ້ອງຖິ່ນ ແລະ ກົມໂຄສະນາອົບຮົມຂອງກະຊວງອົງການຈົ່ງຮັບຮູ້, ຈັດຕັ້ງຜັນຂະຫຍາຍເນື້ອໃຈຈິດໃຈຄຳສັ່ງສະບັບນີ້ແນ່ໃສ່ຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດສູງສຸດ.